ຂ່າວ ພາຍໃນປະເທດ

ວາງສະແດງຮູບພາບ-ຜົນງານ ມູນເຊື້ອກອງທັບຄົບຮອບ 70 ປີ

ເພື່ອເປັນການຈາລຶກ ຜົນງານມູນເຊື້ອອັນອົງອາດກ້າແກ່ນ ວິລະກໍາລໍ້າເລີດຂອງ ກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງຂອງພັກ ຕະຫຼອດໄລຍະ 70 ປີ ເພື່ອໃຫ້ມວນຊົນທຸກເພດໄວ ທຸກຊັ້ນຄົນ ແຂກບ້ານ-ແຂກເມືອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນ ໄດ້ສໍາຜັດ ຮັບຮູ້ປະຫວັດສາດ ຂອງຊາດ ຂອງພັກ ແລະ ຂອງກອງທັບ ທັງເປັນການສຶກສາອົບຮົມແນວຄິດ-ປູກຈິດສໍານຶກໃຫ້ລູກຫຼານ ຮຸ່ນຕໍ່ໆໄປ ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ ຕໍ່ກອງທັບ ສືບຕໍ່ເດີນຕາມອຸດົມການ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ກ້າວສູ່ຈຸດໝາຍສັງຄົມນິຍົມຢ່າງສົມບູນ. ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງງານວາງສະແດງຮູບພາບ -ວັດຖຸ ຜົນງານມູນເຊື້ອປະຕິວັດ ຂອງ ກອງທັບປະຊາຊົນປະຕິວັດລາວ ຂຶ້ນຢ່າງເປັນທາງການ ທີ່ຫໍພິພິທະພັນກອງທັບ ໂດຍມີ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີບັນດາການນໍາພັກ-ລັດ ການນໍາກະຊວງປ້ອງກັນປະເທດ ຕາງໜ້າສູນກາງແນວລາວສ້າງຊາດ ນັກຮົບເກົ່າແຫ່ງຊາດລາວ ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ສູນກາງສະຫະພັນກໍາມະບານລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ງານວາງສະແດງຮູບພາບ-ວັດຖຸຜົນງານມູນເຊື້ອປະຕິວັດ ຂອງກອງທັບປະຊາຊົນປະຕິວັດລາວ ຈັດຂຶ້ນລະຫວ່າງວັນທີ 13 ທັນວາ ...

Read More »

ອົດສະຕຣາລີ ຊ່ວຍວຽກງານກວດກູ້ພື້ນທີ່ສຸກເສີນ ຢູ່ເມືອງ ສະໜາມໄຊ

ລັດຖະບານອົດສະຕຣາລີ ສະໜັບສະໜູນ 2 ແສນໂດລາອົດສະຕຣາລີ ໃຫ້ລັດຖະບານແຫ່ງ ສປ ປ ລາວ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ໃນການປະຕິບັດວຽກງານກວດກູ້ພື້ນທີ່ສຸກເສີນ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື. ພິທີລົງນາມດັ່ງກ່າວ ຈັດຂຶ້ນໃນວັນທີ 12 ທັນວາ 2018 ທີ່ ຄກລ, ໂດຍການລົງນາມ ຂອງ ທ່ານ ຈີນ ເບີນາດ ຄາຣາສໂຊ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ. ການປະກອບສ່ວນໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອດ້ານມະນຸດສະທຳ ຂອງອົດສະຕຣາລີ ໃນຈຳນວນ 3 ລ້ານໂດລາ ເພື່ອໃຫ້ການສະໜັບສະໜູນລັດຖະບານ ໃນການຕອບໂຕ້ໄພພິບັດ ຢູ່ແຂວງອັດຕະປື ເມື່ອເດືອນກໍລະກົດ 2018 ທີ່ຜ່ານມາ. ຂອບໃຈຂໍ້ມູນຈາກ: ຂປລ.

Read More »

ແຂວງບໍ່ແກ້ວ ເປັນເຈົ້າພາບຈັດກອງປະຊຸມ ໄອຊີທີ

ວັນທີ 11-12 ທັນວາ 2018 ຢູ່ທີ່ພະແນກໂທລະຄົມ ມະນາຄົມ ແລະ ການສື່ສານ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ວຽກງານ “ໄອທີຊີ”  ແຂວງພາກເໜືອ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ເພັງສອນ ແກ້ວວິໄລ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ທ່ານ ບຸນທອງ ແສງສີກອງ ກໍາມະການພັກແຂວງ ຫົວໜ້າພະແນກໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍ່ແກ້ວ. ກອງປະຊຸມໄດ້ປຶກສາ 3 ຫົວຂໍ້ໃຫຍ່ ເພື່ອເຮັດໃຫ້ວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ ເຂົ້າສູ່ລະບົບ ມີປະສິດທິພາບສູງ ແລະ ເປັນເອກະພາບ ໃນແຕ່ລະແຂວງ (ລາຍລະອຽດຕິດຕາມຄຣິບຂ່າວ) ສໍາເລັດກອງປະຊຸມ ຖອດຖອນບົດຮຽນ ວຽກງານ ໄອຊີທີ 4 ແຂວງພາກເໜືອ. 13,12,2018(ຂ່າວ:ຄອນສິນ ສະຕິ) Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, December 12, 2018 ຂອບໃຈຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ລັດຖະມົນຕີ ຖວທ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ການທ່ອງທ່ຽວສາກົນ

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານການທ່ອງທ່ຽວສາກົນ 2018 ຈັດຂຶ້ນທີ່ເຂດປົກຄອງພິເສດຮົງກົງ ໃນລະຫວ່າງວັນທີ 11-13 ທັນວາ 2018. ກອງປະຊຸມເວທີປຶກສາຫາລື ດ້ານການທ່ອງທ່ຽວສາກົນ 2018 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວປາໄສເປີດກອງປະຊຸມໂດຍ, ທ່ານ ນາງ ແຄຣີແລັມເຈັງ (Carrie Lam Cheng) ປະທານຜູ້ບໍລິຫານຄຸ້ມຄອງເຂດປົກຄອງພິເສດຮົງກົງ, ມີ ທ່ານ ຢູກຸນ (Yu Qun) ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ທ່ານຮອງເຈົ້າແຂວງກວາງຕຸງ, ເລຂາທິການຮັບ ຜິດຊອບວຽກງານວັດທະນະທໍາ-ສັງຄົມເຂດປົກຄອງພິເສດມາເກົາ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກປະເທດຕ່າງໆ ໃນພາກພື້ນອາຊີປາຊີຟິກ ແລະ ຜູ້ຕາງໜ້າພາກສ່ວນທຸລະກິດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ. ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ຖວທ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ...

Read More »

ມອບ-ຮັບ ຕຳແໜ່ງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າວັນນີ້ 13 ທັນວາ 2018, ໄດ້ມີພິທີມອບ-ຮັບ ຕຳແໜ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຕາມມະຕີຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ. ໄດ້ຕົກລົງຮັບຮອງເອົາທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ດ້ວຍຄະແນນສຽງ 90% ຂອງຈຳນວນສະມາຊິກ ສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມຈຳນວນ 126 ທ່ານ ໃນນັ້ນບໍ່ເຫັນດີ 09 ທ່ານເທົ່າກັບ 7% ແລະ ບໍ່ອອກສຽງ 2%; ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປ່ຽນແທນທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ. ຂອບໃຈຂໍ້ມູນຈາກເຟສບຸກທ່ານ ສຸຣິອູດົງ ແສງດາຣາ.    

Read More »

ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມເຝິກອົບຮົມຟຣີີ…ສະໝັກດ່ວນ.

ສິ່ງທີ່ທ່ານຈະໄດ້ຮຽນຮູ້ຄື: – ເຂົ້າໃຈໂຄງການພັດທະນາການຄ້າທາງເອເລັກໂທນິກໃນພາກພື້ນຂອງສະຖາບັນແມ່ນນ້ຳຂອງຂ່ອນແກນ – ຮຽນຮູ້ຄວາມຮູ້ພື້ນຖານຂອງການຄ້າທາງເອເລັກໂທນິກໂດຍສະເພາະແມ່ນພາກຫົວໜ່ວຍທຸລະກິດ ແລະ ຊົນນະບົດ – ສ້າງແຜນທຸລະກິດ ແລະ ອອກແບບທຸລະກິດແບບໃໝ່ – ເຂົ້າໃນເລື່ອງນະໂຍບາຍການຄ້າທາງເອເລັກໂທນິກຂອງປະເທດ – ເຄື່ອງມືທາງດ້ານການຕະຫຼາດທີ່ຈະຊ່ວຍສ້າງໂອກາດໃນດ້ານການຄ້າ ຟຣີ ❗ເຂົ້າຮ່ວມຟຮີ ‼ບໍ່ມີຄ່າລົງທະບຽນ ສະໜັບສະໜູນຫຼັກໂດຍ: ສະຖາບັນແມ່ນ້ຳຂອງ (Mekhong Institute) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດໂດຍ: ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ບໍລິສັດ Me Asia ແລະ ອາໂກລາວ ກຸຣບ. ເປີດໂອກາດໃຫ້ກັບນັກທຸລະກິດອອນໄລເຂົ້າຮ່ວມງານເຝິກອົບຮົມ ? ວັນທີ 19-20 ທັນວາ 2018 ສະຖານທີ່: Toh X ໂຕະເອັກຊ ? ຂໍ້ມູນເພິ່ມເຕິມ ຕິດຕໍ່ລົງທະບຽນ ? 021 416 266 / 5838 8885 ວັອດແອັບ ...

Read More »

ຄົບຮອບ 98 ປີ ປະທານ ໄກສອນ ພົມວິຫານ ວິລະບຸລຸດຂອງຊາດລາວ

ວັນທີ 13 ທັນວາ 2018  ແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ແລະ ຢູ່ໃນຄວາມຊົງຈໍາຂອງປວງຊົນລາວຕະຫຼອດມາ, ນັ້ນກໍຄືວັນເກີດປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳປະຕິວັດທີ່ກ້າແກ່ນ, ສະຫຼາດສ່ອງໃສ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວບັນດາເຜົ່າ, ຊຶ່ງປີນີ້ໄດ້ໝູນວຽນມາບັນຈົບ ຄົບຮອບ 98 ປີ (13/12/1920 – 13/12/2018).  ເນື່ອງໃນໂອກາດດັ່ງກ່າວ ທາງທີມງານ ວາລະສານທາເກັດ ຈະຂໍນໍາເອົາປະຫວັດຫຍໍ້ ແລະ ການເຄື່ອນໄຫວ ໃນພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເລົ່າສູ່ຟັງ. ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ແຂວງ ສະຫວັນນະເຂດ ເປັນບຸດຂອງທ້າວ ລ້ວນ ກັບ ນາງ ດົກ ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ ເມື່ອອາຍຸ 7 ປີໄດ້ເຂົ້າໂຮງຮຽນປະຖົມ ທີ່ບ້ານເໜືອ (ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້ (ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ໃນປີ 1934 ໄດ້ເຂົ້າຮຽນທີ່ໂຮງຮຽນ ວິທະຍາໄລໂປຼເຕັກໂຕຣາ (Lyceé du Protectorat) ...

Read More »

ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສສຊ ຮັບຮອງແລ້ວ

ພາຍຫຼັງທີ່ບັນດາ ສສຊ ໄດ້ສຸມໃສ່ ປະກອບຄໍາຄິດ ຄໍາເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ຢ່າງກົງໄປ ກົງມາ ດ້ວຍຄວາມຮັບຜິດຊອບສູງເປັນເວລາ 1 ວັນເຕັມ ເພື່ອເຮັດໃຫ້ກົດໝາຍສະບັບດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ. ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ດ້ວຍຄະແນນສຽງເຫັນດີ 87% ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 1 ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ໃນຍຸກອຸດສາຫະກຳ 4.0 ມີຫຼາຍຢ່າງໄດ້ຫັນປ່ຽນຈາກ ອານາລ໋ອກ ມາເປັນ ດີຈີຕອນ, ການຕິດຕໍ່ສື່ສານໃນຍຸກ ອອນໄລ໌ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ພັດທະນາຂຶ້ນເລື້ອຍໆ ແລະ ເຖິງເວລາແລ້ວ ທີ່ຈະຕ້ອງມີກົດໝາຍ ຫຼື ນິຕິກຳ ໃນການຄຸ້ມຄອງວຽກງານດັ່ງກ່າວ. ຂ້າພະເຈົ້າຄິດວ່າກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍ, ເຊິ່ງຈະເປັນເຄື່ອງມືໃນການຄຸ້ມຄອງທີ່ສຳຄັນ ຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ. ...

Read More »

ອະດີດອຸປະທູດຊົ່ວຄາວ ແຫ່ງລຸກຊຳບວກ ໄດ້ຮັບຫຼຽນກາມິດຕະພາບ

ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານອັນດີເດັ່ນ ຂອງທ່ານ ໂກລດ ຊັງແຊງ ອະດີດອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໂດຍສະເພາະແມ່ນການປະຕິບັດບົດບາດອັນສຳຄັນໃນການປະສານງານ ແລະ ຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ລຸກຊຳບວກ ຢ່າງມີປະສິດທິຜົນ. ລັດຖະບານ ສປປ ລາວ ໄດ້ຕົກລົງມອບຫຼຽນກາມິດຕະພາບ ເຊິ່ງຕາງໜ້າປະດັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພິທີຈັດຂຶ້ນໃນວັນທີ 12 ທັນວາ 2018. ຜົນງານຂອງທ່ານ ໂກລດ ຊັງແຊງ ເຮັດໃຫ້ການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ ເພີ່ມຂຶ້ນຈາກ 50 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 3 ( ICP3) ສຳລັບສົກປີ 2011-2015 ມາເປັນ 75 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 4 ( ICP4) ສຳລັບສົກ ປີ 2016-2020, ອັນເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ...

Read More »

ສອງປະເທດ ມີການພົວພັນຮ່ວມມືທີ່ດີຕໍ່ກັນຕະຫຼອດມາ

ຣັດເຊຍ-ລາວ ມີການພົວພັນຮ່ວມມືກັນທີ່ດີຕະຫຼອດມາ, ເຊິ່ງສະແດງອອກໃນການພົບປະ ປະຈຳປີ ລະຫວ່າງ ທ່ານ  ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຜ່ານມາ ໄດ້ກາຍເປັນປະເພນີອັນດີງາມ ແລະ ໃນກອງປະຊຸມບັນດາຜູ້ນຳໃນກອບຂອງຊຽນ ທີ່ປະເທດສິງກະໂປ ກໍໄດ້ມີການດຳເນີນການພົບປະກັນ ກ່ຽວກັບການຂະຫຍາຍການຮ່ວມມືໃນທະວີພາຄີ. ທ່ານ ມີຄາອິນ ບາຣານອບ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວເປີດເຜີຍໃຫ້ຮູ້ ໃນໂອກາດຈັດກອງປະຊຸມ ສະຫຼຸບການພົວພັນຮ່ວມມື ຣັດເຊຍ-ລາວ ປະຈຳປີ 2018 ໃນວັນທີ 12 ທັນວາ 2018 ທີ່ສະຖານທູດຣັດເຊຍ ໂດຍມີບັນດາພະນັກງານ ກະຊວງການຕ່າງປະເທດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານໄດ້ໃຫ້ຮູ້ຕື່ມວ່າ: ຣັດເຊຍ-ລາວ ຍັງມີການປຶກສາຫາລືກັນທາງດ້ານການເມືອງໃນລະດັບສູງ ແລະ ສູງສຸດ, ເຊິ່ງໃນເດືອນມັງກອນ 2018, ທ່ານ ສ.ກ ໂຊຍກູ ລັດຖະມົນຕີ ກະຊວງປ້ອງກັນປະເທດ ...

Read More »