ຫັນການບໍລິຫານພາກລັດ ໄປສູ່ລະບົບ ທັນສະໄໝ ໂປ່ງໃສ ປອດໄພ

ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ທັນວາ 2018, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ເຊິ່ງເປັນກົດໝາຍສ້າງໃໝ່ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໃຊ້ ຈັດຕັ້ງປະຕິບັດໃນຕໍ່ໜ້າ ຢ່າງມີປະສິດທິຜົນ.

ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສ້າງຂຶ້ນເພື່ອເປັນບ່ອນອີງໃນການສ້າງເຄື່ອງມື ຈັດຕັ້ງປະຕິບັດການຄຸ້ມຄອງວຽກງານລາຍເຊັນເອເລັກໂຕຣນິກ ແລະ ສ້າງຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຢູ່ ສປປ ລາວ ເພື່ອໃຫ້ທຸກຂະແໜງການ ສາມາດນຳໃຊ້ລະບົບການຮັບຮອງລາຍເຊັນເອເລັກໂຕຣນິກ ທີ່ເປັນຂອງລາວ ແລະ ຕັ້ງຢູ່ລາວ.

ທ່ານ ລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ຮ່າງກົດໝາຍດັ່ງກ່າວ, ປະກອບມີ 13 ພາກ 82 ມາດຕາ, ການສ້າງກົດໝາຍສະບັບນີ້ ແມ່ນມີຄວາມຈຳເປັນເພື່ອຄຸ້ມຄອງ, ເກັບກຳ ແລະ ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້ ແລະ ການບໍລິການມີຄວາມຖືກຕ້ອງ ແລະ ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ປອດໄພ ແລະ ຍຸຕິທໍາ ຕໍ່ຜູ້ບໍລິການ ແລະ ຜູ້ໃຊ້ບໍລິການໃນຂົງເຂດການຄ້າ, ການເງິນ ແລະ ບໍລິການທາງອິນເຕີເນັດອື່ນໆ,

ທັງເປັນການຜັນຂະຫຍາຍ ແລະ ຮອງຮັບກົດໝາຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍປົກປ້ອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດຳລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃຫ້ສາມາດປະຕິບັດໄດ້ຢ່າງສະດວກ ແລະ ຮັບປະກັນຄວາມປອດໄພ ເປັນການຊຸກຍູ້ການຄ້າເອເລັກໂຕຣນິກ (e-Commerce) ໃຫ້ສາມາດຂະຫຍາຍຕົວ ແລະ ເຊື່ອມໂຍງກັບສາກົນໄດ້.

ສຳລັບຜົນປະໂຫຍດທີ່ຈະໄດ້ຈາກກົດໝາຍດັ່ງກ່າວ ແມ່ນຮັບປະກັນຄວາມປອດໄພ ໃນການສົ່ງ-ຮັບເອກະສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານ ປກສ, ປກຊ, ວຽກງານການເງິນ, ທະນາຄານ, e-Passport, e-VISA ແລະ ອື່ນໆ;

ອໍານວຍຄວາມສະດວກ ໃນເຮັດທຸລະກິດຜ່ານອິນເຕີເນັດ ໂດຍສະເພາະທຸລະກໍາການເງິນ, ການຄ້າທາງເອເລັກໂຕຣນິກ ໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນ; ສ້າງຄວາມເຊື່ອໝັ້ນໃນການລົງທຶນຂອງນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ; ປະຢັດງົບປະມານລາຍຈ່າຍ ສໍາລັບຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ ແລະ ເຮັດໃຫ້ມີຄວາມໂປ່ງໃສ ກວດສອບໄດ້ ຊ່ວຍປ້ອງກັນການ    ສໍ້ລາດບັງຫຼວງ.

ບັນດາ ສສຊ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ, ຕາມຄຳຖາມເຈາະຈີ້ມຂອງປະເທດກອງປະຊຸມ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ,

ແຕ່ຍັງມີ ສສຊ ບາງເຂດ ໄດ້ສະເໜີ ໃຫ້ຕັດອອກ, ເພີ່ມໃສ່ບາງເນື້ອໃນ, ບາງຄຳສັບ ແລະ ອະທິບາຍ ບາງຄຳສັບ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ຖືກຕ້ອງ, ຊັດເຈນ, ປັບປຸງເນື້ອໃນບາງໝວດ, ບາງມາດຕາ

ໂດຍສະເພາະແມ່ນ: ມາດຕາ 2 ການກຳນົດນິຍົມ ຂອງກົດໝາຍ ສສຊ ສະເໜີໃຫ້ມີກາງປັບປຸງເນື້ອໃນ ສອດຄ່ອງຂຶ້ນອີກ, ພ້ອມທັງໃຫ້ອະບາຍຄຳຊັບຫຼາຍຂຶ້ນ,

ມາດຕາ 5 ຫຼັກການກ່ຽວກັບ ວຽກງານລາຍເຊັນເອເລັກໂຕຣນິກ ສະເໜີເນື້ອໃນເພີ່ມໂດຍສະເພາະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ແບບສະໝັກໃຈ ບໍ່ມີສິດບັງຄັບໃຊ້,

ມາດຕາ 69 ຢູ່ໃນຂໍ້ 12 ການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານ ລາຍເຊັນເອເລັກໂຕຣນິກ ໂດຍສະເໜີວ່າ  ຖ້າຈະພົວພັນກັບຕ່າງປະເທດ ຈະຕ້ອງມີການມອບໝາຍ ຈາກລັດຖະບານ ຫຼື ການເຫັນດີ ຈາກຂັ້ນເທິງກ່ອນ ເພື່ອຮັບຄຳແນະນຳຕ່າງໆ,

ສະເໜີໃຫ້ມີຫຼັກສູດການຮຽນການສອນດ້ານ ໄອຊີທີ ໃຫ້ເປັນວິຊາຫຼັກ ທີ່ກຳນົດເຂົ້າໃນຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ຢ່າງແທ້ຈິງ ເພື່ອປູພື້ນຖານ ໃນການພັດທະນາບຸກລະລາກອນ ແລະ ຮັບມືກັບຍຸກທີ່ທັນສະໄໝ ແລະ ມາດຕາອື່ນໆຈຳນວນໜຶ່ງ.

ການປະກອບຄຳຄິດເຫັນຄິດເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ກົດໝາຍສ້າງ ໃໝ່ນີ້, ແມ່ນແນໃສ່ເຮັດໃຫ້ກົດໝາຍສະບັບດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ.

ຂອບໃຈຂໍ້ມູນຈາກ: ຂປລ.

 

Comments