ລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 317/ປປທ ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຕົກລົງເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຂຶ້ນເປັນ ພົນເອກ ເຊິ່ງເປັນພົນເອກຄົນທີ 3 ໃນປະຫວັດສາດຂອງ ສປປ ລາວ
ເຮັດໃຫ້ປັດຈຸບັນປະເທດລາວມີນາຍທະຫານລະດັບພົນເອກ 3 ທ່ານ ຄື:
1. ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດເລຂາທິການໃຫຍ່ພັກຯ ແລະ ປະທານປະເທດແຫ່ງ ສປປ ລາວ.
2. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ.
3. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ.
ປະຫວັດຫຍໍ້ຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ
* ວັນ, ເດືອນ, ປີເກີດ: 1/3/1948
* ຊົນເຜົ່າ: ກືມມຸ
* ທ້ອງຖິ່ນກໍາເນີດ: ແຂວງຜົ້ງສາລີ
* ວັນ, ເດືອນ, ປີເຂົ້າການປະຕິວັດ: 4/11/1963
* ວັນ, ເດືອນ, ປີເຂົ້າພັກສົມບູນ: 20/3/1970
* ລະດັບການສຶກສາ: ມ6
* ລະດັບວິຊາສະເພາະ: ປະລິນຍາໂທ, ວິຊາ: ການເມືອງ-ການທະຫານ
* ລະດັບທິດສະດີການເມືອງ: ປະລິນຍາໂທ
* ໜ້າທີ່ຮັບພິດຊອບປະຈຸບັນ: ຕໍາແໜ່ງພັກ, ກໍາມະການກົມການເມືອງສູນກາງພັກ
* ເລື່ອນຊັ້ນຈາກ ພົນໂທ ຂຶ້ນເປັນ ພົນເອກ: 10/12/2018
*ຕໍາແໜ່ງລັດ: ລັດຖະມົນຕີກະຊວງປ້ອງກັນປະເທດ