ເຊີນຜູ້ປະກອບການລາວ ຮ່ວມເຈລະຈາທຸລະກິດ ໃນງານສະແດງສິນຄ້າ-ອາຫານ ລະດັບໂລກທີ່ປະເທດໄທ

ກົມສົ່ງເສີມການຄ້າ ລະຫວ່າງປະເທດກະຊວງພານິດ ຮ່ວມມືກັບ ຫໍການຄ້າໄທ ແລະ Coelnmesse ປະເທດເຢຍລະມັນ ຈັດງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມລະດັບໂລກ  “THAIFEX – World of Food ASIA 2019” ທີ່ປະເທດໄທ.

ໃນວັນທີ 15 ມີນາ ທີ່ຜ່ານມາ ຢູ່ທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານຖະແຫຼງຂ່າວ ເພື່ອເຊີນຊວນ ຜູ້​ປະ​ກອບກ​ານ ສ ປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ-ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກປະເທດໄທ ແລະ ທົ່ວໂລກຫຼາຍກວ່າ ໂດຍງານຈະຈັດຂຶ້ນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ການປະຊຸມອິມແພັກ ເມືອງທອງທານີ ແຂວງນົນທະບູລີ ປະເທດໄທ

ທ່ານ ວິດທະຍາກອນ ມະນີເນດ ຮອງອະທິບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທ ໃນຖານະຜູ້ແທນຜູ້ຈັດງານຈາກລັດຖະບານໄທ ໄດ້ກ່າວວ່າ: ເຫດຜົນທີ່ເຊີນຊວນຜູ້ປະກອບການຂອງລາວໄປຮ່ວມງານ “THAIFEX – World of Food ASIA 2019” ເພາະວ່າງານດັ່ງກ່າວ ເປັນເວທີທີ່ເປີດໂອກາດ ໃຫ້ຜູ້ປະກອບການຈາກທົ່ວໂລກດ້ມາເຈລະຈາການຄ້າກັບຜູ້ປະກອບການອາຫານຂອງປະເທດໄທ ແລະ ຜູ້ປະກອບການຈາກພາກພື້ນຕ່າງໆ ທົ່ວໂລກ ຫຼາຍກວ່າ 40 ປະເທດ ບໍ່ວ່າຈະເປັນອາຊີຕາເວັນອອກ, ອາຊຽນ, ເອີຣົບ, ສະຫະລັດອາເມລິກາ, ລາຕິນອາເມລິກາ,ອາຟຣິກກາ ເຊິ່ງພ້ອມໃຈກັນມາຈັດງານສະແດງສິນຄ້າ ລວມຫຼາຍກ່ວາ 2.700 ບໍລິສັດ.

ມີປະມານ 5,800 ຮ້ານຄ້ານ້ອຍໃນພື້ນທີ່ຈັດງານທີ່ໃຫຍ່ຫຼາຍກວ່າ 100,000 ແມັດກາເລ້. ນີ້ຈິ່ງຖືໄດ້ວ່າເປັນງານຈັດສະແດງອາຫານ ແລະ ເຄື່ອງດື່ມ ທີ່ຍິ່ງໃຫຍ່ທີ່ສຸດໜຶ່ງໃນອາຊີ, ໂດຍມີມູນຄ່າການຊື້ຂາຍຫຼາຍກວ່າ 10,000 ລ້ານບາດ ແລະ ເປັນງານສຳຄັນທີ່ຜູ້ປະກອບການຈາກຫຼາຍໆປະເທດລໍຖ້າ ແລະ ບໍ່ພາດທີ່ຈະມາງານນີ້ ເພາະງານດັ່ງກ່າວນີ້ຈະຈັດໜຶ່ງຄັ້ງຕໍ່ປີເທົ່ານັ້ນ.

ທ່ານ ວິດທະຍາກອນ ຍັງໄດ້ກ່າວອີກວ່າມີສິນຄ້າຂອງ ສປປ ລາວ ຫຼາຍຊະນິດທີ່ມີຊື່ສຽງ ແລະ ມີໂອກາດໃນການເຮັດທຸລະກິດທັງໃນໄທ ແລະ ຕ່າງປະເທດ ບໍ່ວ່າຈະເປັນກາເຟສີໜຸກ, ກາເຟແລະໝາກໄມ້ອົບແຫ້ງດາວ,ຊາຜົ້ງສາລີ ແລະ ເບຍລາວ ເປັນຕົ້ນ, ຈິ່ງມີຄວາມຕັ້ງໃຈມາເຊີນຊວນນັກທຸລະກິດ ແລະ ຜູ້ທີ່ສົນໃຈປະກອບທຸລະກິດອາຫານ ແລະ ເຄື່ອງດື່ມຈາກ ສປປ ລາວ ໄປເຂົ້າຮ່ວມ ແລະ ເຂົ້າເບິ່ງໃນງານ THAIFEX 2019 ເພື່ອໄປເບິ່ງຊ່ອງທາງ ແລະ ໂອກາດທາງທຸລະກິດ ລວມໄປເຖິງການອັບເດດເທຣນສິນຄ້າອາຫານ ແລະ ເຄື່ອງດື່ມໃໝ່ໆກ່ອນໃຜໆຈາກທົ່ວໂລກ.

ທ່ານ ນາງ ວະຣິສະຣາ ໄນຢະຊິດ ຜູ້ອຳນວຍການໂຄງການ ຜູ້ແທນຈາກບໍລິສັດ Coelnmesse ຈຳກັດ ກ່າວວ່າ ພາຍໃນງານ “THAIFEX – World of Food ASIA 2019” ນອກຈາກຈະມີການຈັດສະແດງສິນຄ້າ ເຕັກໂນໂລຊີ ແລະ ບໍລິການທາງດ້ານອາຫານແລ້ວຜູ້ທີ່ເຂົ້າຮ່ວມພາຍໃນງານຍັງໄດ້ມາອັບເດດສະຖານະການ ແລະ ເທຣນຂອງນັກທຸລະກິດອາຫານ ເຊິ່ງມີຄວາມທັນສະໄໝ ແລະ ມີນະວັດຕະກຳທີ່ໜ້າສົນໃຈ ຜ່ານກິດຈະກຳພິເສດ ແລະ ການສຳມະນາທີ່ຈະຈັດຂຶ້ນຢ່າງຫຼາກຫຼາຍ ບໍ່ວ່າຈະເປັນ Innofood Asia Conference ການສຳມະນາກ່ຽວກັບນະວັດຕະກຳ ແລະ ເຕັກໂນໂລຊີໃນທຸລະກິດຂອງອາຫານ ແລະ ເຄື່ອງດື່ມ,Innovation Design Zone ທີ່ສົ່ງເສີມນະວັດຕະກຳ ແລະ ການອອກແບບ ໃນກຸ່ມທຸລະກິດອາຫານ ແລະ ສົ່ງເສີມການຕະຫຼາດໃນຮູບແບບການສາທິດ,ການທົດລອງຊິມອາຫານໃນຮູບແບບໃໝ່ໆ ພ້ອມຈັດການສະແດງຜົນງານການພັດທະນາພາສະນະບັນຈຸຈາກໂຄງການ SMART PACKAGING,THE 8th Thailand Ultimate Chef Challenge 2019 ການແຂ່ງຂັນປຸງແຕ່ງອາຫານ ແລະ ແກະສະຫຼັກ ຕົບແຕ່ງອາຫານ, THAIFEXtaste Innovation Show ພົບກັບ 50 ຜະລິດຕະພັນທີ່ໄດ້ຮັບລາງວັນນະວັດຕະກຳດີເດັ່ນ ແລະ ການວາງສະແດງເທຣນອາຫານຂອງໂລກ ເຊິ່ງກິດຈະກຳຕ່າງໆມີແຕ່ສີ່ງທີ່ໜ້າສົນໃຈ ແລະ ມີປະໂຫຍດຕໍ່ຜູ້ປະກອບການທີ່ມາຮ່ວມງານຫຼາຍ.

ງານນີ້ຍັງມີສິດທິພິເສດໃຫ້ກັບຜູ້ປະກອບການລາວທີ່ສົນໃຈນຳສິນຄ້າໄປອອກຮ້ານຄ້ານ້ອຍໃນງານ THAIFEX 2019 ກົມສົ່ງເສີມການຄ້າລະຫວ່າງປະເທດມີຮ້ານຄ້ານ້ອຍຟຣີໃຫ້ 10 ຮ້ານຄ້າ ສະໝັກກ່ອນໄດ້ກ່ອນ ນັບແຕ່ມື້ນີ້ຈົນເຖິງວັນທີ 22 ມີນາ 2019 ນີ້.  ສົນໃຈລາຍລະອຽດເພີ່ມຕື່ມຕິດຕໍ່ທີ່ ທ່ານນາງ ຢານີ ສີມີໄຊ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ສຳນັກງານສົ່ງເສີມການຄ້າ ໃນຕ່າງປະເທດຝ່າຍການພານິດ ສະຖານເອກອັກຄະລາດຊະທູດໄທ ປະຈຳ ສປປ ລາວ.

ສົນໃຈສອບຖາມຂໍ້ມູນເພີ່ມຕື່ມ:

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຝ່າຍການພານິດສະຖານເອກອັກຄະລາດຊະທູດໄທ ປະຈຳ ສປປ ລາວ

ໂທ: +856-21-413701, 413706

Comments