ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ (ຕໍ່)

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອົາ 5 ເອກະສານສໍາຄັນຄື: ລາຍງານຄວາມຄືບໜ້າ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X; ບົດລາຍງານ ກ່ຽວກັບການສະເໜີຂໍອະນຸມັດຂຸດຄົ້ນໄມ້ ຢູ່ໃນຂອບເຂດໂຄງການພັດທະນາຕ່າງໆ ແລະ ເກັບເຄື່ອງປ່າຂອງດົງ ປະຈຳປີ 2019; ບົດລາຍງານກ່ຽວກັບ ການປັບປຸງໂຄງສ້າງລາຄາໄຟຟ້າ; ຮ່າງດຳລັດ ວ່າດ້ວຍການປະຢັດພະລັງງານ; ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ.

ຕໍ່ກັບບົດລາຍງານກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ, ກອງປະຊຸມເຫັນວ່າລາຄາໄຟຟ້າ ເປັນປັດໃຈທີ່ສໍາຄັນຫຼາຍຕໍ່ການພັດທະນາປະເທດ, ເປັນໂຄງປະກອບຕົ້ນທຶນທໍາການຜະລິດ, ເປັນປັດໃຈດຶງດູດການລົງທຶນ, ສົ່ງເສີມການຜະລິດພາຍໃນ, ປັບປຸງຍຸກລະດັບຊີວິດການປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ. ສະນັ້ນ ຕ້ອງໄດ້ມີການປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ແທດເໝາະກັບສະພາບການຕົວຈິງ ໃນໄລຍະແຕ່ນີ້ຮອດປີ 2025, ມີລາຄາທີ່ສົມເຫດສົມຜົນ, ມີຄວາມຍຸຕິທຳ, ເຮັດໃຫ້ທຸກພາກສ່ວນໃນສັງຄົມ ສາມາດຊົມໃຊ້ໄດ້, ປະ ກອບສ່ວນຊຸກຍູ້ການລົງທຶນພາຍໃນປະເທດ,ທັງຮັບປະກັນໃຫ້ຝ່າຍສະໜອງໄຟຟ້າແລະ ພັດທະນາພະລັງງານ ມີຄວາມໝັ້ນຄົງ, ຍືນຍົງ ແລະ ມີຜົນກຳໄລ ທີ່ຍຸຕິທຳ.

ສິ່ງສໍາຄັັນອີກ ແມ່ນບໍ່ເຮັດໃຫ້ສັງຄົມມີຄວາມແຕກຕື່ນ, ບໍ່ສົ່ງຜົນກະທົບບໍ່ດີຕໍ່ຜູ້ທີ່ມີລາຍຮັບຕໍ່າ, ລວມທັງ ພາກທຸລະກິດ ທີ່ພັກ ແລະ ລັດເຮົາ ມີນະໂຍບາຍສົ່ງເສີມເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ອຸດສາຫະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ໂດຍລວມແລ້ວ ການປັບປຸງລາຄາໄຟຟ້າໃນຄັ້ງນີ້ ເຫັນວ່າມີລາຄາທີ່ຖືກກວ່າ ແລະ ຍຸຕິທຳກວ່າໃນໄລຍະຜ່ານມາ.

ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍການປະຢັດພະລັງງານ, ແນໃສ່ເປັນເຄື່ອງມືຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການປະຢັດພະລັງງານ, ເຮັດໃຫ້ແຫຼ່ງພະລັງງານ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ, ຫຼຸດຜ່ອນຄ່າໃຊ້ຈ່າຍດ້ານພະລັງງານ ແລະ ຜົນກະທົບຫຍໍ້ທໍ້ຕໍ່ສິ່ງແວດລ້ອມ. ພ້ອມກັນນັ້ນ ກໍ່ໃຫ້ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ.

ສໍາລັບ ຮ່າງດຳລັດ ວ່າດ້ວຍຈັນຍາບັນຂອງພະນັກງາານ-ລັດຖະກອນ,ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ, ພ້ອມທັງ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງດຳລັດ ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້, ພ້ອມທັັງ ຮຽບຮຽງຄືນ ກ່ອນນໍາສະເໜີລັດຖະບານປະກາດໃຊ້ຕາມຂັ້ນຕອນ ແລະ ລະບຽບການ.

Comments