ຂ່າວ ພາຍໃນປະເທດ

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຈາກລັງສີ

ພາຍຫຼັງທີ່ຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ, ໄດ້ມີການນໍາໄປປຶກສາຫາລືຢ່າງລະອຽດ ຖີ່ຖ້ວນໃນກອງປະຊຸມເປີດກວ້າງ ທັງລະດັບວິຊາການ, ການທາບທາມ ປະກອບຄຳຄິດຄຳເຫັນ ຈາກບັນດາກະຊວງ, ຂະແໜງການທັງພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ນໍາສະເໜີຜ່ານ ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ທັນວາ 2018 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍນີ້ ມີຈຸດປະສົງເປົ້າໝາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຄວາມປອດໄພຈາກລັງສີ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ-ວິຊາການ ແລະ ຮັບປະກັນຄວາມປອດໄພ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ...

Read More »

ແຈ້ງການ!!! ເຖິງ 80 ວິສາຫະກິດໃນລາວ ໃຫ້ສົ່ງເອກະສານລາຍງານການເງິນ ດ່ວນ….

ແຈ້ງການຈາກກະຊວງການເງິນ ນະຄອນຫລວງວຽງຈັນ ລົງ ວັນທີ 11/12/2018 ວ່າດ້ວຍເລື່ອງ ການສົ່ງເອກະສານລາຍງານການເງິນ (ບົດສະຫຼຸບບັນຊີ) ປະຈຳປີ 2017 ຫ້ອງການກະຊວງການເງິນ ຂໍແຈ້ງເຕືອນມາຍັງທ່ານວ່າ: ເພື່ອປະຕິບັດຕາມ ມາດຕາ 48 ຂອງກົດໝາຍວ່າດ້ວຍການບັນຊີ ແລະ ມາດຕາ 21 ຂອງຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການບັນຊີ ເຊິ່ງໄດ້ກຳນົດໃຫ້ຫົວໜ່ວຍຖືບັນຊີວິສາຫະກິດ ຕ້ອງສົ່ງເອກະສານລາຍງານການເງິນ  ພາຍໃນກຳນົດເວລາ 3  ເດືອນ ນັບແຕ່ມື້ປິດບັນຊີປະຈຳປີ ໃຫ້ຂະແໜງການເງິນ (ກົມບັນຊີ ແລະ ກົມສ່ວຍສາອາກອນ) ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຫຼື ການຖືບັນຊີ ພ້ອມທັງເພື່ອຄຸ້ມຄອງ ແລະ ກວດກາທາງດ້ານສ່ວຍສາອາກອນ. ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກົມສ່ວຍສາອາກອນ ທີ່ບໍ່ທັນສົ່ງເອກະສານລາຍງານການເງິນ ຈຳນວນ 80 ບໍລິສັດ ແລະ ບໍລິສັດສົ່ງເອກະສານລາຍງານການເງິນແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈຳນວນ 25 ບໍລິສັດ ດັ່ງນີ້:

Read More »

ກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3

ຕອນເຊົ້າ ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຂ່າວພາບ: ຂປລ.

Read More »

ທ່ານ ທອງລຸນ ສີສຸລິດ ຈັດງານລ້ຽງຕ້ອນຮັບທ່ານ ປຣະຍຸດ ຈັນໂອຊາ ພ້ອມຄະນະ

ຕອນຄໍ່າຂອງວັນທີ 13 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ຈັດງານລ້ຽງອາຫານຄໍ່າ ຕ້ອນຮັບ  ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ຂອບໃຈພາບຈາກເຟສບຸກ ກົດໝາຍລາວ.

Read More »

ຊົມເຊີຍ!!! ນັກກີລາລາວຍາດໄດ້ 2 ຫຼຽນຄໍາ 4 ຫຼຽນເງິນ 1 ຫຼຽນທອງແດງ ໃນການແຂ່ງຂັນ ມ.ອາຊຽນຄັ້ງທີ 19

#ສ້າງຊື່ສຽງໃຫ້ປະເທດອີກແລ້ວ  ໃນວັນທີ 13 ທັນວາ 2018 ນັກກີລາແລ່ນ-ລານລາວ ທ້າວ ອະນຸສອນ ໄຊສາ ຍາດໄດ້ຫຼຽນຄໍາ ຈາກລາຍການແລ່ນຂ້າມຮົ້ວ 110 ແມັດ. ການແຂ່ງຂັນທຸ້ມນໍ້າໜັກຍິງ ນາງ ມັດ ຖີນມະນາວ ນັກກີລາລາວ ສາມາດຍາດມາໄດ້ 1 ຫຼຽນທອງແດງ. ໃນງານແຂ່ງຂັນ ກີລາມະຫາວິທະຍາໄລ ອາຊຽນ (ມ.ອາຊຽນຄັ້ງ) ທີ 19 ທີ່່ ສສ ມຽນມາ ເປັນເຈົ້າພາບ ລະຫວ່າງວັນທີ 8 ຫາ 19 ທັນວາ 2018 (19 th ASEAN UNIVERSITY GAMES MYANMAR 2018) in Nay Pyi Taw ສະຫຼຸບຜົນການແຂ່ງຂັນມາຮອດວັນທີ 13 ທັນວາ ສປປ ລາວ ຕິດອັນດັບ 6 ໃນຕາຕະລາງແຂ່ງ ລວມຫຼຽນທັງໝົດ 7 ຫຼຽນ ໃນນີ້ຫຼຽນຄໍາ ...

Read More »

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນອາ ...

Read More »

ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ຮ່ວມກັນປົກປັກຮັກສາປະເທດຊາດ ເປັນເຈົ້າການປະຕິບັດສິດ ແລະ ພັນທະພົນລະເມືອງລາວ

ໃນໂອກາດກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໃນວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມອັນມີຄວາມໝາຍສໍາຄັນນີ້. ພ້ອມນີ້, ທ່ານໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງບັນດາເຜົ່າ, ຊັ້ນຄົນ, ເພດ, ໄວທົ່ວປະເທດ ກໍຄື ພີ່ນ້ອງລາວຢູ່ຕ່າງປະເທດ. ບາງຕອນສຳຄັນໃນບົດໂອ້ລົມ ຂອງ ທ່ານປະທານປະເທດ ໄດ້ກ່າວວ່າ: ກອງປະຊຸມຄັ້ງທີ III ນີ້, ເປັນສັນຍາລັກແຫ່ງຄວາມຕັດສິນໃຈ ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າບັນດາຊັ້ນຄົນ ກໍຄື ຄວາມສາມັກຄີປອງດອງ ລະຫວ່າງຄົນລາວທີ່ຮັກຊາດ ຢູ່ພາຍໃນປະເທດ ແລະ ຢູ່ຕ່າງ ປະເທດ. ຄວາມສາມັກຄີປອງດອງທີ່ສະແດງອອກນີ້, ເປັນຄໍາຕອບທີ່ຈະແຈ້ງເຖິງການຕັດສິນໃຈຮ່ວມພະລັງ ໃນການສ້າງສາ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ພ້ອມທັງເຊື່ອໝັ້ນຢ່າງແນວແນທີ່ສຸດວ່າ ນີ້ຄືປັດໄຈຄໍ້າປະກັນໃຫ້ພວກເຮົາມີກໍາລັງແຮງ ເພື່ອສືບຕໍ່ນໍາພາປະເທດຊາດ ສູ່ຄວາມຈະເລີນວັດທະນາຕໍ່ໆໄປ; ປະເທດຊາດຢືນຕໍ່ໜ້າສິ່ງທ້າທາຍໃໝ່ ໃນການພັດທະນາ, ທຸກພາກສ່ວນເສດຖະກິດ, ທຸກຊຸມຊົນໃນຊົນນະບົດ, ...

Read More »

ປະກາດເລື່ອນຊັ້ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເປັນພົນເອກ

ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນເປັນພົນເອກ ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ເປັນກຽດເຂົ້າ ຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ມີຄະນະນໍາກະຊວງປ້ອງກັນປະເທດເຂົ້າຮ່ວມ. ໃນພິທີ ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດວ່າ: ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 67 ຂໍ້ 6 ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງ ທັບປະຊາຊົນ ປະຕິວັດລາວ ສະບັບປັບປຸງປີ 2018 ແລະ ອີງຕາມໜັງສືສະເໝີຂອງນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ ລົງວັນທີ 23 ພະຈິກ 2018 ດັ່ງນັ້ນປະທານປະເທດແຫ່ງ ສປປ ລາວ ຈຶ່ງໄດ້ອອກລັດຖະດຳລັດເລກທີ 317/ ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນໂທ ຂຶ້ນຊັ້ນພົນເອກ ເຊິ່ງໃນລັດຖະດໍາລັດໄດ້ລະບຸວ່າມາດຕາ 1 ຕົກລົງເລື່ອນຊັ້ນທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຂຶ້ນຊັ້ນພົນເອກ. ຂອບໃຈຂໍ້ມູນຈາກເ ເຟສບຸກວຽງຈັນໃໝ່

Read More »

ລັດຖະມົນຕີ ກະຊວງສາທາ ສະເໜີຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ທັນວາ 2018 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍການປະກັນສຸຂະພາບ ເຊິ່ງເປັນກົດໝາຍສ້າງໃໝ່.   ທ່ານ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ຂອງການສ້າງກົດໝາຍດັ່ງກ່າວ, ແມ່ນເພື່ອເຮັດໃຫ້ວຽກງານປະກັນສຸຂະພາບ ໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ ຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບການສ້າງລັດຄຸ້ມຄອງດ້ວຍກົດໝາຍ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນລະບົບ, ມີຄຸນນະພາບ ແລະ ມີປະສິດທິຜົນ ແນໃສ່ໃຫ້ພົນລະເມືອງລາວ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການບໍລິການປິ່ນປົວຢ່າງສະເໝີພາບ, ເປັນທຳ ແລະ ທົ່ວເຖິງສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຂອບໃຈຂໍ້ມູນຈາກ: ຂປລ.

Read More »

ການນຳແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ຄົບຮອບ 98 ປີ, ໃນຕອນເຊົ້າຂອງວັນທີ 12 ທັນວາ 2018 ຜ່ານມານີ້, ຄະນະນຳ ຂັ້ນຕ່າງໆຂອງແຂວງສະຫວັນນະເຂດ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາພາກລັດ-ເອກະຊົນ, ຊັ້ນຄົນຕ່າງໆ, ກຳລັງ ປກຊ -ປກສ ໄດ້ ພ້ອມກັນນຳເອົາກະຕ່າດອກໄມ້ມາວາງທີ່ ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ໄດ້ຈູດທູບບູຊາ ຢູ່ອະນຸສອນສະຖານ ບ້ານໄຊຍະພູມ ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກ-ຄຸນງາມຄວາມດີ ຕໍ່ອະດີດຜູ້ນຳທີ່ເປັນວິລະບູລຸດແຫ່ງ ຊາດລາວ ແລະ ເປັນຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເປັນນັກຮົບປະຕິວັດຜູ້ດີເດັ່ນ ເປັນຜູ້ຮັກຊາດທີ່ຍິ່ງໃຫຍ່ບໍ່ຍອມເປັນຂ້ອຍຂ້າຂອງ ຊາດອື່ນ ເປັນລູກຫຼານຜູ້ປະເສີດ ຂອງປະຊາຊົນລາວ ແລະ ເປັນຜູ້ ກໍ່ຕັ້ງພັກປະຊາຊົນປະຕິວັດ ລາວ. ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ.

Read More »