ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ

ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຢູ່ດ່ານ ແຂວງຄຳມ່ວນ

ການເກັບລາຍຮັບຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 3 ຢູ່ແຂວງຄຳມວ່ນແມ່ນມາຈາກ 10 ພາກສ່ວນໃຫ່ຍເຊັ່ນ : ຈາກຄ່າເຊັກພິເສດ, ນ້ຳມັນເຊື້ອໄຟ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ສິນຄ້ານຳເຂົ້າ-ສົ່ງອອກຕໍ່, ທຳນຽມພາຫະນະເຂົ້າ, ທຳນຽມພາຫະນະອອກ, ທຳນຽມຜ່ານດ່ານສາກົນ ແລະ ຈາກຄັງແຮນ້ຳມັນເຊື້ອໄຟ.

ຜ່ານການປະຕິບັດການເກັບລາຍຮັບ 2 ເດືອນຕົ້ນປີ 2019, ປະຕິບັດໄດ້ 38.655.292.300 ກີບ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າພາສີ ຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແຂວງຄຳມວ່ນໄດ້ກ່າວຕໍ່ທິມງານວຽງຈັນທາມຫວ່າງມໍ່ໆນີ້ວ່າ : ສິ່ງທ້າທາຍຫຼືທີ່ເປັນອຸປະສັກໃນການເກັບລາຍຮັບຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແມ່ນ ບັນຫາພື້ນຖານໂຄງຮ່າງໂດຍສະເພາະແມ່ນເສັ້ນທາງເລກທີ 12 ຢູ່ເຂດນາພ້າວຊຶ່ງມີໄລຍະທາງ 15 ກິໂລແມັດ, ເຂດດັ່ງກ່າວ ໄດ້ກໍ່ໃຫ້ເກີດອຸບັດເຫດ ແລະ ການຂົນສົ່ງສິນຄ້າຫຼ້າຊ້າຫຼາຍຍ້ອນເສັ້ນທາງເປ່ເພ, ທາງນ້ອຍ ແລະ ຄົດລ້ຽວຫຼາຍຖ້າເສັ້ນທາງດີຈະເຮັດໃຫ້ການເກັບລາຍຮັບເພີ່ມຂື້ນຍ້ອນດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ມີຂໍ້ໄດ້ປຽບຍ້ອນວ່າເປັນສູນກາງສົ່ງອອກສິນຄ້າໄປປະເທດທີ 3 ເຊັ່ນ: ສິນຄ້າໄທຜ່ານລາວໄປປະເທດຫວຽດນາມ ແລະ ສົ່ງຕໍ່ໄປຈີນ, ສິນຄ້າຫວຽດນາມ ຜ່ານລາວໄປປະເທດໄທ, ນອກນັ້ນສິນຄ້າຢູ່ລາວຍັງໄດ້ສົ່ງອອກໄປສອງປະເທດດັ່ງກ່າວຊຶ່ງໄປໄທແມ່ນຜ່ານຂົວມິດຕະພາບ, ໄປຫວຽດນາມແມ່ນຜ່ານດ່ານສາກົນ ລາວ-ຫວຽດຢູ່ແຂວງບໍລິຄຳໄຊ. ໃນແຕ່ລະມື້ຈະມີພາຫະນະເຂົ້າອອກຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ບໍ່ຕໍ່າກວ່າ 300-400 ຄັນ.

ຂ່າວ: ສົມພາວັນ

Comments