ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ ສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຕ່າງປະເທດ

ໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເຊິ່ງກົດໝາຍສ້າງໃໝ່ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 10 ພາກ, 12 ໝວດ ແລະ 65 ມາດຕາ.

ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ສະຫຼຸບຄືນການປະກອບຄຳຄິດຄຳເຫັນເປັນເວລາ 1 ວັນເຕັມ ຂອງບັນດາ ສສຊ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງງກ່າວ ມີຄວາມຈະແຈ້ງ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ, ບັນດາ ສສຊ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນ ຊື່ຂອງກົດໝາຍ ຄວນປັງປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ການປົກປ້ອງ ແລະ ສົ່ງເສີມ ພະນັກງານ ພາຍໃນສຳນັກງານຜູ້ຕາງໜ້າ ໃຫ້ເຄື່ອນໄຫວວຽກງານຢ່າງມີປະສິດທິຜົນ, ການໃຊ້ຄຳສັບ, ການອະທິບາຍສັບຢູ່ບາງມາດຕາຍັງບໍ່ທັນຈະແຈ້ງ, ສ່ວນມາດຕະຖານຂອງສະມາຊິກສຳນັກງານຜູ້ຕາງໜ້າ ສສຊ ໄດ້ສະເໜີໃຫ້ເພີ່ມຕື່ມ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ຄຸນສົມ ບັດສິນທຳປະຕິວັດໃສ່, ການຂຽນຄຳສັບບາງເນື້ອໃນຍັງບໍ່ມີລັກສະນະການທູດ, ພ້ອມນີ້ ສສຊ ຍັງມີຄຳເຫັນກ່ຽວສິດ ແລະ ໜ້າທີ່ຂອງພະນັກງານຜູ້ຕາງໜ້າຢູ່ຕ່າງປະເທດ ໂດຍສະເພາະບັນຫາການຕິດຕາມກວດກາ ນັກຮຽນ-ນັກສຶກສາລາວ ທີ່ໄປສຶກສາຢູ່ຕ່າງປະເທດ, ລວມທັງໃຫ້ການເຫຼືອພົນລະເມືອງລາວທີ່ດຳລົງຊີວິດຢູ່ປະເທດນັ້ນໆ, ການກຳນົດມາດຖານ-ເງື່ອນໄຂຂອງພະນັກງານທີ່ໄປປະຈຳຢູ່ຕ່າງປະເທດ ໃຫ້ມີລັກສະນະຮັດກຸມກວ່າເກົ່າ ແລະ ບັນຫາສຳຄັນອື່ນໆຈຳນວນໜຶ່ງ.


ຕໍ່ກັບການປະກອບຄຳຄິດຄຳເຫັນຂອງ ສສຊ ນັ້ນ, ທ່ານປະທານກອງປະຊຸມ ໄດ້ສະເໜີໃຫ້ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ນຳເອົາຄຳສະເໜີຂອງຕ່າງໆຂອງ ສສຊ ໄປພິຈາລະນາ ແລະ ປັບປຸງໃສ່ຮ່າງກົດໝາຍ ໃຫ້ຈະແຈ້ງ, ຊັດເຈນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ທີ່ມາ: ຂ່າວສານປະເທດລາວ.

Comments