ແຈ້ງເຕືອນໄພ!!! ພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມອອກແຈ້ງການ ເລກທີ 0511/ອກຕທ ແຈ້ງເຕືອນໄພພາຍຸລະດູຮ້ອນໃນໄລຍະວັນທີ 25 – 27 ເມສາ 2019

ເນື່ອງຈາກວ່າມວນອາກາດຮ້ອນເອົ້າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ພ້ອມດຽວກັນນັ້ນສອງກະແສລົມຕາເວັນຕົກ ແລະກະແສລົມຕາເວັນອອກສຽງໃຕ້ພັດປົກຄຸມເຂດພາກເຫນືອ ຫາ ພາກກາງ, ຊື່ງຈະເຮັດໃຫ້ມີພາຍຸລະດູຮ້ອນເກີດຂື້ນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ,ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ແລະພາກກາງ ໃນໄລຍະວັນທີ່ 25 ຫາ 27 ເມສາ 2019 ນີ້ ດັ່ງນັ້ນ, ຈື່ງແຈ້ງເຕືອນອຳນາດການປົກຄອງແລະປະຊາຊົນບັນດາເຜົ່າທີ່ອາໃສຢູ່ບັນດາແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຫມາກເຫັບຕົກ, ຟ້າຜ່າ ແລະລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫລັງຄາເຮືອນເປ່ເພ ພ້ອມນີ້ໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫ່ຍ ຫຼື ຢູ່ກາງເດີນທີ່ກວ້າງ ເພາະມີຄວາມສ່ຽງໃຫ້ເກີດຟ້າຜ່າ.

Comments