ຄົບຮອບ 98 ປີ ປະທານ ໄກສອນ ພົມວິຫານ ວິລະບຸລຸດຂອງຊາດລາວ

ວັນທີ 13 ທັນວາ 2018  ແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ແລະ ຢູ່ໃນຄວາມຊົງຈໍາຂອງປວງຊົນລາວຕະຫຼອດມາ, ນັ້ນກໍຄືວັນເກີດປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳປະຕິວັດທີ່ກ້າແກ່ນ, ສະຫຼາດສ່ອງໃສ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວບັນດາເຜົ່າ, ຊຶ່ງປີນີ້ໄດ້ໝູນວຽນມາບັນຈົບ ຄົບຮອບ 98 ປີ (13/12/1920 – 13/12/2018).

 ເນື່ອງໃນໂອກາດດັ່ງກ່າວ ທາງທີມງານ ວາລະສານທາເກັດ ຈະຂໍນໍາເອົາປະຫວັດຫຍໍ້ ແລະ ການເຄື່ອນໄຫວ ໃນພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເລົ່າສູ່ຟັງ.

ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ແຂວງ ສະຫວັນນະເຂດ ເປັນບຸດຂອງທ້າວ ລ້ວນ ກັບ ນາງ ດົກ ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ ເມື່ອອາຍຸ 7 ປີໄດ້ເຂົ້າໂຮງຮຽນປະຖົມ ທີ່ບ້ານເໜືອ (ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້ (ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ໃນປີ 1934 ໄດ້ເຂົ້າຮຽນທີ່ໂຮງຮຽນ ວິທະຍາໄລໂປຼເຕັກໂຕຣາ (Lyceé du Protectorat) ທີ່ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອຮຽນຈົບໃນປີ 1942 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລ ໃນສາຂາວິຊາການແພດ ຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນຍ້ອນວິຊາດັ່ງກ່າວບໍ່ຖືກກັບຄວາມມັກຂອງເພິ່ນ ເພິ່ນຈຶ່ງໄດ້ປ່ຽນມາຮຽນ ວິຊາກົດໝາຍແທນ.

 ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂຶ້ນຂອງຝຣັ່ງ ໄດ້ຮຽນຮູ້ກ່ຽວກັບ ຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາ ທີ່ຮັກຊາດຕ້ານລັດທິລ່າເມືອງຂຶ້ນ. ໃນໄລຍະນັ້ນ ຂະບວນການຫວຽດມິນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໂດຍປະທານ ໂຮຈິມິນ ທ່ານໄກສອນໄດ້ສຶກສາເອກະສານສ່ິງພິມ ທີ່ເປັນສຽງຂອງພັກກອມມູນິດອິນດູຈີນ ລວມທັງເອກະສານ ອື່ນໆ ເຊັ່ນ: ໜັງສືທິດສະດີປະຕິວັດ ເຊິ່ງໃນນັ້ນລວມ ທັງມະຕິຂອງກອງປະຊຸມສາກົນກອມມູນິດ ປີ 1919 ແລະ ໜັງສືອື່ນໆ ກ່ຽວກັບສະຫະພາບໂຊວຽດ.

ດ້ວຍເງື່ອນໄຂ ແລະ ສະພາບແວດລ້ອມທີ່ເຕັມໄປດ້ວຍບັນຍາກາດແຫ່ງການຕໍ່ສູ້ຂອງຫວຽດມິນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດ ແລະ ເສັ້ນທາງຊີວິດຂອງທ່ານ. ທ່ານເຄີຍມີຄວາມເຫັນວ່າ: ” ການເຄື່ອນໄຫວຂອງຫວຽດມິນ ໄດ້ເຮັດໃຫ້ເພິ່ນເກີດແນວຄິດ ຮັກຊາດ ແລະ ຢາກໃຫ້ປະເທດຊາດເປັນເອກະລາດ ມີອະທິປະໄຕ ”

 

ປີ 1944 ທ່ານໄກສອນໄດ້ເຂົ້າເປັນສະມາຊິກຂອງສະມາຄົມໄວໜຸ່ມກູ້ຊາດຫວຽດມິນ ທ່ານໄດ້ຮ່ວມກິດຈະກຳ ຂອງສະມາຄົມຢ່າງຫຼວງຫຼາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ການເຄື່ອນໄຫວຂອງຫວຽດມິນໄດ້ເປັນຢ່າງດີ.  ທ່ານໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຄົນທີ່ຮັກຊາດ ທີ່ມີສະຕິຕື່ນຕົວສູງເທົ່ານັ້ນ ແຕ່ທ່ານຍັງມີແນວຄິດປະຕິວັດອີກດ້ວຍ.

  ປີ 1945 ສະພາບການຂອງໂລກໄດ້ຜັນປ່ຽນໄປຢ່າງໄວວາ ແລະ ສົ່ງຜົນກະທົບໂດຍກົງຕໍ່ຊາຕາກຳຂອງບັນດາປະຊາຊາດ ໃນແຫຼມອິນດູຈີນ, ຕົ້ນເດືອນ ມີນາ 1945 ສູນກາງພັກກອມມູນິດອິນດູຈີນໄດ້ຈັດກອງປະຊຸມຂຶ້ນ ເພື່ອກະກຽມ ເງື່ອນໄຂອັນຈໍາເປັນໃຫ້ແກ່ການລຸກຮືຂື້ນຍຶດອໍານາດການປົກຄອງຈາກພວກລ່າເມືອງຂຶ້ນ ເພື່ອນໍາເອົາເອກະລາດແຫ່ງຊາດ ມາໃຫ້ບັນດາປະເທດໃນອິນດູຈີນ.

ໃນວັນທີ 9 ພຶດສະພາ 1945 ກອງທັບແດງໂຊວຽດ ໄດ້ຮັບໄຊຊະນະກອງທັບຟາຊິດເຢຍລະມັນ ອັນໄດ້ເຮັດໃຫ້ ເກີດມີໂອກາດອຳນວຍສຳລັບການລຸກຮືຂຶ້ນຍຶດອຳນາດຂອງປະຊາຊົນໃນແຫຼມອີນດູຈີນ.

ປະທານ ໄກສອນ ເວລານັ້ນ ຫາກໍເດີນທາງຈາກວຽດນາມມາຮອດສະຫວັນນະເຂດ ແລະ ໄດ້ເຄື່ອນໄຫວທັນທີໂດຍເລີ່ມຈາກການຄົ້ນຫາຜູ້ທີ່ຮັກຊາດ ໃນຂະບວນການລາວອິດສະຫຼະ ທັງດຳເນີນການປຸກລະດົມ ແລະ ຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າງດ້າວ ເຂົ້າຮ່ວມໃນຂະບວນການຕໍ່ສູ້ ຍຶດອໍານາດທີ່ສະຫວັນນະເຂດ;

ຕາມການບັນທຶກຂອງ ທ່ານ ສີຊະນະ  ສີສານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນການນັ້ນລະບຸໄວ້ວ່າ: ” ໃນຂະນະນັ້ນ ສະຫາຍ ໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນແຂວງສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທວງໃຫ້ຍີ່ປຸ່ນມອບອຳນາດ ໃຫ້ແກ່ຄົນລາວ, ໃນທີ່ສຸດໃນວັນທີ 31 ສິງຫາ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມດ້ວຍລູກປືນຫຼາຍຫີບໃຫ້ແກ່ຊາວແຂວງສະຫວັນນະເຂດ; ກອງກໍາລັງປະກອບອາວຸດ ຂອງປະຊາຊົນໄດ້ຮັບການຈັດຕັ້ງຂຶ້ນທັນທີ ແລະ ພ້ອມກັນນັ້ນ ປະທານ ໄກສອນ ແລະ ຂ້າພະເຈົ້າ ກໍໄດ້ພາກັນ ອອກໄປບ້ານຕ່າງໆເພື່ອບອກໃຫ້ບັນດາກໍາລັງປະກອບອາວຸດ “ລາວອິດສະຫຼະ” ເຂົ້າມາສະຫວັນນະເຂດ ເພື່ອສົມທົບກັບກໍາລັງປະກອບອາວຸດປະຊາຊົນ ທີ່ໄດ້ຈັດຕັ້ງຂຶ້ນໄວ້ກ່ອນໜ້ານັ້ນແລ້ວ ໃຫ້ເປັນກຳລັງ ປະກອບອາວຸດອັນດຽວກັນ ພາຍຫຼັງທີ່ການຍຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບພະແນກຖະແຫຼງຂ່າວຂອງແຂວງສະຫວັນນະເຂດ ”

ຮອດເດືອນທັນວາ 1945 ທ່ານໄດ້ອອກເດີນທາງຈາກສະຫວັນນະເຂດໄປ ຮ່າໂນ້ຍ ເພ່ືອລວບລວມຄົນລາວທີ່ອາໄສຢູ່ໃນ ຫວຽດນາມເຂົ້າຮ່ວມການຕໍ່ສູ້ ຕອນທີ່ທ່ານຢູ່ ຮ່າໂນ້ຍ ທ່ານໄດ້ຢູ່ທີ່ສະຖານີວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ ຂຽນບົດວິຈານ ແປຂ່າວ ຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ມາເປັນ ພາສາລາວ ບາງເທື່ອທ່ານ ຍັງໄດ້ເປົ່າແຄນອອກທາງວິທະຍຸກະຈາຍສຽງອີກ.

ໃນລະຫວ່າງເດືອນມີນາ ຫາ ເດືອນທັນວາ 1946 ທ່ານໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມ ທີ່ຮ່າໂນ້ຍ ອົງການນີ້ເປັນອົງການທີ່ລວບລວມເອົາ ຄົນລາວທີ່ຢູ່ຮ່າໂນ້ຍ ແລະ ແຂວງຕ່າງໆ ຂອງຫວຽດນາມ ເພື່ອຈັດຕັ້ງອົງການກູ້ຊາດຂອງລາວ ທີ່ຢູ່ຫວຽດນາມ ຫຼື ອົບພະຍົບໄປຫວຽດນາມ.

 ປະທານ ໄກສອນ ໃນຍຸກຕໍ່ສູ້ກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ທ່ານໄດ້ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ທ່ານ ສຸພານຸວົງ ທ່ານ ໜູຮັກ ພູມສະຫວັນ ທ່ານ ຄຳໄຕ ສີພັນດອນ. ທ່ານໄກສອນ ເປັນຜູ້ນຳໃນການຕໍ່ສູ້ທາງການທະຫານ ເຂົ້າມາໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນແຕ່ໃຫ້ຈັບປາໄດ້” ສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານ ເປັນເລຂາທິການໃຫຍ່ຂອງພັກຜູ້ທຳອິດ ໃນເວລານັ້ນພັກດຳເນີນໄປຢ່າງປິດລັບ ໂດຍແນວລາວສ້າງຊາດ ເປັນຕົວແທນໃຫ້ກັບພັກ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປະກາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ປີ 1975 ພັກຈຶ່ງດຳເນີນງານຢ່າງເປີດເຜີຍ.

 ພາຍຫຼັງ​ການ​ ສະຖາປະນາ ສປປ ລາວ ປະທານ ​ໄກສອນ ພົມວິຫານ ​ໄດ້ສືບຕໍ່ອຸທິດ​ສະຕິ​ປັນຍາ​ກຳລັງວັງຊາຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ ເຂົ້າ​ໃນ​ພາລະກິດ​ປົກປັກ​ຮັກສາລະ​ບອບ​ໃຫມ່ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໄປສູ່ຈຸດໝາຍ​ສັງຄົມ​ນິຍົມ. ​

ເຖິງວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທົດ​ສອບອັນ​ຂ້ຽວຂາດ​ທີ່​ເກີດ​ຈາກ​ການ​ປິດ​ລ້ອມ ​ແລະ ບຸກ​ໂຈມຕີ​ບຽດຢຶດຂອງອິດທິກຳລັງປໍລະປັກ; ແຕ່ປະທານ ໄກສອນ ພົມວິຫານ ກໍໄດ້ພ້ອມກັບໝູ່ຄະນະການນຳຂອງພັກນຳພາທົ່ວປວງຊົນລາວຜ່ານຜ່າໄດ້ຢ່າງມີໄຊ; ຮັກສາໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປົກປ້ອງຜືນແຜ່ນດິນ ແລະ ອະທິປະໄຕຂອງຊາດໄວ້ໄດ້ຢ່າງໜັກແໜ້ນ , ການປະຕິວັດລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ.

ສິ່ງທີ່ເປັນຂີດໝາຍສຳຄັນແມ່ນກອງປະຊຸມໃຫຍ່ ຄັ້ງທີ IV ປີ 1986 ຂອງພັກ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ນຳພາລິເລີ່ມການປ່ຽນແປງໃໝ່ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດອັນເດັ່ນແຈ້ງ ແລະ ໄດ້ຮັບການສືບທອດຕໍ່ໆມາຮອດປັດຈຸບັນຢ່າງໜັກແໜ້ນ.

ທ່ານຄືຜູ້ນໍາທີ່ອົງອາດກ້າແກ່ນປີຊາສາມາດຂອງພັກ ທ່ານດຳລົງຕຳແໜ່ງເລຂາທິການໃຫຍ່ຂອງພັກ ຈົນເຖິງແກ່ມໍລະນະກຳ ເມື່ອວັນທີ 21 ພະຈິກ ປີ 1992.

ດ້ວຍຜົນງານ ແລະ ຄຸນງາມຄວາມດີ ອັນໃຫຍ່ຫຼວງທີ່ໄດ້ອຸທິດໃຫ້ແກ່ການປະຕິວັດກໍຄືປະເທດຊາດ ແລະ ປະຊາຊົນລາວເຮົາ.

ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຖືກຂະໜານນາມເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮັກຊາດ ແລະ ນັກປະຕິວັດຜູ້ຍິ່ງໃຫຍ່ຂອງຊາດເຮົາ, ແມ່ນວິລະບຸລຸດແຫ່ງຊາດລາວ, ແມ່ນຜູ້ນຳຂອງພັກ ແລະ ລັດທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສ.

         #ປະທານໄກສອພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ.

ຮຽບຮຽງ: ບັນນາທິການວາລະສານທາເກັດ.

ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Comments