ປະທານປະເທດ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ປະເທດອາຊຽນ

ໃນວັນທີ 12 ທັນວາ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າ ບັນດາປະເທດອາຊຽນ ຈຳນວນ 9 ປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18 ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-14 ທັນວາ 2018.

ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າບັນດາປະເທດຊຽນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ອາຊຽນລາວ

ໂດຍສະເພາະແມ່ນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກັບບັນດາປະເທດອາຊຽນ ກໍຄື ປະເທດບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ,

ເຊິ່ງລັດຖະບານລາວ ຍາມໃດກໍຕີລາຄາສູງຕໍ່ວຽກງານນັກຮົບເກົ່າອາຊຽນ ເພາະວຽກງານດັ່ງກ່າວ ໄດ້ປະກອບສ່ວນໃນການເສີມສ້າງຄວາມສາມັກຄີ, ຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະເທດສະມາຊິກອາຊຽນ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ກໍຄື ໃນໂລກ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments