ອົດສະຕຣາລີ ຊ່ວຍວຽກງານກວດກູ້ພື້ນທີ່ສຸກເສີນ ຢູ່ເມືອງ ສະໜາມໄຊ

ລັດຖະບານອົດສະຕຣາລີ ສະໜັບສະໜູນ 2 ແສນໂດລາອົດສະຕຣາລີ ໃຫ້ລັດຖະບານແຫ່ງ ສປ ປ ລາວ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ໃນການປະຕິບັດວຽກງານກວດກູ້ພື້ນທີ່ສຸກເສີນ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື.

ພິທີລົງນາມດັ່ງກ່າວ ຈັດຂຶ້ນໃນວັນທີ 12 ທັນວາ 2018 ທີ່ ຄກລ, ໂດຍການລົງນາມ ຂອງ ທ່ານ ຈີນ ເບີນາດ ຄາຣາສໂຊ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ.

ການປະກອບສ່ວນໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອດ້ານມະນຸດສະທຳ ຂອງອົດສະຕຣາລີ ໃນຈຳນວນ 3 ລ້ານໂດລາ ເພື່ອໃຫ້ການສະໜັບສະໜູນລັດຖະບານ ໃນການຕອບໂຕ້ໄພພິບັດ ຢູ່ແຂວງອັດຕະປື ເມື່ອເດືອນກໍລະກົດ 2018 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments