ມອບ-ຮັບ ຕຳແໜ່ງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າວັນນີ້ 13 ທັນວາ 2018, ໄດ້ມີພິທີມອບ-ຮັບ ຕຳແໜ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຕາມມະຕີຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ.

ໄດ້ຕົກລົງຮັບຮອງເອົາທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ດ້ວຍຄະແນນສຽງ 90% ຂອງຈຳນວນສະມາຊິກ ສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມຈຳນວນ 126 ທ່ານ ໃນນັ້ນບໍ່ເຫັນດີ 09 ທ່ານເທົ່າກັບ 7% ແລະ ບໍ່ອອກສຽງ 2%;
ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປ່ຽນແທນທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.

ຂອບໃຈຂໍ້ມູນຈາກເຟສບຸກທ່ານ ສຸຣິອູດົງ ແສງດາຣາ.

 

 

Comments