ລັດ ໃຫ້ທຶນ 2 ຕື້ກວ່າກີບ ພື້ນຟູສວນ ພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະໜອງທຶນ 2,4 ຕື້ກວ່າກີບ ໃຫ້ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ເພື່ອປັບປຸງ, ພັດທະນາ ແລະ ຟື້ນຟູ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ນະຄອນຫຼວງວຽງຈັນ ເປັນຕົ້ນ ແມ່ນການປູກຕົ້ນໄມ້ ພືດພັນໄມ້ຫຼາກຫຼາຍຊະນິດ ໃຫ້ມີຄວາມອຸດົມສົມບູນ, ທັງສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວ.


ພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019 ນີ້, ລະຫວ່າງທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ທ່ານນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະ ຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໂດຍມີຕົວແທນຈາກພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

ທຶນຈຳນວນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການປະຕິບັດ 2 ໂຄງການ ຄື: ໂຄງການປູກຕົ້ນໄມ້ ເພື່ອຟື້ນຟູ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ມູນຄ່າ 1,6 ຕື້ກວ່າກີບ ຈັດຕັ້ງປະຕິບັດໂດຍກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຈະປູກຕົ້ນໄມ້ ໃນຮູບແບບຂອງສວນປູກໃນເນື້ອທີ່ເປົ່າຫວ່າງຂະໜາດໃຫຍ່ ແລະ ປູກຕົ້ນໄມ້ເສີມກ້ອງປ່າໃນເຂດປ່າຊຸດໂຊມ ກວມເນື້ອທີ່ປະມານ 136 ເຮັກຕາ, ໄລຍະການປະຕິບັດໂຄງການ 4 ປີ. ສ່ວນໂຄງການທີ 2 ແມ່ນການພັດທະນາສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ມູນຄ່າ 839 ລ້ານກີບ ປະຕິບັດໂດຍຄະນະວິທະຍາສາດປ່າໄມ້ ມະ ຫາວິທະຍາໄລແຫ່ງຊາດ ເຊິ່ງຈະໄດ້ຟື້ນຟູ ແລະ ປູກຕົ້ນໄມ້ຄືນ ໃຫ້ມີຄວາມອຸດົມສົມບູນ ເຕັມໄປດ້ວຍພືດພັນໄມ້ຫລາກຫລາຍຊະນິດ, ສ້າງໃຫ້ເປັນສະຖານທີ່ຝຶກ, ທົດລອງ, ຄົ້ນຄວ້າ, ສາທິດ ກ່ຽວກັບພາກວິຊາຕ່າງໆ ຂອງຫລັກສູດທີ່ກ່ຽວຂ້ອງ ໃນຄະນະວິທະຍາສາດປ່າໄມ້ ແລະ ຄະນະວິຊາຕ່າງໆ ໃນມະຫາວິທະຍາໄລແຫ່ງຊາດ, ທັງສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວ, ເປັນບ່ອນພັກຜ່ອນຢ່ອນໃຈ ແລະ ອື່ນໆ ກວມເນື້ອທີ່ 80 ເຮັກຕາ ເຊິ່ງມີໄລຍະການປະຕິບັດໂຄງການ 2 ປີ.

ທີ່ມາ: ຂ່າວສານປະເທດລາວ.

 

Comments