ຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສສຊ ຮັບຮອງແລ້ວ

ພາຍຫຼັງທີ່ບັນດາ ສສຊ ໄດ້ສຸມໃສ່ ປະກອບຄໍາຄິດ ຄໍາເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ ຢ່າງກົງໄປ ກົງມາ ດ້ວຍຄວາມຮັບຜິດຊອບສູງເປັນເວລາ 1 ວັນເຕັມ ເພື່ອເຮັດໃຫ້ກົດໝາຍສະບັບດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງຕາມແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ.

ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ດ້ວຍຄະແນນສຽງເຫັນດີ 87%

ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 1 ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ໃນຍຸກອຸດສາຫະກຳ 4.0 ມີຫຼາຍຢ່າງໄດ້ຫັນປ່ຽນຈາກ ອານາລ໋ອກ ມາເປັນ ດີຈີຕອນ, ການຕິດຕໍ່ສື່ສານໃນຍຸກ ອອນໄລ໌ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ພັດທະນາຂຶ້ນເລື້ອຍໆ ແລະ ເຖິງເວລາແລ້ວ ທີ່ຈະຕ້ອງມີກົດໝາຍ ຫຼື ນິຕິກຳ ໃນການຄຸ້ມຄອງວຽກງານດັ່ງກ່າວ.

ຂ້າພະເຈົ້າຄິດວ່າກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍ, ເຊິ່ງຈະເປັນເຄື່ອງມືໃນການຄຸ້ມຄອງທີ່ສຳຄັນ ຕໍ່ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ.

ຄຽງຄູ່ກັບຄວາມທັນສະໄໝນັ້ນ ກໍມີກັບຄວາມສ່ຽງ ແລະ ມີຄວາມຈຳເປັນຫຼາຍ ທີ່ຕ້ອງໄດ້ສ້າງບຸກຄະລາກອນ ໂດຍຮຽກຮ້ອງໃຫ້ມີການສ້າງຫຼັກສູດ ການຮຽນ ການສອນດ້ານ ໄອຊີທີ ໃຫ້ເປັນວິຊາຫຼັກ ທີ່ກຳນົດເຂົ້າໃນຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ເພື່ອປູພື້ນຖານ ໃນການພັດທະນາບຸກລະລາກອນ ແລະ ຮັບມືກັບຍຸກທີ່ທັນສະໄໝ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments