ກຽມສະເຫຼີມສະຫຼອງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 25 ປີ ຢ່າງຍິ່ງໃຫຍ່

ສປປ ລາວ ແລະ ລາຊະອານາຈັກໄທ ຈະຈັດກິດຈະກຳສະເຫຼີມສະຫຼອງຄົບຮອບ 25 ປີ ຂອງການເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຢູ່ບ້ານ ທ່ານາແລ້ງ ນະຄອນຫຼວງວຽງຈັນ.

ການສະເຫຼີມສະຫຼອງແມ່ນຈະເລີ້ມແຕ່ວັນທີ 26-27 ເມສານີ້, ກິດຈະກໍາຈະມີພິທີທາງສາດສະໜາ, ການແຂ່ງຂັນລົດຖີບ, ການແລ່ນມາລາທອນ, ການແຂ່ງຂັນກ໊ອບມິດຕະພາບ, ການສະແດງທາງດ້ານວັດທະນາທຳລະຫວ່າງ 3 ປະເທດ ລາວ-ໄທ-ອົດສະຕາລີ, ງານວາງສະແດງສິນຄ້າລາວ-ໄທ ແລະ ອື່ນໆ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເປັນຂົວທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ແຂວງ ໜອງຄາຍ ປະເທດໄທ ຂົວດັ່ງກ່າວເປັນການຮ່ວມມືລະຫວ່າງລັດຖະບານຂອງ 3 ປະເທດ ລາວ, ໄທ ແລະ ອົດສະຕາລີ ຊຶ່ງມູນຄ່າການກໍ່ສ້າງປະມານ 42 ລ້ານໂດລາ ອົດສະຕາລີ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ອົດສະຕາລີ, ການກໍ່ສ້າງໄດ້ເລີ້ມແຕ່ປີ 1991 ແລະ ໄດ້ເປີດຢ່າງເປັນທາງການໃນວັນທີ 8 ເມສາ 1994.

ປັດຈຸບັນນີ້, ລາວ ແລະ ໄທ ມີຂົວມິດຕະພາບຮ່ວມກັນແລ້ວ 4 ແຫ່ງ : ນະຄອນຫຼວງວຽງຈັນ -ໜອງຄາຍ, ສະຫວັນນະເຂດ -ມຸກດາຫານ, ຄຳມ່ວນ-ນະຄອນພະນົມ, ບໍ່ແກ້ວ-ຊຽງລາຍ.

ຂ່າວ : ສົມພາວັນ
Vientianetimes

Comments