ຂ່າວ ພາຍໃນປະເທດ

ລັດຖະບານກູ້ເງິນ 20 ລ້ານໂດລາ ປັບປຸງການຄຸ້ມຄອງການເງິນແຫ່ງລັດ ໃຫ້ເປັນທັນສະໄໝ

ລັດຖະບານໄດ້ເຊັນສັນຍາກູ້ຢືມເງິນ 20 ລ້ານໂດລາ ຈາກສະມາຄົມເພື່ອການພັດທະນາສາກົນ ( IDA ) ຂອງທະນາຄານໂລກ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດທີ່ຈະຊ່ວຍໃຫ້ເສດຖະກິດຂະຫຍາຍຕົວແບບຍືນຍົງ ແລະ ໝັ້ນຄົງ. ພິທີເຊັນສັນຍາກູ້ຢືມເງິນມີຂຶ້ນໃນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານ ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າສະມາຄົມ IDA, ຫ້ອງການທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການສະໜອງທຶນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ຂອງສະມາຄົມເພື່ອການພັດທະນາສາກົນ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( ...

Read More »

ການນໍາລາວ ສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ

ໃນວັນທີ 9 ພຶດສະພາ 2019 ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ລົງນາມປຶ້ມສະ ແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ, ເນື່ອງໃນໂອ ກາດຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ໃນວັນທີ 1 ພຶດສະພາ 2019 ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິພານຂອງ ສົມເດັດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ...

Read More »

ສປປ ລາວ ແລະ ສະຫະລັດອາເມລິກາຮ່ວມມືກັນ ຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 2-3 ພຶດສະພາ 2019, ທ່ານ ດຣ. ໂຣເບີດໂພບ, ຫົວໜ້າກົມຮ່ວມມືຫຼຸດຜ່ອນໄພຂົ່ມຂູ່ (CTR), ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ, ກໍຄືບັນດາຜູ້ຕາງໜ້າອົງການອະນາໄມໂລກ (WHO), ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ທ່ານ ດຣ. ໂພບ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານຊຶ່ງຈະເປັນການເພີ້ມທະວີເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຮ່ວມກັບ ທ່ານ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມລິກາ ພົບປະກັບ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ...

Read More »

ຜູ້ທີ່ກຳລັງເຮັດທຸລະກິດຂະໜາດນ້ອຍ ຫຼື ຢາກເລີ້ມຕົ້ນທຸລະກິດ ເຊີນເຂົ້າເຝິກອົບຮົມນີ້!!! (ຟຣີ)

ເຝິກອົບຮົມຟຣີ ສຳລັບແມ່ຍິງເທົ່ານັ້ນ!!!! *ເຖິງຜູ້ຍິງ ທີ່ກຳລັງລິເລີ່ມທຸລະກິດຂະໜາດນ້ອຍ ຫຼື ຢາກເລີ້ມຕົ້ນທຸລະກິດ ທາງສູນຜູ້ປະກອບການຍິງ ຢາກເຊີນບັນດາທ່ານເຂົ້າມາຮຽນຮູ້ “ການເຂົ້າຫາແຫຼ່ງທຶນ” **ພິເສດສຳລັບຜູ້ທີ່ຢູ່ຕ່າງແຂວງທີ່ສົນໃຈຢາກເຂົ້າມາຮ່ວມການເຝິກອົບຮົມໃນຫົວຂໍ້ນີ້ ທາງສູນຜູ້ປະກອບການມີການສະໜັບສະໜູນທາງດ້ານການເງິນຈຳນວນໜຶ່ງ ເຂົ້າໄປເບິ່ງລາຍລະອຽດໃນຟອມສະຕາມລິ້ງຂ້າງລຸ້ມນີ້ເລີຍເດີ! ***ການເຝິກອົບຮົມ ຈະໄດ້ຈັດຂຶ້ນໃນວັນທີ 13-14 ພຶດສະພາ (5) 2019 ໃນເວລາ 8:30-16:00 ****ສົນໃຈສາມາດສະມັກໄດ້ຕາມລິ່ງນີ້ https://forms.gle/zyiFzkQv3LNB6TfA8 ສອບຖາມຂໍ້ມູນເພີ່ມເຕີມທີ່: 021451669

Read More »

ເຊີນຊວນ!!!! ນັກທຸລະກິດ ເຂົ້າຮ່ວມສຳມະນາ ໂດຍບໍ່ເສຍຄ່າ (ຟຣີ)

ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍຖືເປັນກຽດເຊີນທາງເຂົ້າຮ່ວມກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງສິນຄ້າຢູ່ຕ່າງປະເທດ ສຳລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ. ວັນທີ 13/5/2019 ເວລາ 8:00-16:00, ສະຖານທີ່: ສູນການຄ້າ ລາວ ໄອເຕັກ ຕຶກເກົ່າ, ນອກນີ້ ທ່ານຍັງສາມາດເຂົ້າທ່ຽວຊົມງານວາງສະແດງຜະລິດຕະພັນລາວ 2019 ອີກດ້ວຍ!!! ພິເສດ: ບໍ່ມີຄ່າລົງທະບຽນເຂົ້າຮ່ວມງານ ຫຼາຍກວ່າ 80 ບ່ອນນັ່ງ ໂທແຈ້ງລາຍຊື່ເຂົ້າຮ່ວມເລີຍ 021 416 266 #MadeInLaos2019 #LaoSME #LaoBrand #LaoProduct

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ມອບເງິນ 66 ລ້ານກວ່າກີບ ໂມທະນາໃນວັນວິສາຂະບູຊາໂລກ

ໃນຕອນບ່າຍຂອງມື້ນີ້, ວັນທີ 8 ພຶດສະພາ 2019, ຢູ່ທີ່ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເງິນ ຈຳນວນ 66.450.000 ກີບ ເພື່ອໂມທະນາວັນວິສາຂະບູຊາໂລກ ທີ່ຈະຈັດຂຶ້ນວັນທີ 16-18 ພຶດສະພາ 2019 ທີ່ຈະມາເຖິງນີ້,  ລະຫວ່າງ ສະມາຄົມນັກທຸລະກິດແມ່ຍິງລາວທົ່ວປະເທດ ກັບ ສູນກາງແນວລາວສ້າງຊາດ, ກ່າວຮັບໂດຍທ່ານ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ຜູ້ຊີ້ນໍາວຽກງານສາສະໜາ ສູນກາງແນວລາວສ້າງຊາດ ແລະ ມອບເງິນໂດຍທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານ ກິດຕິມະສັກ ສທຍລ, ມີບັນດາຮອງປະທານ, ຕ່າງນັກທຸລະກິດແມ່ຍິງລາວ ເຂົ້າຮ່ວມມອບໃນຄັ້ງນີ້ດ້ວຍ. ເຊິ່ງມີລາຍລະອຽດກຳນົດການຕ່າງດັ່ງນີ້: ມີພຣະສົງ 500 ກວ່າຮູບ ພ້ອມທັງການນຳ ແລະ ພໍ່ແມ່ປະຊາຊົນຫຼາຍພັນຄົນ ສຳລັບຍາດໂຍມ ຈະໄດ້ມີການສະເຫຼືອມສະຫຼອງ ມີການສະແດງສິນລະປະວັນນະຄະດີລາວ ແລະ ວັນນະຄະດີຈາກປະເທດໄທ ເພື່ອການກຸສົນສົນ , ...

Read More »

ສາທາແຈ້ງເຕືອນ! ສະໝອງ ແລະ ຕັບ ໄດ້ຮັບອັນຕະລາຍໜັກຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າ

ອີງຕາມການລາຍງານໃນບາງຕອນຂອງ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນກອງປະຊຸມປຶກສາຫາລືເລື່ອງ: ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນຕອນເຊົ້າມື້ນີ້ (8 ພຶດສະພາ 2019) ໂດຍລະບຸວ່າ: ອະໄວຍະວະທີ່ໄດ້ຮັບຜົນກະທົບໂດຍກົງຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າແມ່ນ ສະໝອງ ແລະ ຕັບ. ຈາກການສຳຫຼວດການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າພົບວ່າ ຄົນລາວທີ່ມີອາຍຸ 15 ປີຂຶ້ນໄປ ມີອັດຕາການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າສູງ ສະເລ່ຍຜູ້ລະ 15 ລິດຕໍ່ຄົນ/ປີ. ຖ້າສະເລ່ຍໃສ່ແຕ່ລະຫົວຄົນ ພົບວ່າ ແຕ່ລະປີຄົນລາວບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ (ເຫຼົ້າຂາວ) ຜູ້ລະ 7,3 ລິດ ຊຶ່ງສູງກວ່າໝູ່ໃນອາຊຽນ. ດ້ວຍເຫດນີ້, ທາງກະຊວງສາທາລະນະສຸກ ຈິ່ງເຫັນໄດ້ ຜົນອັນຕະລາຍ ຂອງພຶດຕິກໍາການບໍລິໂພກ ສິ່ງມືນເມົາຂອງຄົນລາວ ທີ່ເຫັນວ່າ ໜ້າເປັນຫ່ວງ ແລະ ຜົນຂອງການບໍລິໂພກດັ່ງກ່າວ ໄດ້ເຮັດໃຫ້ຄົນລາວ ສຸຂະພາບ ຊຸດໂຊມ ກ່ອນໄວອັນຄວນ. ເຮັດໃຫ້ບຸກຄົນ, ຄອບຄົວ ແລະ ສັງຄົມ ຕ້ອງແບກຫາບ ພາລະໃນການປິ່ນປົວ ຄົນເຈັບ ທີ່ໄດ້ຮັບຜົນມາຈາກ ການດຶ່ມສິ່ງມືນເມົາ. ດ້ວຍເຫດນີ້ ແຈ້ງການ ...

Read More »

ຊົມເຊີຍ!!! ບໍລິສັດ ເບຍລາວ ເຫັນດີປະຕິບັດຕາມແຈ້ງການ ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ

ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ ສະແດງຄວາມຊົມເຊີຍ ແລະ ເຫັນດີປະຕິບັດຕາມແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດຕິດຕັ້ງປ້າຍໂຄສະນາຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ເປັນການຊັກຊວນໃຫ້ມີການດື່ມ ໂດຍໄດ້ຢືນຢັນວ່າຈະດັດແກ້ ແລະ ປັບປຸງການໂຄສະນາຕ່າງໆກ່ຽວກັບຜະລິດຕະພັນຂອງບໍລິສັດ ເບຍລາວ ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ກຳນົດເວລາ, ຂະໜາດ ແລະ ອື່ນໆຄືນໃໝ່ ເພື່ອຫຼີກລ້ຽງການໂຄສະນາ ຫຼື ຊັກຊວນໃຫ້ມີການດື່ມຫຼາຍເກີນໄປ. ພ້ອມດຽວກັນນັ້ນ ກໍເຫັນດີ ແລະ ນ້ອມຮັບກ່ຽວກັບປະເດັນ (ສາວເຊຍເບຍ), ຊຶ່ງຫາກເຫັນວ່າຍັງເປັນຜົນປະໂຫຍດຢູ່, ເປັນການສ້າງວຽກເຮັດງານທໍາ (ຫຼາຍຄົນຮຽນຈົບຍ້ອນ, ບາງຄົນກໍສາມາດເປັນເສົາຂອງຄອບຄົວ) ແລະ ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວບ້ານເຮົາຫຼາຍຂຶ້ນ ກໍຈະປັບປຸງຮູບແບບ ໂດຍບໍ່ໃຫ້ໂລດຜົນເກີນໄປ ແລະ ໃຫ້ສອດຄ່ອງກັບວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ...

Read More »

ນະຄອນຫຼວງວຽງຈັນ ຈະປຸກລະດົມພົນລະເມືອງ ປູກຕົ້ນໄມ້ໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ

ກອງປະຊຸມເປີດກວ້າງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 6 ສະໄໝທີ VI ຈັດຂຶ້ນວັນທີ 3 ພຶດສະພາ 2019 ສະຫາຍ ແສງອາລຸນ ສຸລິຍະວົງ ເລຂາໜ່ວຍພັກກອງກວດກາປ່າໄມ້ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການປູກໄມ້ແບບຍືນຍົງ ການກວດກາປ່າໄມ້ ແລະ ການກະກຽມການປູກໄມ້ປີ 2019 ວ່າ: ໃນປີ 2018 ນວ ສາມາດຜະລິດເບັ້ຍໄມ້ໄດ້ທັງໝົດ 3.444.115 ເບັ້ຍ ປູກໄມ້ໄດ້ 387 ເຮັກຕາ ໃນນັ້ນພາກລັດປູກໄດ້ 83 ເຮັກຕາ ມີເບັ້ຍໄມ້ 94.208 ເບັ້ຍ ພາກປະຊາຊົນ ແລະ ບໍລິສັດ ປູກໄດ້ 303 ເຮັກຕາ ມີເບັ້ຍໄມ້ 215.578 ເບັ້ຍ ຕາມແຜນການ 300 ເຮັກຕາ ປະຕິບັດໄດ້ລື່ນຄາດໝາຍ ເທົ່າກັບ 129,07% ໃນນັ້ນຈໍານວນເບັ້ຍໄມ້ທີ່ໄດ້ປູກ 650.205 ...

Read More »

ສະມາຊິກພັກ ແລະ ພະນັກງານແຂວງໄຊຍະບູລີ 102 ຄົນ ຖືກປະຕິບັດວິໄນ

ສະມາຊິກພັກເພີ່ມຂຶ້ນຫຼາຍ ແຕ່ຂາດຄຸນນະພາບ, ການສັບຊ້ອນຍົກຍ້າຍພະນັກງານບາງຕຳແໜ່ງບໍ່ແທດເໝາະກັບວິຊາສະເພາະ. ທ່ານ ຄຳພຽນ ປັນຍາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ເປີດເຜີຍໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ປະຈຳປີ 2018 ວ່າ: ຜ່ານມາເຖິງວ່າຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ເຮັດວຽກງານ, ການເມືອງ – ແນວຄິດດ້ວຍຫຼາຍຮູບ, ຫຼາຍວິທີແຕ່ການຫັນປ່ຽນດ້ານແນວຄິດ ແລະ ການກະທຳຂອງສະມາຊິກພັກ – ພະນັກງານຍັງບໍ່ທັນຫຼາຍ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບ, ຄວາມຈູບຈ້າວຫ້າວຫັນ, ກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ນ້ຳໃຈເສຍສະຫຼະເພື່ອສ່ວນລວມຂອງສະມາຊິກພັກ – ພະນັກງານຈຳນວນໜຶ່ງບໍ່ສູງ. ບັນຫາທີ່ໜ້າເປັນຫ່ວງໃນປັດຈຸບັນນີ້ ສະມາຊິກພັກ – ພະນັກງານຈຳນວນໜຶ່ງນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເຊື່ອມຖອຍ ເກີດມີປາກົດການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ສໍ້ລາດບັງຫຼວງ, ພະຍາດອາຍາສິດ, ຫ່າງເຫີນຮາກຖານ, ຫ່າງເຫີນຕົວຈິງ, ຈຳນວນໜຶ່ງເມື່ອເຂົ້າພັກແລ້ວບໍ່ເຄື່ອນໄຫວວຽກຂອງພັກ, ບໍ່ເປັນແບບຢ່າງໃຫ້ມະຫາຊົນອັນໄດ້ສົ່ງຜົນສະທ້ອນຕໍ່ບົດບາດການນຳພາຂອງພັກ. ສະແດງອອກຜ່ານການກວດກາປະເມີນຜົນ ແລະ ດຳເນີນຊີວິດການເມືອງ ປົວແປງພັກຂັ້ນຮາກຖານບ້ານມີຜູ້ຖືກປະຕິບັດວິໄນໃນຄັ້ງນີ້ເຖິງ 102 ສະຫາຍ ຍິງ 11 ສະຫາຍ. ໃນນີ້, ພົວພັນຢາເສບຕິດ 19 ສະຫາຍ, ເອົາອອກຈາກພັກ 27 ...

Read More »