ຂ່າວ ພາຍໃນປະເທດ

ເຊີນຮ່ວມສຳມະນາ ການກ້າວສູ່ໂລກ ທີ່ທັນສະໄໝ, ວ່ອງໄວໃນການບໍລິຫານຈັດການວຽກງານ

ເຊີນເຂົ້າຮ່ວມການສຳມະນາຟຣີ??ໃນຫົວຂໍ້: ການກ້າວສູ່ໂລກທີ່ທັນສະໄໝ, ວ່ອງໄວໃນການບໍລິຫານຈັດການ ວຽກງານດ້ວຍ (Kintone) A step towards Digitalization by using kintone. ?ວັນທີ: 18 ທັນວາ 2018 ?ສະຖານທີ່: ໂຕະເອັກ (Toh X)? ?ເວລາ: 13:00 ຫາ 16:00 ໂມງ ກະລຸນາແຈ້ງລາຍຊື່ກ່ອນວັນທີ 17/12/2018 ຕິດຕໍ່ປະສານງານ: ☎☎021 416266 ຫຼື Inbox [email protected]

Read More »

ອຸດົມໄຊ ຈັດງານບຸນກິນຈຽງ ຕິດພັນກັບການສົ່ງເສີມ ປີທ່ອງທ່ຽວ 2018

ບຸນກິນຈຽງຖືເປັນບຸນປະເພນີໜຶ່ງ ທີ່ຈັດຂຶ້ນທຸກໆປີ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທັງເປັນການສະຫຼອງຜົນສຳເລັດດ້ານຕ່າງໆໃນໜຶ່ງປີເຊັ່ນວ່າ: ການເກັບກ່ຽວຜົນລະປູກ, ການຄ້າ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ທີ່ມີຢູ່ມີກິນ, ນຸ່ງງາມຂອງຊົນເຜົ່າມົ້ງ. ທ່ານ ວາລີ ຈື້ນໍເຢັ້ງ ປະທານກວດກາພັກ-ລັດ ເມືອງໄຊ ແຂວງອຸດົນໄຊ, ປະທານຈັດງານບຸນກິນຈຽງໄດ້ໃຫ້ຮູ້ຕື່ມອີກວ່າ: ບຸນກິນຈຽງຖືເປັນບຸນປະເພນີຂອງຊົນເຜົ່າມົ້ງທີ່ເຄີຍຈັດຕັ້ງປະຕິບັດມາແຕ່ດົນນານ, ເຊິ່ງປີນີ້ກໍມີຫຼາກຫຼາຍກິດຈະກຳເຊັ່ນ: ໂຍນໝາກຄອນ, ຕີໝາກຂ່າງ, ຍິງໜ້າເກັກ, ງົວຊົນງົວ, ເຕະບານ ແລະ ອີກຫຼາຍກິດຈະກຳ ທີ່ສະແດງໃຫ້ເຫັນເຖິງຄວາມສວຍງາມ ທີ່ເປັນວິຖິຊີວິດ ວັດທະນະທຳ ແລະ ສີສັນຂອງຊົນເຜົ່າມົ້ງ ແຂວງອຸດົມໄຊ. ອີກໜຶ່ງຈຸດເດັ່ນຂອງບຸນດັ່ງກ່າວ ແມ່ນການແຕ່ງກາຍຂອງບັນດາບ່າວ ສາວ ທີ່ມີຄວາມງົດງາມ ແລະ ເປັນເອກະລັກ ເພາະໃນໄລຍະບຸນນີ້ ບັນດາບ່າວ ສາວເຜົ່າມົ້ງ ໄດ້ພ້ອມກັນນຸ່ງຊຸດປະຈຳຊົນເຜົ່າ ທີ່ສວຍງາມ ໂດຍຊຸດທີ່ນຸ່ງກໍຈະໄດ້ຮັບການປະຍຸກ ແລະ ອອກແບບ ໃຫ້ມີຄວາມທັນສະໄໝຕາມໄລຍະເວລາ, ແຕ່ກໍ່ຍັງຮັກສາຊຸດເກົ່າແກ່ ທີ່ເປັນເອກະລັກຂອງເຜົ່າມົ້ງ ໃນສະໄໝກ່ອນໄວ້ ແລະ ນີ້ຄືສະເໜ່ ຂອງບຸນກິນຈຽງ (ນໍ່ເປ້ເຈົ່າ) ຂອງພີ່ນ້ອງເຜົ່າລາວມົ້ງ. ງານບຸນກິນຈຽງ (ນໍເປ້ເຈົ່າ) ຂອງເຜົ່າມົ້ງ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ ...

Read More »

ຜູ້ຕາງໜ້າ ADB ຢ້ຽມຂໍ່ານັບທ່ານຮອງເຈົ້າແຂວງ ອຸດົມໄຊ

ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າສໍານັກງານ ທະນາຄານ ພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ແລະ ບັນດາສື່ມວນຊົນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພຽງ ຢາຈົ່ງວ່າ ຮອງເຈົ້າແຂວງອຸດົມໄຊ ໃນວັນທີ 13 ທັນວາ 2018 ເພື່ອລາຍງານ ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາ ກ່ຽວກັບການທ່ອງທ່ຽວ ແບບຍືນຍົງ ແລະ ຄວາມຄືບໜ້າ ຂອງໂຄງການກໍ່ສ້າງເສັ້ນທາງ ເຂົ້າຫາຖ້ຳຈອມອອງ ຢູ່ແຂວງອຸດົມໄຊໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ມີຄວາມຍາວເກືອບ 50 km ຜ່ານ 11 ບ້ານ ມູນຄ່າການກໍ່ສ້າງ 9,5 ລ້ານໂດລາສະຫະລັດ ໂດຍການກູ້ຢືມດອກເບ້ຍຕໍ່າ ຈາກ ADB ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2021. ໃນໂອກາດດັ່ງກ່າວ, ທ່ານ ຢາຊູຊິ ໄດ້ລາຍງານຕໍ່ທ່ານຮອງເຈົ້າແຂວງວ່າ: ການມາຢ້ຽມຢາມຄັ້ງນີ້, ແມ່ນມາຕິດຕາມຜົນສຳເລັດໃນວຽກງານສົ່ງເສີມການທ່ອງທ່ຽວ ໃນນີ້ພວກເຮົາໄດ້ລົງຢ້ຽມຢາມບ້ານຍໍ້ ເມືອງ ແບ່ງ ແລະ ຖ້ຳຈອມອອງ ຢູ່ບ້ານຈອມອອງ ເມືອງໄຊ. ໃນໄລຍະຜ່ານມາ ADB ...

Read More »

ຫາງສຽງຈົ່ມວ່າ ຈາກສັງຄົມ!!! ລົດບັນທຸກໜັກເກີນ ເປັນສາເຫດເຮັດໃຫ້ທາງເປ່ເພ

ພາຍຫຼັງທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບການຈັດຕັ້ງປະຕິບັດ ເຮັດໃຫ້ເສັ້ນທາງ ແລະ ຂົວ ມີການເປ່ເພຫຼາຍສົມຄວນ ໂດຍເກີດຈາກການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ມີຫາງສຽງຈາກສັງຄົມ. ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນເດືອນພະຈິກ 2018 ສສຊ ຫຼາຍເຂດເລືອກຕັ້ງໄດ້ນໍາເອົາບັນຫາດັ່ງກ່າວສະເໜີຕໍ່ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຄວນມີການກວດກາຄືນບັນຫາການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ ແລະ ປະຊາຊົນທີ່ອາໄສຢູ່ຕາມແຄມທາງ; ພາກສ່ວນກ່ຽວຂ້ອງຄວນມີການຕິດຕາມກວດກາຄືນ ແລະ ມີມາດຕະການໃນການແກ້ໄຂບັນຫາດັ່ງກ່າວ. ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 26 ພະຈິກ ທີ່ຜ່ານມາວ່າ: ການບັນທຸກໜັກເກີນຂອງບໍລິສັດຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງ ແລະ ຂົວເປ່ເພນັ້ນ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 5 ຂຶ້ນໃນວັນທີ 13 ພະຈິກ 2018 ແລະ ໄດ້ມອບໃຫ້ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຜູ້ອອກແຈ້ງການໃຫ້ບັນດາບໍລິສັດກໍ່ ...

Read More »

ໂຮງໝໍມະໂຫສົດ ຈະເປັນໂຮງໝໍ ທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ

ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ ເປັນໂຄງການໃຫຍ່ ແລະ ສຳຄັນຍິ່ງ. ພາຍຫຼັງທີ່ມີການ ຈັດພິທີວາງຫິນສີລາລຶກ ໃນປີ 2017 ຜ່ານມາ ປະຊາຊົນໃນທົ່ວປະເທດ ກໍຄືບັນດາອົງການຈັດຕັ້ງສາກົນ, ຕ່າງປະເທດ ກໍຮັບຊາບທົ່ວເຖິງ ແລະ ມີຄວາມຫວັງ, ມີຄວາມດີໃຈທີ່ຈະມີໂຮງໝໍທີ່ທັນສະໄໝເກີດຂຶ້ນ. ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່ກວ່າໝູ່, ຕຽງຫຼາຍກວ່າໝູ່, ມູນຄ່າລົງ ທຶນຫຼາຍກວ່າໝູ່, ມາດຕະຖານໃນການກໍ່ສ້າງສູງກວ່າໝູ່ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍ ຂອງ ສ.ປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆຜ່ານມາ ແລະ ກໍເປັນໂຄງການທີ່ມີຄວາມໝາຍສໍາຄັນເຊິ່ງ ປະມຸກລັດ ຂອງ ສ.ປ.ປ ລາວ ແລະ ສ.ປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີວາງສີລາລຶກໄປແລ້ວໃນວັນທີ່ 14 ພະຈິກ 2017. ທ່ານ ເສີນເຣີ້ນ ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ...

Read More »

ສອງນາຍົກ ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມເອກະສານສັນຍາ ລະຫວ່າງ ສອງລັດຖະບານ

ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມ ໃນບັນດາເອກະສານສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ເອກະສານທີ່ນຳມາລົງນາມໃນຄັ້ງນີ້, ປະກອບມີ: ຖະແຫຼງການຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມຶືທາງດ້ານກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້-ຂາຍໄຟຟ້າ ລາວ-ໄທ. ຂ່າວ-ພາບ: ຂປລ.

Read More »

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການຮ່ວມມືໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ໃນວັນທີ 14 ທັນວາ 2018, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໄດ້ມີຖະແຫຼງຂ່າວຮ່ວມ ເຊິ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະການຮ່ວມທຶນນໍາກັນ ເພື່ອສ້າງຖານຜະລິດອັນດຽວກັນ. ທັງນີ້, ກໍເພື່ອຈະເປັນການສົ່ງເສີມການຄ້າໃຫ້ເຕີບໂຕໄວຂຶ້ນ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ. ...

Read More »

ຂີດເສັ້ນ ຮອດທ້າຍເດືອນທັນວາ ຖ້າກາຍ ຈະປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ

ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 3387/ຫກງ ລົງວັນທີ 11 ທັນວາ 2018 ເຖິງບັນດາທ່ານຜູ້ອໍານວຍການບໍລີສັດ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ເລື່ອງ: ການສົ່ງເອກະສານລາຍງານການເງິນ (ປິດສະຫຼຸບບັນຊີ) ປະຈໍາປີ 2017. ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມສ່ວສາອາກອນ ທີ່ຍັງບໍ່ທັນໄດ້ສົ່ງເອກະສານລາຍງານການເງິນ ຈໍານວນ 80 ບໍລິສັດ ແລະ ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ. -ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 2 (ຈໍານວນ 53 ບໍລິສັດ) -ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 1 (ຈໍານວນ 27 ບໍລິສັດ) -ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ. ດັ່ງນັ້ນທາງຈຶ່ງແຈ້ງໃຫ້ບັນດາບໍລິສັດທີ່ມີລາຍຊື່ ຕ້ອງສົ່ງເອກະສານລາຍງານການເງິນ ປະຈໍາປີ 2017 ໃຫ້ກົມສ່ວຍສາອາກອນ ...

Read More »

ນະຄອນຫຼວງວຽງຈັນ ຕ້ອນຮັບ ຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ

ໃນວັນທີ 13 ທັນວາ 2018 ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ແທນຜູ້ຊົງຄຸນວຸດທິທົ່ວປະເທດ ເຊີ່ງເປັນຄົນລາວທີ່ອາໄສຢູ່ຕ່າງປະເທດ ຈຳນວນ 11 ປະເທດ ທີ່ເດີນທາງມາຮ່ວມກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດ ຄັ້ງທີ III ປະຈຳປີ 2018 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າອົງການປົກຄອງນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ຝ່າຍຄະນະຜູ້ແທນຜູ້ຊົງຄຸນວຸດທິ ໂດຍ ທ່ານ ນາງ ໄພວັນ ພູມິນ-ພົນເສນາ ກຳມະການ ສນຊ ສະໄໝທີ x ພ້ອມດ້ວຍຄະນະ ເຊີ່ງມີບັນດາຜູ້ຊົງຄຸນວຸດທິ ທີ່ມາຈາກປະເທດອາເມລິກາ, ການາດາ, ຝຣັ່ງ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ອັງກິດ, ສະວິດເຊີແລນ, ໂອຕຣິດ, ແບນຊິກ, ເຢຍລະມັນ… ໂອກາດມາຢ້ຽມຢາມ ນວ ໃນຄັ້ງນີ້ ຄະນະຜູ້ແທນຜູ້ຊົງຄຸນວຸດທິ ໄດ້ເຂົ້າຮ່ວມທ່ຽວຊົມຣາຕີວຽງຈັນ, ໄດ້ຢ້ຽມຊົມ ຫ້ອງຜັງເມືອງນະຄອນຫຼວງ ແລະ ຮັບຟັງການບັນຍາຍກ່ຽວກັບແຜນຜັງ ແລະ ຍຸດທະສາດການພັດທະນາຕົວເມືອງ ຂອງ ນວ; ...

Read More »

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໄປມາຫາສູ່ເຊິ່ງກັນ ແລະ ...

Read More »