ຂ່າວ ພາຍໃນປະເທດ

ຊົມເຊີຍ!!!! ນັກຮຽນລາວ ໄດ້ຮັບລາງວັນຫຼຽນເງິນ ໃນງານ ASEAN Plus Three Junior Science Odyssey ປະເທດໄທ

ນ້ອງນັກຮຽນລາວສາມາດຍາດໄດ້ຫຼຽນລາງວັນຈາກການເຂົ້າຮ່ວມແຂ່ງຂັນດ້ານວິທະຍາສາດ ທີ່ປະເທດໄທ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມເປັນຈຸດປະສານງານວຽກງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ນຳພາຄະນະຜູ້ຕິດຕາມ ແລະ ນ້ອງນັກຮຽນຈາກ ໂຮງຮຽນ ມສ ວຽງຈັນ ແລະ ໂຮງຮຽນ ກຽດຕິສັກ ລວມທັງໝົດຈຳນວນ 10 ຄົນເຂົ້າຮ່ວມກິດຈະກຳ ໂຄງການວິທະຍາສາດໜຸ່ມນ້ອຍ ອາຊຽນບວກສາມ ຫຼື ເອີ້ນວ່າ: ASEAN Plus Three Junior Science Odyssey (APT JSO) ຊຶ່ງເປັນໂຄງການໜຶ່ງທີ່ບັນດາປະເທດສະມາຊິກອາຊຽນພັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ, ໃນປີ 2019 ນີ້ເປັນຄັ້ງທີ 8 ໂດຍແມ່ນ ຣາຊະອານາຈັກໄທ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 9-15 ມິຖຸນາ 2019 ຜ່ານມາ, ທີ່ແຂວງ ປະທຸມທານີ ໂດຍປີນີ້ຈັດຂຶ້ນໃນຫົວຂໍ້ “ບົດບາດຂອງຊາວໜຸ່ມໃນການສື່ສານ ເອົາວຽກວິທະຍາສາດ ເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍໃນການພັດທະນາແບບຍືນຍົງ” (The Role of Youth in Communicating Science for ...

Read More »

ຂ່າວດີ !!! ແຂວງຊຽງຂວາງ ເຮັດໜັງສື ຜ່ານແດນ ( Passport) ຢູ່ໃນແຂວງໄດ້ແລ້ວ… 

ພະແນກການຕ່າງປະເທດແຂວງຊຽງຂວາງ ອອກໜັງສືແຈ້ງການ  ເລື່ອງ ການເປີດນຳໃຊ້ ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ແຂວງຊຽງຂວາງ ຢູ່ທີ່ບ້ານນາລີ ເມືອງແປກ ແຂວງຊຽງຂວາງ. ການສ້າງສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ (Passport) ຂອງກະຊວງການຕ່າງປະເທດ ໄດ້ສຳເລັດ ແລະ ພ້ອມຈະເປີດໃຫ້ບໍລິການ ຮັບໃຊ້ສັງຄົມ ແລະ ເພື່ອເຮັດໃຫ້ການອອກໜັງສືຜ່ານແດນ ຖືກຕ້ອງຕາມເຕັກນິກການເກັບກຳຂໍ້ມູນຂອງສາກົນ ເຊິ່ງຈະເພີ່ມຄວາມສະດວກສະບາຍ ແລະ ປະຢັດລາຍຈ່າຍ ໃຫ້ປະຊາຊົນຢູ່ບັນດາແຂວງ ພາກເໜືອ ຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ. ກະຊວງການຕ່າງປະເທດ ຈະໄດ້ເປີດບໍລິການຮັບຄໍາຮ້ອງຂໍໜັງສືຜ່ານແດນເລີ່ມວັນທີ 1​ ກໍລະກົດ 2019 ເປັນຕົ້ນໄປ ຢູ່ທີ່ສູນຮັບຄໍາຮ້ອງ ເຮັດໜັງສືຜ່ານແກນ ບ້ານລີ່ ເມືອງແປກ ແຂວງຊຽງຂວາງ ຢ່າງເປັນທາງການ.

Read More »

ແຂວງຜົ້ງສາລີ ມີສິນຄ້າໂອດ໋ອບແລ້ວ 8 ລາຍການ

ແຫຼ່ງຂ່າວຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີ ໄດ້ຖືເອົາວຽກງານອຸດສາຫະກຳ-ການຄ້າ ເປັນວຽກປາຍແຫຼມໃນການພັດທະນາເສດຖະກິດ-ສັງຄົມ, ເຊິ່ງໄລຍະຜ່ານມາ ພະແນກອຸດສາຫະກຳ-ການຄ້າແຂວງ ກໍໄດ້ສົມທົບກັບພາກສວ່ນກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ທີ່ມີເອກກະລັກສະເພາະ ແລະ ມີຄຸນະພາບສູງ ບວກກັບການຍົກລະດັບສີນຄ້າໃຫ້ກາຍເປັນສິນຄ້າໂອດ໋ອບ, ມາຮອດປັດຈຸບັນ ແຂວງຜົ້ງສາລີ ມີສິນຄ້າໂອດ໋ອບແລ້ວ 8 ລາຍການຄື: ຫັດຖະກຳຕ່ຳຫູກທໍໄໝບ້ານ ຫ້ວຍດອຍ ເມືອງໃໝ່, ຜະລິດຕະພັນນໍ້າເຜິ້ງ ບ້ານແສນລາດ ເມືອງຂວາ, ຫັດຖະກໍາແຜນແພ ບ້ານລ້ອງນາຍ ເມືອງບຸນໃຕ້, ຊາພະຍາສີ ເມືອງຜົ້ງສາລີ, ຊາຂຽວຜົ້ງສາລີ ເມືອງຜົ້ງສາລີ, ຊາພຽງໂມຢາ ບ້ານບໍ່ກົ້ງ ເມືອງຜົ້ງສາລີ, ຊາທ່ອນ ບ້ານລຸງຈິງ ເມືອງຜົ້ງສາລີ ແລະ ຫັດຖະກຳໄມ້ປ່ອງ ບ້ານຕ້າງ ເມືອງຍອດອູ. ນອກນີ້, ຍັງມີແຜນຈະປະກາດເປັນສິນຄ້າໂອດ໋ອບເພີ່ມອີກ 2 ລາຍການຄື: ຜະລິດຕະພັນເຫຼົ້າຂຽວ ບ້ານຂຸນສຸກ ເມືອງຜົ້ງສາລີ ແລະ ໄຄແຜນ ປາກນ້ຳນ້ອຍ ເມືອງຂວາ. ທີ່ມາ: ຂ່າວສານປະເທດລາວ

Read More »

ການປູກກ້ວຍ ເພື່ອການຄ້າໃນລາວ ໄດ້ສ້າງຊື່ສຽງອັນບໍ່ເພິ່ງປາຖະໜາຕໍ່ຄົນລາວ

ການປູກກ້ວຍ ເພື່ອການຄ້າໃນ ສປປລາວ ໄດ້ສ້າງຊື່ສຽງອັນບໍ່ເພິ່ງປາຖະໜາຕໍ່ຄົນລາວ ເລື່ອງຂອງການ ນຳໃຊ້ສານເຄມີ ທີ່ເປັນພິດ ທີ່ຮ້າຍແຮງ ຕໍ່ສະພາບແວດລ້ອມ ບໍ່ວ່າ ດິນ, ແຫຼ່ງນໍ້າ ແລະ ຮວມທັງຊີວິດ ຂອງຄົນ. ເຊິ່ງການສູນເສຍນີ້ ແມ່ນຍາກທີ່ຈະຟື້ນຟູ ຄືນສູ່ສະພາບເດີມໄດ້ ໃນໄລຍະຈໍ້ໆ.   ແຕ່ແນວໃດກໍດີ ໝາກກ້ວຍ ໄດ້ສ້າງລາຍຮັບເຂົ້າປະເທດຫຼາຍສົມຄວນ, ອີງຕາມກະຊວງ ອຸດສາຫະກຳ ແລະການຄ້າ ລາຍງານວ່າ ປີ 2017 ສປປລາວ ສາມາດລາຍຮັບ ຈາກການສົ່ງອອກກ້ວຍໄດ້ 169.7 ລ້ານໂດລາ ສະຫະລັດ ອາເມລິກາ ແລະ ເຖິງວ່າ ລັດຖະບານ ຈະສັ່ງໂຈະ ການຂະຫຍາຍ ເນື້ອທີ່ການປູກກ້ວຍ ໃນປີດັ່ງກ່າວ ແຕ່ ກ້ວຍກໍຍັງເປັນ ພືດເສດຖະກິດທີ່ສຳຄັນຂອງປະເທດ. ໃນເວລາດຽວກັນນັ້ນ ສະຖາບັນ ການຄົ້ນກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ລາຍງານ ປີ 2016​ ນັ້ນວ່າ ການປູກກ້ວຍ ເພື່ອການຄ້າ ໃນ ສປປລາວ ແມ່ນມີຜົນກະທົບດ້ານລົບຫຼາຍສົມຄວນ ...

Read More »

ຄົນລາວຫຼັ່ງໄຫຼໄປຮຽນ ຢູ່ ສປ ຈີນ ເພີ່ມຂຶ້ນເຖິງ 7.000 ກວ່າຄົນ ຍ້ອນ….

ນັກສຶກສາລາວຫຼັ່ງໄຫຼເຂົ້າໄປສຶກສາຮໍ່າຮຽນຢູ່ປະເທດຈີນເພີ່ມຂຶ້ນແບບກ້າວກະໂດດ ເຖິງປັດຈຸບັນ ມີຕົວເລກສູງເຖິງ 7.000 ກວ່າຄົນ ເຫດຜົນຍ້ອນຄຸນນະພາບ-ມາດຕະຖານການສຶກສາສູງກວ່າບາງປະເທດພວມພັດທະນາ ແລະ ເທົ່າທຽມກັບບາງປະເທດພັດທະນາແລ້ວ, ຂະນະທີ່ ນັກສຶກສາລາວຈໍານວນບໍ່ໜ້ອຍເຊື່ອວ່າລະບົບການປົກຄອງ-ການເມືອງຄ້າຍຄືກັນ ຍິ່ງກວ່ານັ້ນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໄດ້ກາຍເປັນສິ່ງດຶງດູດເຮັດໃຫ້ເຂົາເຈົ້າຕ້ອງເລືອກສະແຫວງຫາເຂົ້າມາຮຽນ ສປ ຈີນ ເພີ່ມຂຶ້ນ ເຊິ່ງຈະເປັນໂອກາດໃຫ້ປະສົບຜົນສໍາເລັດໃນອາຊີບຫຼາຍກວ່າ. ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວປະຈໍາ ສປ ຈີນໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະຊາວໜຸ່ມສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນໃນວັນທີ 15 ມິຖຸນາ 2019 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍເປັນປະທານຂອງ ສະຫາຍ ສະເຫຼີມໄຊ ທະທົງສັກ ຄະນະພັກ, ຫົວໜ້າຫ້ອງການສະຖານທູດ ສປປ ລາວ ປະຈໍາ ສປ ຈີນ, ພ້ອມ ສະຫາຍ ວົງສິນ ໃຊຍະວົງ ເລຂາຄະນະຊາວໜຸ່ມ, ເລຂາເອກຝ່າຍສຶກສາ ແລະ ວັດທະນະທໍາສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ລວມທັງນັກສຶກສາລາວເຂົ້າຮ່ວມ ...

Read More »

ມອບ-ຮັບ ສິ່ງເສດເຫຼືອທະຫານອາເມລິກາ ທີ່ຫາຍສາບສູນປາງສົງຄາມຢູ່ລາວ

ໃນວັນທີ 17 ມິຖຸນາ 2019, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ເຊິ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມ ຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ, ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 4 ປະຈໍາປີ 2018-2019 ຢູ່ເຂດເມືອງບົວລະພາ ແຂວງຄໍາມ່ວນ ແລະ ເມືອງວິລະບູລີ ເເຂວງສະຫວັນນະເຂດ. ທີ່ມາ: ຂ່າວສານປະເທດລາວ.

Read More »

ສ້າງໃໝ່!!! ອີກໜຶ່ງ ກົດໝາຍ ວ່າດ້ວຍອາກອນລາຍໄດ້

ດ້ວຍການເຕີບໃຫຍ່ຂະຫຍາຍຕົວຂອງສະພາບເສດຖະກິດ-ສັງຄົມໃນປັດຈຸບັນທີ່ມີຂະແໜງການແຍກຍ່ອຍຫຼາຍ. ສະນັ້ນ, ຈິ່ງມີຄວາມຈຳເປັນສ້າງກົດໝາຍໃໝ່ຂຶ້ນມາເພື່ອເປັນເຄື່ອງມືໃນການກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມວຽກງານອາກອນລາຍໄດ້ ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ. ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍວ່າດ້ວຍສ່ວຍສາອາກອນ ເພື່ອຊຸກຍູ້ສົ່ງເສີມການດໍາເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ດັດສົມລາຍໄດ້ໃນສັງຄົມ, ແນ່ໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ,ໂປ່ງໃສ ແລະ ຍຸດຕິທໍາ, ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ປະກອບມີ IX ພາກ, 6 ໝວດ ແລະ 76 ມາດຕາ. ອາກອນລາຍໄດ້ແມ່ນອາກອນທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການດໍາເນີນທຸລະກິດ ຫຼື ມີລາຍໄດ້ຈາກການປະກອບອາຊີບ ລ້ວນແຕ່ມີພັນທະເສຍອາກອນລາຍໄດ້ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ຕ້ອງມີເລກປະຈໍາຕົວເສຍອາກອນ. ກົດໝາຍວ່າດ້ວຍອາກອນລາຍໄດ້ ຖືກນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 18 ມິຖຸນາ 2019 ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຊ່ວຍປະກອບຄຳຄິດເຫັນ ແລະຮັບຮອງເອົາ. ການຄິດໄລ່ອັດຕາອາກອນລາຍໄດ້ໃນຮ່າງກົດໝາຍສະບັບນີ້ມີອັດຕາທະວີຄູນແຕ່ 0-28 ສ່ວນຮ້ອຍ ໃນນີ້ຜູ້ທີ່ມີລາຍຮັບແຕ່ 1.300.000 ...

Read More »

ຕໍາຫຼວດ ທຸກທ່ານ ຕ້ອງອ່ານ ແລະ ປະຕິບັດຢ່າງເຄັ່ງຄັດ! ລະເມີດ ຖືກລົງວິໄນໜັກ! ບໍ່ມີຂໍ້ຍົກເວັ້ນ

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2019, ຢູ່ສະໂມສອນຊັ້ນ 4 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທ່ານ ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນວ ໄດ້ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫົງບ ສະບັບເລກທີ 564/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ພະນັກງານຂັ້ນບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ບັນດາ ປກສ ເມືອງ 9 ເມືອງໄດ້ເຊື່ອມຊຶມ-ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຂໍ້ຕົກລົງດັ່ງກ່າວປະກອບມີ 6 ໝວດ, ມີ 21 ມາດຕາຄື: ໝວດທີ 1 ວ່າດ້ວຍບັນຍັດທົ່ວໄປ , ໝວດທີ 2 ຂໍ້ຫ້າມ ຕໍ່ ນາຍ ແລະ ພົນຕໍາຫຼວດ, ໝວດທີ 3 ມາດຕະການຕໍ່ຜູ້ລະເມີດ, ...

Read More »

ມຊ ກຳນົດສອບເສັງ ວັນ 3 ສິງຫາ 2019 ນ້ອງໆນັກສຶກສາກຽມພ້ອມກັນແລ້ວບໍ່?

    ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ກຳ­ນົດ​ວັນ​ສອບ­ເສັງ​ເຂົ້າ​ສຶກ​ສາ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ວັນ​ທີ 3 ສິງ­ຫາ 2019 ພ້ອມ​ທັງ​ໄດ້​ແນະ­ນຳ​ການ​ກະ­ກຽມ​ກ່ອນ​ສະ­ໝັກ​ເຂົ້າ​ສອບ­ເສັງ ເພື່ອ​ຮັບ­ປະ­ກັນ​ດ້ານ​ຄວາມ​ພ້ອມ ແລະ ເຮັດ​ໃຫ້­ການ​ສອບ­ເສັງ​ມີ​ປະ​ສິດ­ທິ​ຜົນ​ສູງ. ອີງ​ຕາມ​ໜັງ­ສື​ແຈ້ງ​ການ​ສະ­ບັບ​ເລກ​ທີ 1735/ມຊ ນະ­ຄອນ­ຫຼວງ​ວຽງ​ຈັນ ລົງ​ວັນ​ທີ 3 ມິ­ຖຸ­ນາ 2019 ເລື່ອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ລົງ­ທະ­ບຽນ ເພື່ອ​ຮັບ​ສະ­ໝັກ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ໂດຍ​ການ​ລົງ­ທະ­ບຽນ​ສອບ­ເສັງ​ປີ​ນີ້ ມຊ ຈະ​ໄດ້​ປະ­ຕິ­ບັດ​ການ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ­ຮຽນ ເພື່ອ​ເຂົ້າ​ສຶກ​ສາ​ຕໍ່​ຢູ່ ມຊ ໂດຍ​ໄດ້​ກຳ­ນົດ​ວັນ​ສອບ­ເສັງ ວັນ​ທີ 3 ສິງ­ຫາ 2019 ເຊິ່ງ​ຈະເປີດ​ລົງ­ທະ­ບຽນ​ອອນ​ລາຍ ເລີ່ມ​ແຕ່​ວັນ​ທີ 1-30 ກໍ­ລະ­ກົດ 2019 ແລະ ນຳ​ເອ­ກະ­ສານ​ມາ​ສະ­ເໜີ ຮັບ​ບັດ​ອະ­ນຸ­ຍາດ​ເຂົ້າ​ຫ້ອງ​ສອບ­ເສັງ​ຈາກ​ການ​ລົງ​ອອນ​ລາຍ ແຕ່​ວັນ​ທີ 8-30 ກໍ­ລະ­ກົດ 2019 ຢູ່ ມຊ (ສະ­ໂມ­ສອນ​ໃຫຍ່) ກໍ­ລະ­ນີ​ຜູ້​ບໍ່​ສາ­ມາດ​ລົງ­ທະ­ບຽນ​ເອງ​ໄດ້ ແລະ ບໍ່​ເຂົ້າ­ໃຈ ສາ­ມາດ​ລົງ­ທະ­ບຽນ​ທາງ​ອອນ​ລາຍ ຢູ່ ມຊ ແຕ່​ວັນ​ທີ 8-30 ...

Read More »

ແລນໂລເວີລາວ ເປີດຕົວລົດໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ

ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ  ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ນັກສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ. RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. ສຳຫຼັບ NEW RANGE ROVER EVOQUE ໄດ້ປັບຄວາມສວຍງາມແຕກຕ່າງຈາກເກົ່າໂດຍການເພີ່ມຄວາມກວ້າງຂອງໂຕລົດຂຶ້ນນເປັນ 96 ມິນລີແມັດ ແລະ ຄວາມສູງ ...

Read More »