ຂ່າວ ພາຍໃນປະເທດ

ເຊີນຮ່ວມປະມູນຊື້ໄມ້ ຮ່ວງໄມ້ຢຶດຂອງແຂວງອັດຕະປື

ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ໄດ້ອອກແຈ້ງການເລກທີ 306/ອຄ.ອປ, ລົງວັນທີ 29 ເມສາ 2019 ເພື່ອແຈ້ງເຊີນມາຍັງບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຍຶດຂອງລັດ. ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ສາມາດຍຶດໄດ້ຈຳນວນ 4.733 ທ່ອນ/ຕັບ/ເສັ້ນ/ແຜ່ນ, ບໍລິມາດ 88,639 (ແປດແປດຈຸດຫົກສາມເກົ້າ) ແມັດກ້ອນ; ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ. ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື: ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 29 ເມສາ ຫາ 15 ພຶດສະພາ 2019) ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 16 ພຶດສະພາ 2019 ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ...

Read More »

4 ສາເຫດຫຼັກ ທີ່ເຮັດໃຫ້ນັກທ່ອງທ່ຽວສ. ເກົາຫລີ ມາທ່ຽວລາວ ຫຼຸດລົງ

ໜ່ວຍງານທີ່ກ່ຽວຂ້ອງລາຍງານວ່າ ໃນໄລຍະເວລາ 3 ເດືອນທໍາອິດ ເດືອນມັງກອນ – ເດືອນມີນາ ຂອງ ປີ 2019, ສະຖິຕິ ນັກທ່ອງທ່ຽວ ຈາກປະເທດ ສ.ເກົາຫຼີ ຫຼຸດລົງ ເປັນຈຳນວນຫຼາຍ ໂດຍຫຼຸດລົງເຖິງ 32% ທຽບໃສ່ປີ 2018 ມີພຽງແຕ່ 46 000 ກວ່າຄົນ. ພະນັກງານ ຈາກກົມທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍາ ຊີ້ໃຫ້ຮູ້ວ່າ: ສາເຫດການຫຼຸດລົງ ເປັນຈໍານວນຫຼວງຫຼາຍ ຂອງນັກທ່ອງທ່ຽວເກົາຫຼີ ແມ່ນຍັງບໍ່ທັນຮູ້ແຈ້ງ ແຕ່ ເຊື່ອວ່າ ອາດເປັນຍ້ອນ 4 ສາເຫດ ດັ່ງຕໍ່ໄປນີ້: 1) ການໃຫ້ບໍລິການ ຍັງຢູ່ໃນມາດຕະຖານຕໍ່າ 2) ລາຄາບໍລິການ ແລະ ສິນຄ້າ ຢູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງສູງ 3) ບໍ່ມີຄວາມປະທັບໃຈ ໃນສະຖານທີ່ທີ່ມາທ່ຽວ (ບໍ່ງາມຄືກັບຮູບ) 4) ເສັ້ນທາງການເຂົ້າສູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງບໍ່ສະດວກ ສ່ວນຕົວເລກນັກທ່ອງທ່ຽວໄທ ເຂົ້າມາທ່ຽວ ສປປ ລາວ ...

Read More »

ຕາຕະລາງເສັງຈົບຊັ້ນປະຈໍາສົກປີ 2018-2019 ໂຮງຮຽນສາມັນສຶກສາ (ອອກມາແລ້ວ!!!

ໃກ້ເຂົ້າມາແລ້ວກັບການສອບເສັງຈົບຊັ້ນ ຂອງການຜູ້ທີ່ກຳລັງຮຽນສາມັນເຊັ່ນ: ປະຖົມສຶກສາ ປ 5, ຊັ້ນມັດທະຍົມຕົ້ນ ມ 4 ແລະ ມັດທະຍົມປາຍ ມ 7 ເຊື່ອແນ່ວ່ານ້ອງໆຫຼາຍຄົນພວມຮຽນ ແລະ ຄົ້ນຄວ້າຢ່າງໜັກແນ່ນອນໃນໄລຍະເດືອນພຶດສະພາ-ມິຖຸນາ ຂອງທຸກໆປີທີ່ເປັນໄລຍະແຫ່ງການສອບເສັງຈົບຊັ້ນ ໃນຂອບເຂດທົ່ວປະເທດ. ທາງກະຊວງສຶກສາ ແລະ ທິການ ກົມສາມັນສຶກສາ ຜູ້ທີ່ມີຄວາມຮັບຜິດຊອບໃນການຊີ້ນໍາ, ຄຸ້ມຄອງການເລື່ອນຊັ້ນ-ສອບເສັງຈົບຊັ້ນສາຍສາມັນສຶກສາ ແລະ ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດຖະຍົມສຶກສາປະຈໍາປີ 2018-2019 ໃນຂອບເຂດທົ່ວປະເທດ ໄດ້ແຈ້ງຕາຕະລາງການສອບເສັງໃນສົກປີນີ້ໃຫ້ຊາບວ່າ: ການສອບເສັງຈົບຊັ້ນປະຖົມສຶກສາ ປ 5 ຈະສອບເສັງໃນລະຫວ່າງວັນທີ 28-29 ພຶດສະພາ 2019 ໄດ້ກໍານົດເອົາ 3 ວິຊາ ຄື: ວັນທີ 28 ພຶດສະພາ ສອບເສັງ ວິຊາ ພາສາລາວ ໂດຍ 2019 ເວລາ 9:00-10:30 ສອບເສັງ ພາສາລາວ ພາກຫັດແຕ່ງ ແລະ ເວລາ 14:00-15:30 ສອບເສັງ ວິຊາ ພາສາລາວ ພາກ ຂຽນທວາຍ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ ປະຈຳປີ 2018

ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ບັນລຸໄດ້ປະມານ 1.31 ຕື້ ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.41 ຕື້ ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613.83 ລ້ານໂດລາສະຫະລັດ ກວມເອົາ 10,80% ຂອງມູນຄ່າການນໍາເຂົ້າທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.84 ຕື້ ໂດລາສະຫະລັດ. ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ – ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈໍາ​ປີ 2018. ​ໃນ​ນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງ​ອອກ​ເປັນ 02 ​ຮູບແບບ​ດ້ວຍ​ກັນ​ຄື: ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ...

Read More »

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດຫວຽດນາມ

ໃນລະຫວ່າງວັນທີ 2-3 ພຶດສະພານີ້, ສະຫາຍ  ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ. ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລຢ່າງເປັນທາງການ ທີ່ ຫໍຊາປະນາກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮ່າໂນ້ຍ ເພື່ອສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ.ຫວຽດນາມ. ...

Read More »

ພົບສານຟ໋ອກໂມນ ໃນປາມຶກສົດ, ຍໍ່ງົວ, ຕັບ, ຫົວໃຈ, ຊິ້ນ ທີ່ນຳເຂົ້າຈາກຕ່າງປະເທດ ຢູ່ຕະຫຼາດໃນນະຄອນຫຼວງ

ພະແນກກະສິກໍາ-ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ແຕ່ງຕັ້ງໜ່ວຍງານລົງຕິດຕາມກວດກາສະພາບ ການລັກລອບໃຊ້ສານກັນບູດ (ຟອກໂມນ) ແຊ່ໃນອາຫານສົດ, ໂດຍສະເພາະ ປະເພດຊີ້ນ, ປາ, ເຄື່ອງໃນສັດ ແລະ ອາຫານທະເລຕ່າງໆຂອງຊາວຄ້າຂາຍ ຕາມທ້ອງຕະຫຼາດໃຫຍ່ ໃນຕົວເມືອງໃນໄລຍະເດືອນ​ເມສາຜ່ານມາ ຄື: ຢູ່ຕະຫຼາດເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ ແລະ ຜ່ານການກວດ 17 ຕົວຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕະຫຼາດ ໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກສົດ, ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກ ທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງ ຂຽນບົດບັນທຶກ,ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າລ່ວງ ລະເມີດລະບຽບກົດໝາຍດັ່ງກ່າວ ຢ່າງເດັດຂາດ ແລະ ຖ້າກວດພົບ ເຫັນໃນຄັ້ງຕໍ່ໄປຈະມີມາດຕະການປັບໄໝ ລົງໂທດຕາມ ລະບຽບກົດໝາຍ. ເຈົ້າໜ້າທີ່ກ່ຽວຂ້ອງຕີລາຄາວ່າ: ປັດຈຸບັນ ...

Read More »

ແຈ້ງການ!! ໃຫ້ຢຸດຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງການເລກທີ 196/ຖວທ ລົງວັນທີ 24/4/2019 ເລື່ອງ: ການຢຸດຕິ ການຜະລິດສື່ໂຄສະນາ ແລະໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ – ອີງຕາມກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 – ອີງຕາມລຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສະບັບເລກທີ 95/ນຍ, ລົງວັນທີ 9 ມີນາ 2017 – ອີງຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ສະບັບເລກທີ 175/ຫສນຍ.ກຄສ, ລົງວັນທີ 01 ກຸມພາ 2019 ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະລະບຽບການທີ່ວາງອອກ. ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຂໍຖືເປັນກຽດແຈ້ງດັ່ງນີ້: 1. ໃຫ້ບັນດາບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ, ອອກແບບຜະລິດຕິດຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ, ...

Read More »

ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019

ໃນວັນທີ 30 ເມສາ 2019 ທີ່ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019 ທີ່ ສຄອຊ. ໂດຍການເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ​ໄຊ​ສົມ​ເພັດ ນໍລະສິງ ຫົວໜ້າກົມສົ່ງເສີມ ການ​ຄ້າ,​ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ  ສີບຸນທຳ ສີບຸນມີ   ຜູ້ອຳນວຍກການໃຫ່ຍ ບໍລິສັດ ລາວເວີນ ມະຫາຊົນ ແລະ ມີທ່ານ ຜູ້ຕ່າງໜ້າ ຈາກບໍໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າ ລາວ ...

Read More »

ແຈ້ງການດ່ວນ!!!! ນໍ້າປະປາບໍ່ສະດວກ ຂອບເຂດເມືອງໄຊຖານີ, ໄຊເສດຖາ, ຈັນທະບູລີ

?ແຈ້ງການນໍ້າປະປາບໍ່ສະດວກແລະພຽງພໍຕໍ່ການນຳໃຊ້ ພາຍໃນຂອບເຂດເມືອງໄຊຖານີ, ໄຊເສດຖາ, ຈັນທະບູລີ ໃນຄໍ່າຄືນວັນທີ 29 ເມສາ 19 ເນື່ອງຈາກມີຝົນຕົກ ⛈ ລົມແຮງ ?ເປັນສາເຫດໃຫ້ໄຟຟ້າຕົກ, ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດດຳເນີນການຜະລິດໄດ້ຢ່າງເຕັມສ່ວນ ຈຶ່ງສົ່ງຜົນໃຫ້ການບໍລິການ ແລະ ສະໜອງນໍ້າປະປາ ບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການໃນໄລຍະດັ່ງກ່າວນີ້, ເມື່ອກະແສໄຟຟ້າເຂົ້າໂຮງງານໄດ້ຕາມມາດຕະຖານ ຈຶ່ງຈະສາມາດຜະລິດ ບໍລິການ ແລະ ສະໜອງນໍ້າປະປາໄດ້ຢ່າງເປັນປົກກະຕິ ດັ່ງນັ້ນຈຶ່ງຂໍອາໄພທ່ານລູກຄ້າທຸກໆທ່ານມານະທີ່ນີ້ດ້ວຍ ຂໍຂອບໃຈ ສອບຖາມເພີ້ມເຕີມສາຍດ່ວນ: 1169 ☎️

Read More »

ຢາກຊອກຫາປະສົບການ ພ້ອມໄດ້ທຶນໄປເຝິກອົບຮົມໄລຍະສັ້ນ ຢູ່ປະເທດອິນເດຍ (ສະໝັກເລີຍ)

ຂ່າວດີ ! ສໍາລັບບັນດາທ່ານ ທີ່ກໍາລັງຊອກຫາປະສົບການໃຫມ່ ແລະ ຢາກສະໝັກເອົາທຶນ ໄປເຝິກອົບຮົມ ໄລຍະສັ້ນ (2-6 ເດືອນ) ເຮັດການຄົ້ນຄວ້າວິໃຈ ຢູ່ປະເທດ ອິນເດຍ (ອ່ານ ແລະ ສະໝັກທາງດ້ານນີ້ເດີ້) Avail the opportunity of backing your research with guidance and inputs from experts & scientists from India. ມີທັງໝົດ 50 ທຶນ ໃຫ້ທ່ານໄດ້ສະໝັກ ໃນຫຼາກຫຼາຍສາຂາ ລາຍລະອຽດ ແລະ ວິທີການສະໝັກ ທີ່ລິ້ງຂ້າງລຸ່ມນີ້: www.aistic.gov.in/ASEAN/aistdfFellowship ທີ່ມາ: Lao Youth Radio FM 90.0 Mhz

Read More »