ລັດຖະມົນຕີ ຖວທ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ການທ່ອງທ່ຽວສາກົນ

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານການທ່ອງທ່ຽວສາກົນ 2018 ຈັດຂຶ້ນທີ່ເຂດປົກຄອງພິເສດຮົງກົງ ໃນລະຫວ່າງວັນທີ 11-13 ທັນວາ 2018.


ກອງປະຊຸມເວທີປຶກສາຫາລື ດ້ານການທ່ອງທ່ຽວສາກົນ 2018 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວປາໄສເປີດກອງປະຊຸມໂດຍ, ທ່ານ ນາງ ແຄຣີແລັມເຈັງ (Carrie Lam Cheng) ປະທານຜູ້ບໍລິຫານຄຸ້ມຄອງເຂດປົກຄອງພິເສດຮົງກົງ, ມີ ທ່ານ ຢູກຸນ (Yu Qun) ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ທ່ານຮອງເຈົ້າແຂວງກວາງຕຸງ, ເລຂາທິການຮັບ ຜິດຊອບວຽກງານວັດທະນະທໍາ-ສັງຄົມເຂດປົກຄອງພິເສດມາເກົາ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກປະເທດຕ່າງໆ ໃນພາກພື້ນອາຊີປາຊີຟິກ ແລະ ຜູ້ຕາງໜ້າພາກສ່ວນທຸລະກິດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ຖວທ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ຢູ ກຸນ (Mr. Yu Qun) ຮອງລັດຖະ ມົນຕີກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ປຶກສາຫາລືການກະກຽມຈັດປີທ່ອງທ່ຽວ ລາວ-ຈີນ 2019 ແລະ ການສືບຕໍ່ຮ່ວມມືດ້ານວັດທະນະທຳ ແລະ ທ່ອງ ທ່ຽວ ລະຫວ່າງສອງປະເທດ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments