ນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມທາງການ ສາທາລະນະລັດສະຫະພັນ ເຢຍລະມັນ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະນະທ່ານ ນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຢ່າງເປັນທາງການ, ໃນວັນທີ 12-13 ມີນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລຶກ ຂອງການນໍາຂັ້ນສູງຂອງລາວ ແລະ ເປັນນິມິດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ເຂັມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນ.

ໃນວັນທີ 13 ມີນາ 2019, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢ່າງສົມກຽດ ແລະ ເຄັ່ງຂຶມ ທີ່ ສໍານັກງານນາຍົກລັດຖະມົນຕີ ສສ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ນາງ ອັງເກລາ ແມກເກລ. ການພົບປະໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ ແລະ ສ້າງສັນ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາຍາວນານ ລະຫວ່າງ ສອງປະເທດ,

ນັບຕັ້ງແຕ່ ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 31 ມັງກອນ 1958 ເປັນຕົ້ນມາ. ການຊ່ວຍເຫຼືອຂອງເຢຍລະມັນ ແກ່ ສປປ ລາວ ແມ່ນສຸມໃສ່ສອງຂະແໜງການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກ ຜ່ານອົງການຮ່ວມມືສາກົນ ເພື່ອການພັດທະນາ ເຢຍລະມັນ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານທະນາຄານສິນເຊື່ອ ເພື່ອການພັດທະນາເຢຍລະມັນ (KfW) ໂດຍສອດຄ່ອງກັບເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ,

ເປັນຕົ້ນ ແມ່ນເນັ້ນໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth), ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ,ການ ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ, ລວມທັງທຸລະກິດຂະໜາດກາງ (SME) ແລະ ຈຸລະວິສາຫະກິດ (MSME).

ສໍາລັບການຊ່ວຍເຫຼືອໃນປີ 2018-2020 ແມ່ນມີມູນຄ່າສູງເຖິງ 50 ລ້ານເອີໂຣ, ໃນນັ້ນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ ແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດ.

ທັງສອງຝ່າຍຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ດ້ານເສດຖະກິດການຄ້າ, ການລົງທຶນ, ການສຶກສາ ແລະ ອຶ່ນໆ.

ໃນໂອກາດດຽວກັນ, ຝ່າຍເຢຍລະມັນ ຍັງໄດ້ຢືນຢັ້ນທີ່ຈະສືບຕໍ່ເພີ່ມການຊ່ວຍເຫຼືອໃນການພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເທື່ອລະກ້າວ.

ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນພະນະທ່ານ ນາຍົກລັດຖະມົນຕີ ອັງເກລາ ແມກເກລ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເພິ່ນເຫັນວ່າສະດວກ, ເຊິ່ງຄູຮ່ວມຕໍາແໜ່ງ ເຢຍລະມັນ ໄດ້ຕອບຮັບດ້ວຍຄວາມຍິນດີ, ສ່ວນວັນເວລາຈະໄດ້ຮັບການຕົກລົງໂດຍຜ່ານຊ່ອງທາງການທູດ.

ການຢ້ຽມຢາມສສ ເຢຍລະມັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງພະນະທ່ານນາຍົກລັດຖະມົນຕີ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ປະສົບຜົນສໍາເລັດອັນຈົບງາມທຸກປະການ.

ຂ່າວ,​ພາບ: ກົມຂ່າວ ກະຊວງການຕ່າງປະເທດ

Comments