ວາງສະແດງຮູບພາບ-ຜົນງານ ມູນເຊື້ອກອງທັບຄົບຮອບ 70 ປີ

ເພື່ອເປັນການຈາລຶກ ຜົນງານມູນເຊື້ອອັນອົງອາດກ້າແກ່ນ ວິລະກໍາລໍ້າເລີດຂອງ ກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງຂອງພັກ ຕະຫຼອດໄລຍະ 70 ປີ ເພື່ອໃຫ້ມວນຊົນທຸກເພດໄວ ທຸກຊັ້ນຄົນ ແຂກບ້ານ-ແຂກເມືອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນ ໄດ້ສໍາຜັດ ຮັບຮູ້ປະຫວັດສາດ ຂອງຊາດ ຂອງພັກ ແລະ ຂອງກອງທັບ ທັງເປັນການສຶກສາອົບຮົມແນວຄິດ-ປູກຈິດສໍານຶກໃຫ້ລູກຫຼານ ຮຸ່ນຕໍ່ໆໄປ ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ ຕໍ່ກອງທັບ ສືບຕໍ່ເດີນຕາມອຸດົມການ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ກ້າວສູ່ຈຸດໝາຍສັງຄົມນິຍົມຢ່າງສົມບູນ.

ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງງານວາງສະແດງຮູບພາບ -ວັດຖຸ ຜົນງານມູນເຊື້ອປະຕິວັດ ຂອງ ກອງທັບປະຊາຊົນປະຕິວັດລາວ ຂຶ້ນຢ່າງເປັນທາງການ ທີ່ຫໍພິພິທະພັນກອງທັບ ໂດຍມີ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີບັນດາການນໍາພັກ-ລັດ ການນໍາກະຊວງປ້ອງກັນປະເທດ ຕາງໜ້າສູນກາງແນວລາວສ້າງຊາດ ນັກຮົບເກົ່າແຫ່ງຊາດລາວ ສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ສູນກາງສະຫະພັນແມ່ຍິງລາວ ສູນກາງສະຫະພັນກໍາມະບານລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ງານວາງສະແດງຮູບພາບ-ວັດຖຸຜົນງານມູນເຊື້ອປະຕິວັດ ຂອງກອງທັບປະຊາຊົນປະຕິວັດລາວ ຈັດຂຶ້ນລະຫວ່າງວັນທີ 13 ທັນວາ 2018 ຫາ 15 ກຸມພາ 2019.

ຂອບໃຈຂໍ້ມູນຈາກ: ເຟສບຸກວຽງຈັນໃໝ່.

 

Comments