ກົດໝາຍສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ ຈະສ້າງຄວາມເຂັ້ມແຂງ ໃນການພົວພັນຮ່ວມມືກັບຕ່າງປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ທັນວາ 2018

ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ສະບັບສ້າງໃໝ່ນີ້ ເມື່ອໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການແລ້ວ ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສໍາຄັນທີ່ສຸດ ໃຫ້ກະຊວງການຕ່າງປະເທດ ໂດຍສະເພາະສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງຕົນ, ທັງເປັນການສ້າງຄວາມເຂັ້ມແຂງໃນການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສົ່ງເສີມການຮັບໃຊ້ໃຫ້ແກ່ວຽກງານພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາເສດຖະກິດແຫ່ງຊາດ, ວຽກງານການສົ່ງເສີມດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜ່ງການອື່ນໆລະຫວ່າງ ສປປ ລາວ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ໄດ້ຮັບໝາກຜົນດີກວ່າເກົ່າ.

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໃຫ້ຮູ້ອີກວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍດັ່ງກ່າວ, ກໍເນື່ອງຈາກຜ່ານມາຍັງບໍ່ທັນມີກົດໝາຍ ຫຼື ລະບຽບການພາຍໃນໃດທີ່ກໍານົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ.

ນອກນັ້ນ, ກໍເປັນການເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດເວົ້າລວມ ເວົ້າສະເພາະແມ່ນການຄຸ້ມຄອງ ການເຄື່ອນໄຫວວຽກງານການຕ່າງປະເທດຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ລວມສູນ ດ້ວຍກົດໝາຍຢ່າງເປັນລະບົບຄົບຊຸດ, ມີຄວາມສັກສິດດ້ວຍບາດກ້າວທີ່ໜັກແໜ້ນຕາມທິດສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ ແນໃສ່ເຮັດໃຫ້ສະມາຊິກຂອງສຳນັກງານຜູ້ຕ່າງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທັງມີຄວາມຮັບຜິດຊອບຕໍ່ກົດໝາຍ ບົນພື້ນຖານການຊີ້ນຳຂອງພັກ-ລັດຖະບານ ຢ່າງຖືກຕ້ອງ.

ຂໍ້ມູນຈາກ: ຂປລ.

 

Comments