ສ້າງຄູເຝິກ ຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ.

ເພື່ອຕອບສະໜອງແຮງງານໃຫ້ມີປະລິມານ ແລະ ຄຸນນະພາບ ໃຫ້ກັບຂະແໜງທຸລະກິດການບໍລິການຮ້ານອາຫານ ແລະ ໂຮງແຮມ ໃນແບບມືອາຊີບ ແລະ ເປັນທີ່ຍອມຮັບຂອງລູກຄ້າ.

ໃນວັນທີ 10 ຫາ 14 ທັນວາ 2018 ທີ່ ເຮືອນຮັບກະຊວງ ຮສສ,ນະຄອນຫຼວງວຽງຈັນ ໄດ້ຈັດການເຝິກອົບຮົມແລກປ່ຽນປະສົບການ ແລະ ຖ່າຍທອດບົດຮຽນ ສໍາລັບສາຂາອາຊີບ ພະນັກງານຕ້ອນຮັບ ໃນໂຄງການເຝິກອົບຮົມ ສຳລັບຄູເຝິກ ຂອງ ສປປ ລາວ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ຂື້ນ.

 ໂດຍການເປັນປະທານກ່າວເປີດ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະທານຮ່ວມໂດຍ ທ່ານ Dominic Goh, ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ, ທ່ານ Sam Schreiner, Chargé d’affaires ອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ.

ໃນນີ້, ມີທ່ານຜູ້ຕາງໜ້າຈາກຫ້ອງການກະຊວງ ຮສສ, ກົມອາຊີວະສຶກສຶກສາ, ກະຊວງ ສຶກສາທິການ ແລະ ກິລາ, ຈາກສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖາບັນ , ສູນພັດທະນາສີມືແຮງງານ ແລະ ບັນດາທ່ານຄູຝຶກ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ຈາກ ຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາທ່ານຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການເຝິກອົບຮົມ ດັ່ງກ່າວນີ້, ເປັນໂຄງການຮ່ວມມືກັນ ລະຫວ່າງ ສປປ ລາວ ກັບ ສາທາລະນະລັດ ສິງກະໂປ ໂດຍໄດ້ກວມເອົາ 3 ພາກສ່ວນຄື: ກະຊວງ ແຮງງານ ແລະ ສະຫວັດດີສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ລັດຖະບານໄດ້ມອບໝາຍໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ປະສານງານ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ເພື່ອຈັດຕັ້ງການເຝິກໃຫ້ພະນັກງານ ທີ່ມາຈາກສະຖານການເຝິກຂອງລາວ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ ໃຫ້ໄດ້ 240 ຄົນ ໃນ 3 ສາຂາວິຊາຄື: ສາຂາອາຊີບພະນັກງານແມ່ບ້ານ (Housekeeping Operations) HSO, ສາຂາອາຊີບພະນັກງານຕ້ອນຮັບ (Front Office Operations) FOO ແລະ ສາຂາອາຊີບພະນັກງານຮ້ານອາຫານ (Restaurant Operations) RSO.

ສຳລັບ ຝ່າຍສິງກະໂປ ແມ່ນສະຖາບັນບໍລິການດ້ານການສຶກສາ ( ITEES ) ເປັນຕົວແທນຮ່ວມມື, ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ງົບປະມານຈັດເຝິກທີ່ສິງກະໂປ ຈາກມູນລະນິທິສາກົນເທມາເສກ Temasek Foundation International (TFI) ແຫ່ງປະເທດ ສິງກະໂປ, ສປປ ລາວ ແມ່ນຮັບຜິດຊອບງົບປະມານການຈັດເຝິກອົບຮົມ ໃນການເດີນທາງເຂົ້າຮ່ວມການຝຶກອົບຮົມ ທີ່ສິງກະໂປ.

ການເຝິກອົບຮົມໃນຄັ້ງນີ້ ກໍໄດ້ຮັບການສະໜັບສະໜູນດ້ານງົບປະມານຊ່ວຍເຫຼືອ ຈາກ ໂຄງການ ລາວ/ 029 ທັກສະ ສຳລັບວຽກງານການທ່ອງທ່ຽວເປັນໂຄງການຮ່ວມທຶນລະຫວ່າງ ປະເທດລຸກຊຳບວກ ແລະ ສະວິດເຊີແລນ.

ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.

Comments