ການສໍ້ລາດບັງຫຼວງຂອງ ສປປ.ລາວ ຕິດຢູ່ອັນດັບ 132 ຂອງໂລກ

ສຳນັກຂ່າວຕ່າງປະເທດລາຍງານ 29 ມັງກອນ 2019 ວ່າ: ຜົນການຈັດອັບດັບການສໍ້ລາດບັງຫຼວງທົ່ວໂລກ ໃນຮອບປີ 2018 ໂດຍອົງກອນເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ເຊິ່ງໄດ້ສ້າງດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ ຫຼື CPI (Corruption Perceptions Index) ໃຫ້ຄະແນນຕັ້ງແຕ່ 100 ສໍ້ລາດບັງຫຼວງໜ້ອຍທີ່ສຸດ ຈົນເຖິງ 0 ສໍ້ລາດບັງຫຼວງຫຼາຍທີ່ສຸດ ປາກົດວ່າ ໃນປີ 2018 ກວ່າ 2 ໃນ 3 ຂອງປະເທດຕ່າງໆທົ່ວໂລກມີຄະແນນຕ່ຳກວ່າ 50 ແລະ ຄ່າສະເລ່ຍທົ່ວໂລກຢູ່ທີ່ 43 ຄະແນນ.

ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນປີ 2018 ຄື: ປະເທດແດນມາກ ໄດ້ຄະແນນ 88 ຄະແນນ, ອັນດັບ 2 ປະເທດນິວຊີແລນ 87 ຄະແນນ, ອັນດັບ 3 ປະເທດແຟງລັງ, 3. ປະເທດສິງກະໂປ, 3. ປະເທດຊູແອດ, 3. ສະວິດ, 7. ນອກແວ, 8. ໂຮນລັງ, 9. ການາດາ, 9. ບຸກຊຳບວກ, 11. ເຢຍລະມັນ ແລະ 11. ປະເທດອັງກິດ; ສ່ວນອັນດັບທ້າຍສຸດຂອງຕາຕະລາງການສໍ້ລາດບັງຫຼວງຄື: ໂຊມາລີ, ຕາມດ້ວຍຊີຣີ, ຊູດັງໃຕ້, ເຢເມນ, ເກົາຫຼີເໜືອ, ຊູດັງ, ກິເນ-ບິດຊາວ, ອາຟະການິດສະຖານ ແລະ ລີບີ.


ສ່ວນສະຫະລັດ ອາເມຣິກາ ປະເທດມະຫາອຳນາດທາງເສດຖະກິດອັນດັບ 1 ຂອງໂລກ ຄະແນນລົງຈາກ 75 ໃນປີ 2017 ມາຢູ່ທີ່ 71 ໃນປີ 2018 ແລະ ຫຼຸດອອກຈາກ 20 ປະເທດສໍ້ລາດບັງຫຼວງໜ້ອຍທີ່ສຸດເປັນຄັ້ງທຳອິດນັບຕັ້ງແຕ່ປີ 2012 ໂດຍອັນດັບຂອງສະຫະລັດ ອາເມຣິກາ ໃນປີ 2018 ຢູ່ທີ 22.

ໃນສ່ວນຂອງປະເທດລາວ ໃນປີ 2018 ຄະແນນຄົງທີ່ເທົ່າກັບປີ 2017 ຄື 29 ຄະແນນ ແລະ ຢູ່ໃນອັນດັບທີ 132 ຈາກທັງໝົດ 180 ປະເທດທົ່ວໂລກ, ສ່ວນປະເທດອື່ນໆໃນອາຊຽນມີຄະແນນ ແລະ ອັນດັບດັ່ງນີ້: ສິງກະໂປ 85 ຄະແນນ ອັນດັບ 3, ບຣູໄນ ດາຣູຊາລາມ 63 ຄະແນນ ອັນດັບ 31, ມາເລເຊຍ 47 ຄະແນນ ອັນດັບ 61, ອິນໂດເນເຊຍ 38 ຄະແນນ ອັນດັບ 89, ຟິລິບປິນ ແລະ ໄທ 36 ຄະແນນ ອັນດັບ 99, ຫວຽດນາມ 33 ຄະແນນ ອັນດັບ 117, ມຽນມາ 29 ຄະແນນ ອັນດັບທີ 132 ເທົ່າກັບ ສປປ.ລາວ, ກຳປູເຈຍ 20 ຄະແນນ ອັນດັບທີ 161.

ທີ່ມາ: https://www.transparency.org/cpi2018

Comments