ສອງປະເທດ ມີການພົວພັນຮ່ວມມືທີ່ດີຕໍ່ກັນຕະຫຼອດມາ

ຣັດເຊຍ-ລາວ ມີການພົວພັນຮ່ວມມືກັນທີ່ດີຕະຫຼອດມາ, ເຊິ່ງສະແດງອອກໃນການພົບປະ ປະຈຳປີ ລະຫວ່າງ ທ່ານ  ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຜ່ານມາ ໄດ້ກາຍເປັນປະເພນີອັນດີງາມ ແລະ ໃນກອງປະຊຸມບັນດາຜູ້ນຳໃນກອບຂອງຊຽນ ທີ່ປະເທດສິງກະໂປ ກໍໄດ້ມີການດຳເນີນການພົບປະກັນ ກ່ຽວກັບການຂະຫຍາຍການຮ່ວມມືໃນທະວີພາຄີ.

ທ່ານ ມີຄາອິນ ບາຣານອບ ເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວເປີດເຜີຍໃຫ້ຮູ້ ໃນໂອກາດຈັດກອງປະຊຸມ ສະຫຼຸບການພົວພັນຮ່ວມມື ຣັດເຊຍ-ລາວ ປະຈຳປີ 2018

ໃນວັນທີ 12 ທັນວາ 2018 ທີ່ສະຖານທູດຣັດເຊຍ ໂດຍມີບັນດາພະນັກງານ ກະຊວງການຕ່າງປະເທດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານໄດ້ໃຫ້ຮູ້ຕື່ມວ່າ: ຣັດເຊຍ-ລາວ ຍັງມີການປຶກສາຫາລືກັນທາງດ້ານການເມືອງໃນລະດັບສູງ ແລະ ສູງສຸດ, ເຊິ່ງໃນເດືອນມັງກອນ 2018, ທ່ານ ສ.ກ ໂຊຍກູ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງສະຫະພັນຣັດເຊຍ ກໍໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ໃນໄລຍະການເຄື່ອນໄຫວຢ້ຽມຢາມ ກໍໄດ້ມີການເຈລະຈາກັບຝ່າຍລາວ ແລະ ບັນລຸເຖິງຂໍ້ຕົກລົງທີ່ສຳຄັນ ກ່ຽວກັບການເສີມຂະຫຍາຍການຮ່ວມມື ໃນຂົງເຂດການທະຫານ, ບັນລຸໝາກຜົນປະກອບອາວຸດຂອງ ສປປ ລາວ, ມີການປຶກສາຫາລືບັນຫາການຈັດສົ່ງອາວຸດຍຸດໂທປະກອນຣັດເຊຍ ໃຫ້ກຳລັງປະກອບອາວຸດຂອງ ສປປ ລາວ ແລະ ໄດ້ບັນລຸຂໍ້ຕົກລົງ ກ່ຽວກັບການຊ່ວຍເຫຼືອຂອງຝ່າຍຣັດເຊຍ ໃນການເກັບກູ້ລະເບີດ ທີ່ບໍ່ທັນແຕກຢູ່ລາວ ທີ່ແຂວງ ບໍລິຄຳໄຊ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments