ເຊໂປນ ພ້ອມເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ

ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງໆເຊໂປນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ ຂະບວນການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມງານເທສະການບຸນກອງເຂົ້າໃຫຍ່ ໄຫ້ວພຣະທາດອີງຮັງ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ຈະຈັດຂຶ້ນໃນວັນທີ 17-22 ທັນວາ 2018 ທາງເມືອງແມ່ນມີຄວາມພ້ອມແລ້ວ 100%.

ທ່ານຍັງໃຫ້ຮູ້ຕື່ມວ່າ:ເມືອງເຊໂປນ ເປັນເມືອງຊົນນະບົດ ເປັນເມືອງທີ່ມີປະຫວັດສາດໃນການຮ່ວມຕໍ່ສູ້ກູ້ຊາດ ແລະ ໄດ້ຮັບນາມມະຍົດ ເປັນເມືອງວິລະຊົນແຫ່ງຊາດ. ປະກອບມີ 88 ບ້ານ, ມີ 5 ຈຸດສຸມ, ມີ 9.892 ຄອບຄົວ, ມີພົນລະເມືອງ 56.800 ກວ່າຄົນ ມີ 4 ເຜົ່າ: ເຜົ່າລາວ, ຜູ້ໄທ, ເຊິ່ງເຜົ່າຕຣີ ແລະ ມັງກອງ ກວມ 69%.

ສິ່ງໂດດເດັ່ນເປັນເອກະລັກທາງດ້ານວັດທະນະທໍາ, ດ້ານວັດຖຸ ຂອງເມືອງ ແມ່ນ: ຄ້ອງບ້າງ ແລະ ບົດຟ້ອນລໍາຕະໂອຍ ຂອງເຜົ່າຕຣີ-ມັງກອງ.

ນອກນີ້ຍັງມີ ຫໍພິພິທະພັນ ບັ້ນຮົບລາມເຊິນ 719 , ຜາເນາະ, ນໍ້າຕົກຕາດສະໂຄ່ຍ ແລະ ຕາດສະແລນ , ຂົວອູ່ ບ້ານດົງໃຫຍ່ ແລະ ອື່ນໆ.

(ລາຍລະອຽດຕິດຕາມຄຣິບຂ່າວ)

ຂ່າວເຊໂປນ11.12.18

ເຊໂປນຫ້າງຫາກະກຽມກ້ອນກໍາລັງສະແດງສີລະປະວັນນະຄະດີເຂົ້າຮ່ວມເທສະການກອງເຂົ້າໃຫ່ຍໄຫ້ວພະທາດອີງຮັງຕິດພັນກັບງານເປີດປີທ່ອງທ່ຽວລາວ2018ໃນລະຫວ່າງວັນທີ17-22ທັນວາທີ່ຈະມາເຖີງນີ້ມາຮອດປະຈຸບັນມີຄວາມພ້ອມແລ້ວ100%

Posted by ໂທລະພາບເຊໂປນ on Monday, December 10, 2018

ຂອບໃຈຂໍ້ມູນຈາກ: ໂທລະພາບເຊໂປນ.

Comments