4 ເດືອນຕົ້ນປີ ລາວສົ່ງອອກສິນຄ້າກະສິກຳບັນລຸແລ້ວ ເກືອບ 60 ຕື້ກີບ

ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແມ່ນວຽກໜຶ່ງທີ່ລັດຖະບານເອົາໃຈໃສ່ໂດຍອີງໃສ່ທ່າແຮງທີ່ມີຢູ່ພາຍໃນປະເທດ, ຊຶ່ງຫຼ້າສຸດຂໍ້ມູນຈາກກະຊວງ ກະສິກຳ ແລະປ່າໄມ້ ເຜີຍວ່າຍອດຕົວເລກການສົ່ງອອກຮອດເດືອນເມສາມີທັງໝົດ 20 ພັນກວ່າໂຕນ ຄິດເປັນມູນຄ່າເກືອບ 60 ຕື້ກີບ, ໂດຍສິນຄ້າຫຼັກທີ່ສົ່ງອອກຍັງ ແມ່ນກາເຟ, ໝາກກ້ວຍ ແລະມັນຕົ້ນ.

ອີງຕາມບົດລາຍງານສະພາບການປະຕິບັດວຽກປະຈຳເດືອນເມສາ 2019 ແລະແຜນວຽກສຸມໃນເດືອນພຶດສະພາຂອງຂະແໜງກະສິກຳ ແລະປ່າໄມ້, ກະ ຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ໃນການຜະລິດສະບຽງອາຫານໂດຍສະເພາະການຜະລິດລະດູແລ້ງປີ 2018-2019 ກໍຄື ການຜະລິດເຂົ້ານາແຊງມາຮອດ ປະຈຸບັນ ຊາວກະສິກອນໃນຂອບເຂດທົ່ວປະເທດ ແມ່ນພວມຂຸ້ນຂ້ຽວເກັບ ກ່ຽວມ້ຽນມັດຜົນຜະລິດເຂົ້ານາແຊງໃນເນື້ອທີ່ ທີ່ໄດ້ປັກດຳ 89,65 ພັນເຮັກ ຕາ ເທົ່າກັບ 90% ຂອງເນື້ອທີ່ທັງໝົດ, ຊຶ່ງດຽວນີ້ເຫັນວ່າຫຼາຍແຂວງແມ່ນໄດ້ເລີ່ມເກັບກ່ຽວຈຳນວນໜຶ່ງແລ້ວ, ສ່ວນການປູກພືດລະດູແລ້ງຂອງຊາວກະສິກອນ ທີ່ໄດ້ປູກພືດຜັກຊະນິດຕ່າງໆຈຳນວນ 1,35 ແສນເຮັກຕາເທົ່າກັບ 73,22% ຂອງແຜນການທັງໝົດ, ໃນນັ້ນພືດທີ່ປູກຫຼາຍກວ່າໝູ່ແມ່ນ ສາລີອາຫານ ສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະເຜືອກມັນຕ່າງໆ, ສຳລັບແຂວງທີ່ປູກຫຼາຍກວ່າໝູ່ແມ່ນພາກເໜືອ ປະຕິບັດໄດ້ 57,75 ພັນເຮັກຕາ, ພາກ ກາງ 48,77 ພັນເຮັກຕາ ແລະພາກໃຕ້ 28,94 ພັນເຮັກຕາ, ສະເພາະພືດຜັກ ແມ່ນເກັບກູ້ໄດ້ຫຼາຍຮອບແລ້ວ ເປັນຕົ້ນໝາກຖົ່ວ, ຜັກສະລັດ, ຜັກຫອມ, ຜັກບົ່ວ, ຜັກກາດ, ຫອມລາບ, ຜັກບົ້ງ ແລະອື່ນໆ.

ສະເພາະວຽກການຜະລິດພືດເປັນສິນຄ້າກໍເຫັນໄດ້ວ່າຂະແໜງກະສິກຳ ແລະປ່າໄມ້ ໄດ້ເອົາໃຈໃສ່ຕິດຕາມການຄຸ້ມຄອງສິນຄ້າຜະລິດຕະພັນກະສິກຳຕົ້ນຕໍແມ່ນການສົ່ງອອກພືດ ແລະຜະລິດຕະພັນພືດທັງໝົດ 20,52 ພັນໂຕນ ມູນຄ່າ 6,73 ລ້ານໂດລາ ຫຼື ປະມານ 57,21 ຕື້ກີບ, ໃນນັ້ນສິນຄ້າທີ່ສົ່ງອອກ ຫຼັກໆຍັງແມ່ນກາເຟ, ໝາກກ້ວຍ, ມັນຕົ້ນ, ສຳລັບສິນຄ້ານຳເຂົ້າພືດ ແລະຜະລິດຕະພັນພືດ ມີ 15,15 ພັນໂຕນ ມູນຄ່າ 7,84 ແສນໂດລາ ຫຼື ປະມານ 6,66 ຕື້ກີບ, ຊຶ່ງລວມມີ ໝາກສາລີ, ກາກຖົ່ວ ເຫຼືອງ, ເມັດຖົ່ວເຫຼືອງ, ພືດຜັກລວມ ແລະ ອື່ນໆ. ນອກຈາກນັ້ນ, ຂະແໜງກະສິກຳ ແລະປ່າໄມ້ ຍັງໄດ້ເອົາໃຈໃສ່ ກວດກາສິນ ຄ້າກະສິກຳຜ່ານໄປປະເທດທີສາມເຊັ່ນ: ໝາກໄມ້ 3,22 ພັນໂຕນ, ໝາກກ້ວຍ 391 ໂຕນ, ໝາກນັດ 575 ໂຕນ, ດອກກ້ວຍໄມ້ 54 ໂຕນ, ດອກໄມ້ 83 ໂຕນ, ໝາກມີ້ 703 ໂຕນ, ຫົວຂີງ 60 ໂຕນ ແລະພືດ ຜັກ 2,69 ພັນໂຕນ ລວມມູນຄ່າທັງໝົດ 6,34 ລ້ານໂດລາສະຫະລັດ.

ທີ່ມາ: ໜັງສືພິມ ເສດຖະກິດ-ສັງຄົມ

Comments