ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ.

ຕໍ່ກັບບົດລາຍງານຄວາມຄືບໜ້າ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນ, ກະທັດຮັດ, ຈະແຈ້ງ, ເລິກເຊິ່ງ, ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະພາບກັນສູງ.

ໃນນີ້ ໃຫ້ຕີລາຄາຕື່ມວ່າ: ມາຮອດປະຈຸບັນ ມີອັນໃດທີ່ເຮັດສຳເລັດ ແລະ ຍັງມີອັນໃດຄົງຄ້າງ ໃນແຕ່ລະດ້ານ, ຕໍ່ບັນຫາຄົງຄ້າງນັ້ນ ຈະມີວິທີການແກ້ໄຂຄືແນວໃດ, ໂດຍລົງເລິກເປັນແຕ່ລະໜ້າວຽກ ເຊັ່ນ: ການປັບປຸງນິຕິກຳ, ການປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ, ການປະຕິຮູບບັນດາວິສາຫະກິດ, ການຄຸ້ມຄອງເຂດເສດຖະກິດ, ການຄຸ້ມຄອງການລົງທຶນຂອງລັດ, ການປະຕິບັດມາດຕະການປະຢັດ, ການຄຸ້ມຄອງດ່ານ, ການຊຸກຍູ້ການທ່ອງທ່ຽວ, ການປະຕິບັດ 10 ຕົວຊີ້ວັດ ທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແລະ ອື່ນໆ;

 

ຕໍ່ກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້, ກອງປະຊຸມເຫັນດີອະນຸມັດຂຸດຄົ້ນໄມ້ ທີ່ນອນຢູ່ໃນເຂດໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງ ຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລ້ຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນ ໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ. ສ່ວນເຄື່ອງປ່າຂອງດົງ ແມ່ນເຫັນດີໃຫ້ຂຸດຄົ້ນນໍາໃຊ້ຢ່າງສົມເຫດສົມຜົນ ແລະ ໃຫ້ຊົົມໃຊ້ຢູ່ພາຍໃນປະເທດເປັນຫຼັກ, ແຕ່ຕ້ອງມີການກວດກາ, ຄຸ້ມຄອງຢ່າງເຂັ້ມງວດ, ອັນໃດຄວນອະນຸຍາດໃຫ້ຂຸດຄົ້ນນຳໃຊ້, ອັນໃດຄວນຢຸດເຊົາ, ຫຼີກລ້ຽງການເກັບທີ່ມີລັກສະນະດັບສູນ, ຮັັບປະກັນໃຫ້ມີຄວາມຍືນຍົົງ ແລະ ສ້າງໄດ້ມູນຄ່າເພີ່ມ. ພ້ອມນັ້ນ ກໍ່ໃຫ້ມີການກຳນົດປະເພດເຄື່ອງປ່າຂອງດົງ ທີ່ຄວນຈຳກັດ ແລະ ບໍ່ຈຳກັດ ໃນການສົ່ງອອກໄປຂາຍຕ່າງປະເທດຢ່າງຄັກແນ່.

Comments