ຂ່າວ ພາຍໃນປະເທດ

ຊົມເຊີຍ!! ທີມບານເຕະແມ່ຍິງລາວ ຖະຫຼົ່ມ ຄີກິສຖານ ຜ່ານເຂົ້າຊິງຊະນະເລີດ

ການແຂ່ງ​ຂັນ​ບານ​ເຕະ​ລາຍ​ການ Bangamata U-19 Women’s International Gold Cup 2019 ຮອບຮອງຊະນະເລີດ ໃນວັນ​ຈັນ 29 ເມ​ສາ 2019 ເວ​ລາ 19:00 ທີມ​ຊາດລາວ​ ສາມາດເອົາຊະນະ ທີມ​ຊາດ ຄີກິສຖານ​ 7-1 ໂດຍທີມຊາດລາວ​ ໄດ້ປະຕູຈາກ: ເບີ​ 8​ ເປ້​ ພົມພັກດີ​ 4 ປະຕູ ນາ​ທີ 9,21,86, 89 ຈຸດ​ໂທດ , ເບີ​ 11 ວາດີ ອິນທີຍາ 1 ປະຕູ ນາ​ທີ 57,​ ເບີ​ 9 ມົນທິບ ສີສະເກດ 1 ປະຕູ​ ນາ​ທີ 74 ແລະ​ ເບີ​ 5 ຫຼ້າ​ນ້ອຍ​ ວົງສິງຄຳ 1 ປະຕູ 90+2 ຂະ​ນະ ທີ່ ຄີກິສຖານ ...

Read More »

ລັດ ໃຫ້ທຶນ 2 ຕື້ກວ່າກີບ ພື້ນຟູສວນ ພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະໜອງທຶນ 2,4 ຕື້ກວ່າກີບ ໃຫ້ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ເພື່ອປັບປຸງ, ພັດທະນາ ແລະ ຟື້ນຟູ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ນະຄອນຫຼວງວຽງຈັນ ເປັນຕົ້ນ ແມ່ນການປູກຕົ້ນໄມ້ ພືດພັນໄມ້ຫຼາກຫຼາຍຊະນິດ ໃຫ້ມີຄວາມອຸດົມສົມບູນ, ທັງສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວ. ພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019 ນີ້, ລະຫວ່າງທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ທ່ານນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະ ຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໂດຍມີຕົວແທນຈາກພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ. ທຶນຈຳນວນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການປະຕິບັດ 2 ໂຄງການ ຄື: ໂຄງການປູກຕົ້ນໄມ້ ເພື່ອຟື້ນຟູ ສວນພຶກສາສາດ ...

Read More »

4 ເດືອນຕົ້ນປີ ລາວສົ່ງອອກສິນຄ້າກະສິກຳບັນລຸແລ້ວ ເກືອບ 60 ຕື້ກີບ

ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແມ່ນວຽກໜຶ່ງທີ່ລັດຖະບານເອົາໃຈໃສ່ໂດຍອີງໃສ່ທ່າແຮງທີ່ມີຢູ່ພາຍໃນປະເທດ, ຊຶ່ງຫຼ້າສຸດຂໍ້ມູນຈາກກະຊວງ ກະສິກຳ ແລະປ່າໄມ້ ເຜີຍວ່າຍອດຕົວເລກການສົ່ງອອກຮອດເດືອນເມສາມີທັງໝົດ 20 ພັນກວ່າໂຕນ ຄິດເປັນມູນຄ່າເກືອບ 60 ຕື້ກີບ, ໂດຍສິນຄ້າຫຼັກທີ່ສົ່ງອອກຍັງ ແມ່ນກາເຟ, ໝາກກ້ວຍ ແລະມັນຕົ້ນ. ອີງຕາມບົດລາຍງານສະພາບການປະຕິບັດວຽກປະຈຳເດືອນເມສາ 2019 ແລະແຜນວຽກສຸມໃນເດືອນພຶດສະພາຂອງຂະແໜງກະສິກຳ ແລະປ່າໄມ້, ກະ ຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ໃນການຜະລິດສະບຽງອາຫານໂດຍສະເພາະການຜະລິດລະດູແລ້ງປີ 2018-2019 ກໍຄື ການຜະລິດເຂົ້ານາແຊງມາຮອດ ປະຈຸບັນ ຊາວກະສິກອນໃນຂອບເຂດທົ່ວປະເທດ ແມ່ນພວມຂຸ້ນຂ້ຽວເກັບ ກ່ຽວມ້ຽນມັດຜົນຜະລິດເຂົ້ານາແຊງໃນເນື້ອທີ່ ທີ່ໄດ້ປັກດຳ 89,65 ພັນເຮັກ ຕາ ເທົ່າກັບ 90% ຂອງເນື້ອທີ່ທັງໝົດ, ຊຶ່ງດຽວນີ້ເຫັນວ່າຫຼາຍແຂວງແມ່ນໄດ້ເລີ່ມເກັບກ່ຽວຈຳນວນໜຶ່ງແລ້ວ, ສ່ວນການປູກພືດລະດູແລ້ງຂອງຊາວກະສິກອນ ທີ່ໄດ້ປູກພືດຜັກຊະນິດຕ່າງໆຈຳນວນ 1,35 ແສນເຮັກຕາເທົ່າກັບ 73,22% ຂອງແຜນການທັງໝົດ, ໃນນັ້ນພືດທີ່ປູກຫຼາຍກວ່າໝູ່ແມ່ນ ສາລີອາຫານ ສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະເຜືອກມັນຕ່າງໆ, ສຳລັບແຂວງທີ່ປູກຫຼາຍກວ່າໝູ່ແມ່ນພາກເໜືອ ປະຕິບັດໄດ້ 57,75 ພັນເຮັກຕາ, ພາກ ກາງ 48,77 ...

Read More »

ປະທານປະເທດລາວ ຢ້ຽມຢາມ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ

ສະຫາຍເລຂາທິການໃຫຍ່ພັກ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2: ຕອບສະໜອງຄາມຄໍາເຊື້ອເຊີນຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ 2019. ໃນຕອນແລງຂອງວັນທີ 25 ເມສາ 2019, ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບກັບ ສະຫາຍ ລີເຄີ້ສຽງ, ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ (ຕໍ່)

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5 ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ, ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໃຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໃຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍຸກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ. ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ ...

Read More »

ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ. ຕໍ່ກັບບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ...

Read More »

ແຈ້ງເຕືອນໄພ!!! ພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມອອກແຈ້ງການ ເລກທີ 0511/ອກຕທ ແຈ້ງເຕືອນໄພພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019 ເນື່ອງຈາກວ່າມວນອາກາດຮ້ອນເອົ້າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ພ້ອມດຽວກັນນັ້ນສອງກະແສລົມຕາເວັນຕົກ ແລະກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມເຂດພາກເຫນືອ ຫາ ພາກກາງ, ຊື່ງຈະເຮັດໃຫ້ມີພາຍຸລະດູຮ້ອນເກີດຂື້ນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ,ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະພາກກາງ ໃນໄລຍະວັນທີ່ 25 ຫາ 27 ເມສາ 2019 ນີ້ ດັ່ງນັ້ນ, ຈື່ງແຈ້ງເຕືອນອຳນາດການປົກຄອງແລະປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫລັງຄາເຮືອນເປ່ເພ ພ້ອມນີ້ໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ຫຼື ຢູ່ກາງເດີນທີ່ກວ້າງ ເພາະມີຄວາມສ່ຽງໃຫ້ເກີດຟ້າຜ່າ.

Read More »

ກຽມສະເຫຼີມສະຫຼອງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 25 ປີ ຢ່າງຍິ່ງໃຫຍ່

ສປປ ລາວ ແລະ ລາຊະອານາຈັກໄທ ຈະຈັດກິດຈະກຳສະເຫຼີມສະຫຼອງຄົບຮອບ 25 ປີ ຂອງການເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຢູ່ບ້ານ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ການສະເຫຼີມສະຫຼອງແມ່ນຈະເລີ້ມແຕ່ວັນທີ 26-27 ເມສານີ້, ກິດຈະກໍາຈະມີພິທີທາງສາດສະໜາ, ການແຂ່ງຂັນລົດຖີບ, ການແລ່ນມາລາທອນ, ການແຂ່ງຂັນກ໊ອບມິດຕະພາບ, ການສະແດງທາງດ້ານວັດທະນາທຳລະຫວ່າງ 3 ປະເທດ ລາວ-ໄທ-ອົດສະຕາລີ, ງານວາງສະແດງສິນຄ້າລາວ-ໄທ ແລະ ອື່ນໆ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຂົວທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງ ໜອງຄາຍ ປະເທດໄທ ຂົວດັ່ງກ່າວເປັນການຮ່ວມມືລະຫວ່າງລັດຖະບານຂອງ 3 ປະເທດ ລາວ, ໄທ ແລະ ອົດສະຕາລີ ຊຶ່ງມູນຄ່າການກໍ່ສ້າງປະມານ 42 ລ້ານໂດລາ ອົດສະຕາລີ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ອົດສະຕາລີ, ການກໍ່ສ້າງໄດ້ເລີ້ມແຕ່ປີ 1991 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 8 ເມສາ 1994. ...

Read More »

ມີທຶນໃຫ້ສະໝັກໄປຮຽນຕໍ່ປະລິນຍາເອກ ຢູ່ປະເທດໄທ ແລະ ຍີ່ປຸ່ນ.

ໂອກາດການໄດ້ໄປຮໍ່າຮຽນສຶກສາຕໍ່ ເອົາຄວາມຮູ້ຢູ່ຕ່າງປະເທດ ຢູ່ບ້ານເຮົາດຽວນີ້ມີເລື້ອຍໆ ແລ້ວແຕ່ເຮົາຈະເລືອກສາຍຮຽນຕໍ໋ຕາມຄວາມມັກຮັກ ແລະ ຖືກສາຍອາຊີບຂອງເຮົາໃນປັດຈຸບັນ, ເຮົາສາມາດສະໝັກຂໍທຶນໄດ້ ສຳລັບທຶນນີ້, ເປັນທຶນລະດັບປະລິນຍາເອກ ໃນດ້ານທີ່ກ່ຽວກັບ ວິສະວະກໍາ ແລະ ໄອທີ ສາມາດສະໝັກໄດ້. ທຶນດຽວໄດ້ໄປຮຽນຢູ່ສອງປະເທດ ຄື 2 ປີ ຢູ່ປະເທດໄທ ແລະ ອີກ 2 ປີ ຮຽນຢູ່ຍີ່ປຸ່ນ ປິດຮັບສະໝັກ: 31/05/2019 ລາຍລະອຽດ ແລະ ວິທີການສະໝັກກົດຕາມລິ້ງນີ້ເລີຍ: http://www2.siit.tu.ac.th/ictprojects/siitjaist/

Read More »

ການສໍ້ລາດບັງຫຼວງຂອງ ສປປ.ລາວ ຕິດຢູ່ອັນດັບ 132 ຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ 29 ມັງກອນ 2019 ວ່າ: ຜົນການຈັດອັບດັບການສໍ້ລາດບັງຫຼວງທົ່ວໂລກ ໃນຮອບປີ 2018 ໂດຍອົງກອນເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ເຊິ່ງໄດ້ສ້າງດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ ຫຼື CPI (Corruption Perceptions Index) ໃຫ້ຄະແນນຕັ້ງແຕ່ 100 ສໍ້ລາດບັງຫຼວງໜ້ອຍທີ່ສຸດ ຈົນເຖິງ 0 ສໍ້ລາດບັງຫຼວງຫຼາຍທີ່ສຸດ ປາກົດວ່າ ໃນປີ 2018 ກວ່າ 2 ໃນ 3 ຂອງປະເທດຕ່າງໆທົ່ວໂລກມີຄະແນນຕ່ຳກວ່າ 50 ແລະ ຄ່າສະເລ່ຍທົ່ວໂລກຢູ່ທີ່ 43 ຄະແນນ. ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນປີ 2018 ຄື: ປະເທດແດນມາກ ໄດ້ຄະແນນ 88 ຄະແນນ, ອັນດັບ 2 ປະເທດນິວຊີແລນ 87 ຄະແນນ, ອັນດັບ 3 ປະເທດແຟງລັງ, 3. ປະເທດສິງກະໂປ, 3. ປະເທດຊູແອດ, 3. ສະວິດ, 7. ນອກແວ, 8. ໂຮນລັງ, ...

Read More »