ຂ່າວ ພາຍໃນປະເທດ

ຊົມເຊີຍ!!! ໜ່ວຍກູ້ໄພລາວ ໄດ້ຮັບລາງວັນຊະນະເລີດ ຈາກການແຂ່ງຂັນກູ້ຊີບ-ກູ້ໄພ

ໜ່ວຍກູ້ໄພນະຄອນຫລວງ1624ເຂົ້າຮ່ວມການແຂ່ງຂັນກູ້ຊີບ-ກູ້ໄພໄດ້ຮັບລາງວັນທີ1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນສະນະເລີດຈາກໂຮງໜໍຣາດຊະວິທິປະເທດໄທ ໃນວັນທີ31 ມັງກອນ 2019 ທາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຮົາໄດ້ສົ່ງອາສາສະໝັກໄປຮ່ວມການເຝິກອົບຮົມ ”ຫຼັກສູດການປະຖົມພະຍາບານຂັ້ນ EMT-B” ທີ່ໂຮງໝໍຣາຊະວິຖີ ບາງກອກ ປະເທດໄທ ເຊີ່ງໄດ້ຈັດຂຶ້ນມາທຸກໆປີ ແລະ ປີນີ້ກົງກັບລຸ້ນທີ 21 ຂອງການເປີດສອນຫຼັກສູດ EMT-B ເຊີ່ງທາງປະເທດໄທ ໄດ້ເຊີນມາຍັງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ຂອງພວກເຮົາໃຫ້ສົ່ງອາສາເຂົ້າຮ່ວມ ເປັນຈຳນວນ 2 ຄົນ: ທ້າວ ສຸລິຍາ ສິງຫາວົງ ແລະ ທ້າວ ສັງທອງ ຂຸນຈຳລົງ ເຊີ່ງໄດ້ເລີ່ມເຂົ້າຮ່ວມການເຝີກອົບຮົມຫຼັກສູດ ດັ້ງກ່າວ ຕັ້ງແຕ່ວັນທີ 2 ກຸມພາ ຫາ ວັນທີ 4 ມີນາ 2019 ເປັນເວລາ 1 ເດືອນ ແລະ ທັງ 2 ຄົນ ກໍໄດ້ເຂົ້າຮ່ວມການແຂ່ງຂັນກິດຈະກຳຂອງການເຝີກອົບຮົມ ຈົນສາມາດຍາດໄດ້ການແຂ່ງຂັນກູ້ຊີບ-ກູ້ໄພ ໄດ້ຮັບລາງວັນທີ 1 ເປັນໜ່ວຍກູ້ໄພທຳອິດຈາກປະເທດລາວທີ່ສາມາດຍາດຂັນລາງວັນສະນະເລີດຈາກໂຮງໝໍຣາຊະວິຖີ ແລະ ຍັງໄດ້ເຂົ້າຮ່ວມທີມເຕາະບານຂອງທີມເຝີກອົບຮົມໄດ້ຮັບລາງ 3 ອີກດ້ວຍ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ...

Read More »

ເປີດນໍາໃຊ້ ໂຮງໝໍມິດຕະພາບຫຼັງໃຫມ່ ຈາກ 150 ຕຽງ ມາເປັນ 308 ຕຽງ

ພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຢູ່ທີ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ມີນານີ້, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກໍລະກົດ 2015 ແລະ ສຳເລັດໃນວັນທີ 28 ຕຸລາ 2018. ໂດຍການເຂົ້າຮ່ວມພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308 ຕຽງ) ຂອງທ່ານ ສົມດີ ດວງດີ, ຮອງນາຍຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ. ທ່ານ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ກ່າວລາຍງານຄວາມເປັນມາຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບຫຼັງໃໝ່ ພາກຂະຫຍາຍ (308 ຕຽງ) ຊາບວ່າ: ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ...

Read More »

ເຈົ້າແຂວງບໍ່ແກ້ວ ລົງກວດກາການກໍ່ສ້າງພື້ນຖານໂຄງລ່າງ

ໃນວັນທີ 4 ມີນາ 2019 ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະໄດ້ລົງກວດກາ ບັນດາໂຄງການທີ່ລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລົງກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ ວັນທີ 5/3/2019 ພາບ:ຂ່າວ ຄໍາເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, March 5, 2019 ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງລາວ

ໃນວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ສະພາກາຊາດໄທ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ອົງການກາແດງລາວ ກ່າວມອບໂດຍ ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກ ສະພາກາຊາດໄທ, ກ່າວຮັບໂດຍ ທ່ານ ກາວີ ພອນສຸດທິ ຫົວໜ້າກອງຊ່ວຍ ເຫຼືອບັນເທົາທຸກອົງການກາແດງລາວ, ມີ ທ່ານ ຄຳຮຸ່ງ ເຮືອງວົງສາ ປະທານອົງການກາແດງລາວ ຮ່ວມເປັນສັກຂີພິຍານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ລັດ ຈະຮື້-ຖອນ ສິ່ງກີດຂວາງຕາມເສັ້ນທາງດົງໂດກ-ສີເກີດ ໃຫ້ສຳເລັດພາຍໃນ 1 ເດືອນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະຮື້-ຖອນເທີບ-ເງີບ, ຕູບ-ເຕັ້ນ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ທີ່ກວມເອົາເຂດສະຫງວນຂອງທາງດົງໂດກ-ສີເກີດ ເມືອງໄຊທານີ ໃຫ້ສໍາເລັດພາຍໃນ 30 ວັນ ແລະ ສໍາລັບທົ່ວນະຄອນຫຼວງວຽງຈັນ ໃຫ້ສໍາເລັດພາຍໃນປີ 2019. ໃນວັນທີ 27 ກຸມພາ 2019, ໜ່ວຍງານຈັດສັນ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ຍທຂ ຜູ້ຊີ້ ນໍາວຽກຄຸ້ມຄອງເຄຫາ-ຜັງເມືອງ, ວຽກງານຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໄດ້ລົງເຄື່ອນໄຫວກວດກາບັນດາຫ້າງຮ້ານຕາມເສັ້ນທາງເອກຂອງຕົວເມືອງໄຊທານີ ທີ່ອາໄສຢູ່ແຄມທາງຖະໜົນດົງໂດກ-ສີເກີດ ແຕ່ສີ່ແຍກໄຟແດງ 450 ປີ ຫາ ສີ່ແຍກໄຟແດງຕານມີໄຊ; ເຊິ່ງເປັນຄັ້ງທໍາອິດຂອງເມືອງ ໂດຍຮ່ວມກັບ ທ່ານ ຄໍາປ່ຽນ ອິນທະລືໄຊ ຮອງເຈົ້າເມືອງໆໄຊທານີ, ມີອໍານາດການປົກຄອງບ້ານສະພັງເມິກ-ບ້ານຊ້າງຄູ້ ພ້ອມກັບພາກສ່ວນກ່ຽວຂ້ອງລົງ ກວດກາ ແລະ ວັດແທກຕາມແລວທາງ ດັ່ງກ່າວ. ທ່ານ ບຸນຈັນ ແກ້ວສີທໍາມະ ໃຫ້ຮູ້ວ່າ: ...

Read More »

ບາງກອກແອເວ ເປີດເສັ້ນທາງການບິນໃໝ່ ຊຽງໃໝ່-ກະບີ່ ແລະ ຊຽງໃໝ່-ຫຼວງພະບາງ

ໃນວັນ 28 ກຸມພາ 2019, ທີ່ຈັງຫວັດຊຽງໃໝ່, ປະເທດໄທ.   ບໍລິສັດ ການບິນ ກຸງເທບ ຈໍາກັດ (ມະຫາຊົນ) ຫຼື ສາຍການບິນ ບາງກອກແອເວ ໄດ້ຈັດງານຖະແຫຼງຂ່າວ ເປີດເສັ້ນການບິນໃໝ່ ຊຽງໃໝ່ -ກະບີ່ ແລະ ຊຽງໃໝ່ – ຫຼວງພະບາງ (ສປປ ລາວ) ທີ່ຫ້ອງອາຫານ Time Riverfront Cuisine & Bra ໂຮງແຮມ ນະນິລັນ. ໂດຍມີ ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ຮອງກຳມະການຜູ້ອຳນວຍການໃຫຍ່ ຝ່າຍຂາຍຂອງສາຍການບິນ ແລະ ທ່ານນາງ ພັກຄະນັນ ວິນິດໄສ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ສຳນັກງານຊຽງໃໝ່ເປັນຜູ້ຖະແຫຼງຂ່າວ ແລະ ທ່ານນາງ ຈັນທິບ ທອງກັນຍາ ຮອງກຳມະການຜູ້ອໍານວຍການໃຫຍ່ ສຳນັກກຳມະການຜູ້ອຳນວຍການໃຫຍ່ ສາຍການບິນ ບາງກອກແອເວ ໃຫ້ກຽດເຂົ້າຮ່ວມໃນງານ. ທ່ານ ວະຣົງ ອິດສະຣະເສນາ ນະອະຍຸດທະຍາ ...

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາລະນະສຸກສືບຕໍ່ແກ້ໄຂຕົວຊີ້ວັດທີ່ບໍ່ທັນບັນລຸ

ໃນວັນທີ 28 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫຼັກແຫຼ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ພ້ອມທັງໃຫ້ສຸມໃສ່ການປະຕິບັດໜ້າທີ່, ຈັນຍາບັນ ຈັນຍາທຳຂອງບັນດາແພດໝໍ ແລະ ມາດຕະການປ້ອງພະຍາດຕ່າງໆ. ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດ ຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫລາຍກວ່າເກົ່າ ...

Read More »

ລັດຖະບານຍີ່ປຸ່ນ ສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້

ລັດຖະບານຍີ່ປຸ່ນ ອະນຸມັດເງິນຊ່ວຍເຫຼືອ ສປປ ລາວ ມູນຄ່າ 274.459 ໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້ ເພື່ອພັດທະນາຄວາມສາມາດໃຫ້ກັບຜູ້ພິການ ໃຫ້ມີວຽກເຮັດງານທຳ ທີ່ເມືອງວຽງໄຊ ແຂວງຫົວພັນ. ໂດຍທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະ ຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາງ ໂທມິໂກະ ມາອາຈິມະ ປະທານອົງການພັດທະ ນາຄົນພິການ ອາຊີ(ADDP) ໄດ້ຮ່ວມລົງນາມໃນສັນຍາຮັບເອົາທຶນດັ່ງກ່າວ ໃນວັນທີ 28 ກຸມ ພາ 2019 ນີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ ຈະໄດ້ຮັບການສ້າງຂຶ້ນ ພາຍຫຼັງທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ເພື່ອເປັນບ່ອນຮຽນຮູ້ ແລະ ສາມາດເຂົ້າເຖິງການເຝິກວິຊາຊີບ ຂອງຄົນພິການທາງພາກເໜືອ ໂດຍສະເພາະແຂວງຫົວພັນ ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າເພີ່ມທັກສະໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດສວນ ແລະ ປູກຜັກ ຜ່ານການອົບຮົມວິຊາຊີບ ເຊິ່ງເປັນການພັດທະນາຄວາມສາມາດ ໃນການມີວຽກເຮັດງານທຳ ສາມາດສ້າງລາຍໄດ້ ເພິ່ງຕົນເອງ ກຸ້ມຕົນເອງຂອງຄົນພິການລາວ. ຂໍ້ມູນຈາກ: ຂປລ.

Read More »

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນປະເທດຍີ່ປຸ່ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ­ນັບ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ປະ­ເທດ​ຍີ່­ປຸ່ນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດ້ານ​ທຸ­ລະ​ກິດ​ແມ່­ນ້ຳ​ຂອງ ໃນ​ວັນ​ທີ 27 ກຸມ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ກໍ​ຄື ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ສົ່ງ­ເສີມ​ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ພ້ອມ​ຄະ­ນະ​ຄັ້ງ​ນີ້ ຖື​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ​ການ​ຄ້າ ການ​ລົງ­ທຶນ​ສອງ​ຝ່າຍ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ນັກ­ທຸ­ລະ­ກິດ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້​ຄວາມ​ສຳ­ຄັນ ແລະ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ບໍ່​ວ່າ​ຈະ​ເປັນ​ທຸ­ລະ​ກິດ​ໂຮງ​ຈັກ​ໂຮງ­ງານ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຕະ­ຫຼອດ​ເຖິງ​ທຸ­ລະ​ກິດ​ກ່ຽວ​ກັບ​ສິນ­ຄ້າ​ກະ­ສິ­ກຳ​ສົ່ງ​ອອກ ພ້ອມ​ນັ້ນ ລັດ­ຖະ­ບານ​ລາວ ກໍ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ພາກ​ທຸ­ລະ​ກິດ​ຂອງ​ປະ­ເທດ​ຍີ່­ປຸ່ນ ໃຫ້​ດຳ­ເນີນ​ກິດ­ຈະ­ການ​ດ້ວຍ​ຄວາມ​ວ່ອງ­ໄວ ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ. ຕອນ​ທ້າຍ ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ...

Read More »

ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນການບໍລິການທີ່ດີ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ

ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫຼາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫຼາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3. ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ທ່ານ ດຣ.ບຸນກອງ ສີຫາວົງ ...

Read More »