ຊົມເຊີຍ!! ທີມບານເຕະແມ່ຍິງລາວ ຖະຫຼົ່ມ ຄີກິສຖານ ຜ່ານເຂົ້າຊິງຊະນະເລີດ

ການແຂ່ງ​ຂັນ​ບານ​ເຕະ​ລາຍ​ການ Bangamata U-19 Women’s International Gold Cup 2019 ຮອບຮອງຊະນະເລີດ ໃນວັນ​ຈັນ 29 ເມ​ສາ 2019 ເວ​ລາ 19:00

ທີມ​ຊາດລາວ​ ສາມາດເອົາຊະນະ ທີມ​ຊາດ ຄີກິສຖານ​ 7-1 ໂດຍທີມຊາດລາວ​ ໄດ້ປະຕູຈາກ: ເບີ​ 8​ ເປ້​ ພົມພັກດີ​ 4 ປະຕູ ນາ​ທີ 9,21,86, 89 ຈຸດ​ໂທດ , ເບີ​ 11 ວາດີ ອິນທີຍາ 1 ປະຕູ ນາ​ທີ 57,​ ເບີ​ 9 ມົນທິບ ສີສະເກດ 1 ປະຕູ​ ນາ​ທີ 74 ແລະ​ ເບີ​ 5 ຫຼ້າ​ນ້ອຍ​ ວົງສິງຄຳ 1 ປະຕູ 90+2 ຂະ​ນະ ທີ່ ຄີກິສຖານ ໄດ້​ປະ​ຕູ​ຈາກ: Aiturgan ນາ​ທີ 43.

ສຳລັບນັກເຕະດີເດັ່ນໃນນັດນີ້ຍັງຕົກເປັນຂອງ ເປ້​ ພົມພັກດີ​ ໂດຍ ຍິງໄດ້ທັງໝົດ 8​ ປະຕູ​ ໃນລາຍການດັ່ງກ່າວໄດ້ຮັບເງິນ 500​ $ ລວມ​ 3 ນັດ​ ໄດ້ຮັບເງິນ 1500 $.​ຈາກໄຊຊະນະດັ່ງກ່າວສົ່ງຜົນໃຫ້ທີມຊາດຍິງ ລາວ​ ຮຸ່ນ ອາຍຸ​ບໍ່ເກີນ​ 19​ ປີ​ ຜ່ານເຂົ້າຊີງຊະນະເລີດ ລໍຖ້າພົບກັບ ບັງກະລາເທດ​ ຫຼື​ ມົງໂກລີ​ ເຊິ່ງຈະແຂ່ງຂັນໃນວັນອັງຄານ 30​ ເມສາ​ 2019​.

ຫຼັງ​ເກມ ທ່ານ ວົງ​ມີ​ໄຊ ສຸ​ບົ​ວ​ຄຳ​ ຫົວ​ໜ້າ​ຄູ​ເຝິກ​ ໄດ້​ກ່າວ​ວ່າ: ” ດີ​ໃຈ​ຫຼາຍ​ສຳ​ລ​ັບ​ເກມ​ການ​ແຂ່ງ​ຂ​ັນ​ນັດ​ນີ້ທ​ີ່​ນັກ​ກິ​ລາ​ເຮົາ​ຫຼິ້ນ​ຕາມ​ເຕັກ​ນິກ ແລະ ​ພວກ​ເຮົາ​ສາ​ມາ​ດ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ໄດ້,

ນັດ​ຊ​ີງ​ຊະ​ນະ​ເລີ​ດ​ຈະ​ເປັນ​ຢແບບ​ໃດ ​ກໍ​ຂໍ​ໃຫ້​ແຟນ​ບານ​ລາວຊ່ວຍ​ເຊຍ, ຕອນ​ນີ້ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ ແມ່ນ​ເຮັດ​ສຳ​ເລັດ​ແລ້ວ ນັດ​ຊີງ​ຊະ​ນະ​ເລີດ​ພວກ​ເຮົາເຕັມ​ທີ່ ຮ້ອຍ​ເປີ​ເຊັນ ຈະ​ໄດ້​ບໍ່​ໄດ້​ມັນ​ເປັນ​ເລື​້ອງ​ໜຶ່ງ ​​ແຕ່​ພວກເຮົາ​ເຕັມ​ທີ່ຮ້ອຍ​ເປີ​ເຊັນ​ທ​ີ່​ຢ່າງ​ແນ່ນອນ ”.

ຂະ​ນະ​ທີ່, ເປ້ ພົມ​ພັກ​ດີ ນັກ​ກິ​ລາ ກອງ​ໜ້າທີມ​ຊາດ​ລາວ ທີ່​ຍິງ​ໄດ້​ 4 ປະ​ຕູ​ໃນ​ນັດ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ: ” ຮູ້​ສຶກ​ດີ​ໃຈ​ທີ່​ນຳ​ພາ​ທີມ​ຊາດ​ລາວ ຜ່ານ​ເຂົ້າ​ສູ່​ຮອບ​ຊີງ​ຊະ​ນະ​ເລີດ ຈະ​ພະ​ຍາ​ຍາມ​ຫຼິ້ນໃຫ້​ດີ​ທີ່​ສຸດ​ໃນ​ນັດ​ຊີງ​ຊະ​ນະ​ເລີດ, ຫຼິ້ນ​ຕາມ​ເຕັກ​ຕິກ​ຂອງ​ຄູ​ເຝິກທີ່​ວາງ​ອອກ ແລະ ຂອບ​ໃຈ​ເພື່ອນ​ຮ່ວ​ມ​ທີມ ”.

ຮອບຊີງຊະນະເລີດຈະມີຂຶ້ນໃນວັນສຸກ 03​ ພຶດສະພາ​ 2019​ ແຂ່ງຂັນຢູ່ທີ່ສະໝາມກິລາ Bangabandhu National Stadium, Dhaka.

ທີ່ມາ : Lao Football Federation

Comments