ປທສ ຮ່ວມກັບ ສນຍ ຈັດສໍາມະນາ ການຫັນເປັນທັນສະໄໝ ທາງດ້ານ ”ດີຈີຕອນ”

ການຫັນເປັນທັນສະໄໝເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ມີທິດໃຫ້ເລັ່ງຜັນຂະຫຍາຍການນຳໃຊ້  (ICT)  ເຂົ້າໃນທຸກຂະແໜງການ ເພື່ອຫັນເປັນທັນສະໄໝ.

ການຫັນເປັນທັນສະໄໝທາງດ້ານ ”ດີຈີຕອນ” ແມ່ນການນຳໃຊ້ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ICT) ເຂົ້າເປັນກົນໄກສຳຄັນ ໃນການຂັບເຄື່ອນການປະຕິຮູບຂະບວນການຜະລິດ, ການດຳເນີນທຸລະກິດ, ການຄ້າ ,ການບໍລິການ, ການສຶກສາ, ສາທາລະນະສຸກ, ການບໍລິຫານລັດ, ລວມທັງກິດຈະກໍາ ທາງເສດຖະກິດ ແລະ ສັງຄົມອື່ນໆ.

ເຊິ່ງນໍາໄປສູ່ການປະຕິຮູບພື້ນຖານຂອງການບໍລິການ, ການດຳເນີນທຸລະກິດ ແລະ ສ້າງມູນຄ່າເພີ່ມຂຶ້ນໃຫ້ແກ່ຜູ້ຊົມໃຊ້ ລວມທັງການປະຕິຮູບພື້ນຖານການຜະລິດ ເພື່ອກ້າວໄປສູ່ອຸດສະຫະກຳ 4.0 ເປັນຕົ້ນ ການນໍາໃຊ້ ICT (e-Government, IoT, Big Data, AI, ແລະ ອື່ນ) ເຂົ້າໃນທຸກຂະ  ແໜງການຂອງລັດ ເພື່ອຮັບໃຊ້ປະຊາຊົນ ເຊັ່ນ ການຊຳລະພາສີອາກອນຕ່າງໆ ຜ່ານມືຖື, ຜ່ານເວັບໄຊ, ການສົ່ງເສີມໃຫ້ປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການ ຜ່ານທາງອິນເຕີເນັດ ແລະ ນຳໃຊ້ໄອຊີທີໃຫ້ເກີດຜົນປະໂຫຍດສູງສູດ.

ນີ້ຄືຄໍາເຫັນຂອງ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ ກ່າວໃນໂອກາດ ກະຊວງ ໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ສນຍ) ຈັດສຳມະນາ “ການຫັນເປັນທັນສະໄໝ ທາງດ້ານ ”ດີຈີຕອນ”  ໃນ ສປປ ລາວ”  ໃນວັນທີ 11 ທັນວາ 2018.

ການສຳມະນາຄັ້ງນີ້ ໄດ້ມີການເຜີຍແຜ່, ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການ ທາງດ້ານເຕັກໂນໂລຊີ ແລະ ນະໂຍບາຍ ໃນການຫັນເປັນ ”ດີຈີຕອນ”, ຍົກໃຫ້ເຫັນ ສະພາບການຄຸ້ມຄອງນໍາໃຊ້ “ໄອຊີທີ“, ແຜນຍຸດທະສາດການພັດທະນາ “ໄອຊີທີ”, ທິດທາງ ແລະ ແຜນການຫັນວຽກງານລັດຖະບານເປັນ “ດີຈີຕອນ” ຢູ່ ສປປ ລາວ, ສິ່ງທ້າທາຍດ້ານຄວາມປອດໄພທາງ     ”ໄຊເບີ” ໃນການສ້າງ ເສດຖະກິດ “ດີຈີຕອນ” ຢູ່ປະເທດ ແລະ ບັນຫາສໍາຄັນອື່ນໆ.

ຂໍ້ມູນຈາກ: ຂປລ.

 

Comments