ຊົມເຊີຍ!!!! ນັກຮຽນລາວ ໄດ້ຮັບລາງວັນຫຼຽນເງິນ ໃນງານ ASEAN Plus Three Junior Science Odyssey ປະເທດໄທ

ນ້ອງນັກຮຽນລາວສາມາດຍາດໄດ້ຫຼຽນລາງວັນຈາກການເຂົ້າຮ່ວມແຂ່ງຂັນດ້ານວິທະຍາສາດ ທີ່ປະເທດໄທ


ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມເປັນຈຸດປະສານງານວຽກງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ນຳພາຄະນະຜູ້ຕິດຕາມ ແລະ ນ້ອງນັກຮຽນຈາກ ໂຮງຮຽນ ມສ ວຽງຈັນ ແລະ ໂຮງຮຽນ ກຽດຕິສັກ ລວມທັງໝົດຈຳນວນ 10 ຄົນເຂົ້າຮ່ວມກິດຈະກຳ ໂຄງການວິທະຍາສາດໜຸ່ມນ້ອຍ ອາຊຽນບວກສາມ ຫຼື ເອີ້ນວ່າ: ASEAN Plus Three Junior Science Odyssey (APT JSO) ຊຶ່ງເປັນໂຄງການໜຶ່ງທີ່ບັນດາປະເທດສະມາຊິກອາຊຽນພັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ, ໃນປີ 2019 ນີ້ເປັນຄັ້ງທີ 8 ໂດຍແມ່ນ ຣາຊະອານາຈັກໄທ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 9-15 ມິຖຸນາ 2019 ຜ່ານມາ, ທີ່ແຂວງ ປະທຸມທານີ ໂດຍປີນີ້ຈັດຂຶ້ນໃນຫົວຂໍ້ “ບົດບາດຂອງຊາວໜຸ່ມໃນການສື່ສານ ເອົາວຽກວິທະຍາສາດ ເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍໃນການພັດທະນາແບບຍືນຍົງ” (The Role of Youth in Communicating Science for Sustainable Development Goals(SDGs) Issues in the Regions).


ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ນັກຮຽນເກີດມີຄວາມສົນໃຈກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ຫຼາຍຂຶ້ນ ດ້ວຍການກະຕຸ້ນໃຫ້ນັກຮຽນມີຄວາມຢາກຮູ້ ໂດຍຜ່ານການແລກປ່ຽນບົດຮຽນ, ປະສົບການ ແລະ ການເຮັດທົດລອງຕົວຈິງ, ພ້ອມທັງເປັນການປູກຈິດສຳນຶກໃຫ້ນ້ອງນັກຮຽນມີຄວາມມັກຮັກ ໃນອາຊີບຕ່າງໆຂອງຂະແໜງການກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ໃນອະນາຄົດ. ນອກຈາກນີ້, ຍັງເປັນການ ສ້າງໂອກາດໃຫ້ ນ້ອງນັກຮຽນໄດ້ເສີມສ້າງສາຍພົວພັນ, ມິດຕະພາບທີ່ດີ ແລະ ເຂົ້າຮ່ວມບັນດາກິດຈະກຳຕ່າງໆເຊັ່ນ: ນຳສະເໜີຜົນງານປະດິດສ້າງເປັນຂອງຕົນເອງເປັນ ໂປສເຕີ (Poster Presentation), ເຮັດທົດລອງຕົວຈິງ ໃນຫ້ອງທົດລອງ, ຮ່ວມທັດສະນະສຶກສາສະຖານທີ່ວິທະຍາສາດຕ່າງໆ ແລະ ເຂົ້າຮ່ວມກິດຈະກຳແລກປ່ຽນວັດທະນາທຳ ຮ່ວມກັນ, ໃນປີ 2019 ນີ້ ນອກຈາກນັກຮຽນຈາກບັນດາປະເທດສະມາຊິກອາຊຽນແລ້ວ ຍັງມີນ້ອງນັກຮຽນຈາກ ສາມປະເທດຄື: ຈີນ, ຍິປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມນຳອີກ.


ຜ່ານການເຂົ້າຮ່ວມແຂ່ງຂັນບັນດາກິດຈະກຳຄັ້ງນີ້ນ້ອງນັກຮຽນຈາກ ມສ ວຽງຈັນ ສາມາດຍາດໄດ້ຫຼຽນເງິນ 1 ຫຼຽນຈາກການນຳສະເໜີ ໂພສເຕີ ແລະ  ໂຮງຮຽນກຽດຕິສັກ ໄດ້ຫຼຽນທອງແດງ 1 ຫຼຽນ ຈາກການເຮັດທົດລອງໃນຫ້ອງປະຕິບັດການ, ຕາງໜ້າຈາກ ມສ ວຽງຈັນ ແລະ ໂຮງຮຽນກຽດຕິສັກ ໄດ້ຮັບຫຼຽນທອງແດງຄົນລະ 1 ຫຼຽນ ຈາກການເຮັກວຽກເປັນກຸ່ມຮ່ວມກັບປະເທດອື່ນ ແລະ ຕາງໜ້າຈາກ ໂຮງຮຽນກຽດຕິສັດ ໄດ້ຮັບລາງວັນກຽດຕິຍົດ 1 ລາງວັນ. ພາຍຫຼັງສຳເລັດການເຂົ້າຮ່ວມກິດຈະກຳແລ້ວຄະນະ ແລະ ນ້ອງນັກຮຽນໄດ້ເດີນທາງກັບຮອດສະໜາມບິນສາກົນ ວັດໄຕ ໃນວັນທີ 15 ມິຖຸນາ 2019 ໂດຍມີບັນດາຄູ-ອາຈານ ແລະ ຜູ້ປົກຄອງຂອງນັກຮຽນຕ້ອນຮັບ.

ທີ່ມາ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ

Comments