ອະດີດອຸປະທູດຊົ່ວຄາວ ແຫ່ງລຸກຊຳບວກ ໄດ້ຮັບຫຼຽນກາມິດຕະພາບ

ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານອັນດີເດັ່ນ ຂອງທ່ານ ໂກລດ ຊັງແຊງ ອະດີດອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ໂດຍສະເພາະແມ່ນການປະຕິບັດບົດບາດອັນສຳຄັນໃນການປະສານງານ ແລະ ຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ລຸກຊຳບວກ ຢ່າງມີປະສິດທິຜົນ.

ລັດຖະບານ ສປປ ລາວ ໄດ້ຕົກລົງມອບຫຼຽນກາມິດຕະພາບ ເຊິ່ງຕາງໜ້າປະດັບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພິທີຈັດຂຶ້ນໃນວັນທີ 12 ທັນວາ 2018.

ຜົນງານຂອງທ່ານ ໂກລດ ຊັງແຊງ ເຮັດໃຫ້ການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ ເພີ່ມຂຶ້ນຈາກ 50 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 3 ( ICP3) ສຳລັບສົກປີ 2011-2015 ມາເປັນ 75 ລ້ານເອີໂຣ ໃນແຜນງານຮ່ວມມືຄັ້ງທີ່ 4 ( ICP4) ສຳລັບສົກ ປີ 2016-2020,

ອັນເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີປະສິດທິຜົນ ລະຫວ່າງ ສອງປະເທດລາວ ແລະ ລາຊະອານາຈັກລຸກຊຳບວກ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຕະຫຼອດມາ.

ຂອບໃຈຂໍ້ມູນຈາກ: ຂປລ.

Comments