ປັດຈຸບັນ ເລີ່ມກໍ່ສ້າງຂັ້ນໄດທາງຂຶ້ນຂວາ ສອງເບື້ອງ

ດັ່ງທີ່ຫຼາຍທ່ານຮັບຮູ້ໄປແລ້ວວ່າ ໃນວັນທີ 4 ທັນວາ 2018 ທາງບໍລິສັດ ເບຍລາວ ຈໍາກັດ ໄດ້ມີການກໍ່ສ້າງທາງຍົກລະດັບຂົວຂ້າມທາງ ສໍາລັບຄົນຍ່າງ ຢູ່ບໍລິເວນ ດ້ານໜ້າຂອງບໍລິສັດ ເພື່ອຄວາມສະດວກ ແລະ ຮັບປະກັນ ຕໍ່ການເດີນທາງໄປ-ມາ ຂອງພະນັກງານ ລະຫວ່າງຫ້ອງການ ແລະ ໂຮງງານ.

ມາຮອດປັດຈຸບັນນີ້ ການກໍ່ສ້າງແມ່ນມີຄວາມຄືບໜ້າຕື່ມ ໂດຍໄດ້ມີການກໍ່ສ້າງ ຂັ້ນໄດເພື່ອຂຶ້ນຂົວ ຢູ່ທັງສອງເບື້ອງ ແລະ ຄາດວ່າຈະສໍາເລັດໃນໄວໆນີ້.

ພາບ: ບຸນນອງ ຖາວອນ (K&C)

Comments