ປະທານປະເທດລາວ ຢ້ຽມຢາມ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ

ສະຫາຍເລຂາທິການໃຫຍ່ພັກ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2:
ຕອບສະໜອງຄາມຄໍາເຊື້ອເຊີນຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ 2019.

ໃນຕອນແລງຂອງວັນທີ 25 ເມສາ 2019, ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບກັບ ສະຫາຍ ລີເຄີ້ສຽງ, ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ.
ໃນການພົບປະດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ເດີນທາງມາຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ ຕາມການເຊື້ອເຊີນຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງຝ່າຍ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ທີ່ນັບມື້ນັບມີການຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ກ້າວຂຶ້ນສູ່ລະດັບສູງອັນໃໝ່.
ຝ່າຍລາວ ຍັງໄດ້ຕີລາຄາສູງຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ແລະ ໄດ້ຢືນຢັນຄືນເຖິງຄວາມສໍາຄັນໃນການຫັນເອົາຍຸດທະສາດ “ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ”ຂອງລາວ ເຊື່ອມຈອດເຂົ້າກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງ ສປ ຈີນ; ພ້ອມນີ້, ກໍ່ຍັງໄດ້ຕີລາຄາສູງຕໍ່ໂຄງການການສ້າງເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນໂຄງການທໍາອິດໃນກອບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ສອງປະເທດ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ຝ່າຍຈີນ ຈະສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະສິກໍາຂອງລາວ ເຂົ້າປະເທດຈີນ ເພື່ອຍົກສູງບໍລິມາດການແລກປ່ຽນສິນຄ້າລະຫວ່າງສອງປະເທດ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ ມາໂດຍຕະຫຼອດ ແລະ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ກໍ່ຄື ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານໃນພາລະກິດການເປີດປະຕູສູ່ພາຍນອກ ຂອງ ສປ ຈີນ ຕະຫຼອດເວລາ 40 ກວ່າປີທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງຈະປະສົບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ສືບຕໍ່ບັນລຸເປົ້າໝາຍສູ້ຊົນ “100 ປີສອງເຫດການ” ທີ່ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນວາງອອກ.

ໃນໂອກາດດຽວກັນ, ສະຫາຍ ລີເຄີ້ສຽງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດລາວ ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢູ່ນະຄອນຫຼວງປັກກິ່ງໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາວ່າ ສອງປະເທດມີການພົວພັນທີ່ສະໜິດແໜ້ນ, ມີທ່າແຮງການຮ່ວມມືທີດີ ແລະ ມີໝາກຜົນການຮ່ວມມືທີ່ເປັນຮູບປະທຳຕົວຈິງນັບມື້ນັບຫຼາຍຂຶ້ນ.
ຝ່າຍຈີນ ຍິນດີຈະສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວພັນໄປມາຫາສູ່ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ແລະ ສອງລັດ; ສືບຕໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການ ເມືອງ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ, ແລະ ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ຝ່າຍຈີນ ຍິນດີຮ່ວມກັບຝ່າຍລາວ ຈັດຕັ້ງປະຕິບັດການເຊື່ອມໂຍງ ລະຫວ່າງ ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດການພັດທະນາຂອງລາວ, ພ້ອມກັນຈັດຕັ້ງປະຕິບັດການຮ່ວມມືແລວທາງເສດຖະກິດ ລາວ-ຈີນ, ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມຄືບໜ້າອັນໃໝ່, ຂະຫຍາຍບໍລິມາດການນໍາເຂົ້າຜະລິດຕະພັນກະສິກໍາທີ່ມີຄຸນນະພາບສູງຂອງລາວ ເຂົ້າຈີນ.
ຝ່າຍຈີນ ຍິນດີສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຝ່າຍລາວ ຖືເອົາການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ກາຍເປັນເວທີສໍາຄັນໃນການຮ່ວມມືໃນພາກພື້ນ.

ໃນວັນດຽວກັນ, ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ພົບກັບ ສະຫາຍ ຫວັງຮູນິງ, ກຳມະການຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ, ໂດຍທັງສອງຝ່າຍໄດ້ລົງເລິກແລກປຽນຄຳຄິດຄຳເຫັນນຳກັນ ກ່ຽວກັບ ການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ບົນພື້ນຖານການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ພ້ອມກັນສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຮ່ວມມືກັນກໍ່ສ້າງພັກ-ພະນັກງານ, ລວມທັງໃນວຽກງານທິດສະດີ-ພຶດຕິກໍາຂອງສອງພັກ.

ທີ່ມາ: Lao National Radio

Comments