ຂ່າວ ພາຍໃນປະເທດ

ລັດຖະມົນຕີ ກະຊວງສາທາ ສັ່ງໃຫ້ພະນັກງານຮີບຮ້ອນ ລົງຊ່ວຍສຸກສາລາ ເພື່ອຕອບໂຕ້ໄຂ້ຍຸງລາຍ

ເມື່ອທ້າຍອາທິດຜ່ານມາ, ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາ ລະນະສຸກ ໄດ້ອອກຄຳສັ່ງໃຫ້ຮີບຮ້ອນຫັນພະນັກງານລົງຊ່ວຍໂຮງໝໍນ້ອຍ (ສຸກສາລາ), ໂຮງໝໍເມືອງ ເພື່ອຕອບໂຕ້ໄຂ້ຍຸງລາຍ, ເນື່ອງຈາກປັດຈຸບັນ ພະຍາດໄຂ້ຍຸງລາຍໄດ້ມີການລະບາດຮຸນແຮງ ໃນຫຼາຍແຂວງ ນັບແຕ່ເດືອນມັງກອນ 2019 ຈົນເຖິງປັດຈຸບັນ ມີຜູ້ເປັນໄຂ້ຍຸງລາຍຫຼາຍກວ່າ 7 ພັນກໍ ລະນີ ແລະ ມີການເສຍຊີວິດເຖິງ 24 ກໍລະນີ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍໃນປີນີ້ ມີທ່າອ່ຽງຈະຮ້າຍແຮງຂຶ້ນທຸກມື້. ທີ່ມາ: ຂ່າວສານປະເທດລາວ

Read More »

64 ພັນກວ່າຄອບຄົວຍັງທຸກຍາກ ນາຍົກຢໍ້າຕ້ອງດຳເນີນການເລັ່ງດ່ວນແກ້ໄຂ

ເຖິງວ່າຜ່ານມາລັດຖະບານຈະເອົາໃຈໃສ່ຫຼາຍດ້ານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກແຕ່ກໍຍັງມີຄວາມທ້າທາຍຫຼາຍດ້ານໂດຍສະເພາະການເຂົ້າເຖິງຄອບຄົວທຸກຍາກເນື່ອງຈາກຍັງມີຫຼາຍສິ່ງທີ່ບໍ່ເອື້ອອຳນວຍເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ອື່ນໆ, ປັດຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກທັງໝົດ 64.593 ຄອບຄົວ, 1.536 ບ້ານ ແລະ 23 ເມືອງທຸກຍາກຂະນະທີ່ນາຍົກໄດ້ກ່າວຢໍ້າພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽ ກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດ ຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃຫ້ໂດຍໄວ. ວັນທີ 28 ມິຖຸນາຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ. ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ຮອງປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາກ່າວວ່າ: ປັດຈຸບັນນີ້ທົ່ວປະເທດຍັງມີຄອບຄົວທຸກຍາກ 64.593 ຄອບຄົວ, ບ້ານທຸກຍາກ 1.536 ບ້ານ ແລະເມືອງທຸກຍາກຈໍານວນ 23 ເມືອງ ໃນນັ້ນບ້ານທີ່ຍັງທຸກຍາກຍ້ອນບໍ່ມີເສັ້ນທາງເຂົ້າເຖິງ ຫຼື ທຽວໄດ້ພຽງລະດູດຽວ 1.240 ບ້ານ ເທົ່າກັບ 14,64%, ບ້ານ ທີ່ຍັງບໍ່ໄດ້ຊົມ ໄຊໄຟຟ້າ 773 ບ້ານ ...

Read More »

ເຕືອນ!!! ນັກຂັບຂີ່ທັງຫຼາຍ ເມົາແລ້ວຂັບປັບໃໝ 20 ເທົ່າ ເລີ່ມປະຕິບັດແລ້ວ…

 ເຈົ້າໜ້າທີ່ຈະເຂັ້ມງວດໃນການກວດທາດເຫຼົ້າກັບຜູ້ຂັບ ຂີ່ຕາມທ້ອງຖະໜົນ ເຊິ່ງຈະເລີ່ມແຕ່ ວັນທີ່ 01 ກໍລະກົດ 2019 ເປັນຕົ້ນໄປຕາມ ຂໍ້ຕົກ ລົງເລກທີ 1323 ຂອງເຈົ້າຄອງ ນະຄອນຫຼວງວຽງຈັນ. ຕາມແຜນແລ້ວ ຈະເລີ່ມກວດໃນເດືອນເມສາຜ່ານມາ ແຕ່ທາງເຈົ້າ ໜ້າບໍ່ພ້ອມຈຶ່ງໄດ້ເລື່ອນ ມາປະຕິບັດໃນເດືອນກໍລະກົດນີ້. ຈຸດປະສົງກໍເພື່ອໃຫ້ຫຼຸດຜ່ອນການ ເກີດອຸປະຕິເຫດຕາມທ້ອງຖະໜົນ ເພາະສ່ວນໃຫຍ່ອຸປະຕິເຫດແມ່ນ ເກີດມາຈາກການດື່ມສິ່ງມຶນເມົາ. ບາງເນື້ອໃນຢູ່ໃນຂໍ້ຕົກລົງ ເລກທີ 1323 ຂອງເຈົ້າຄອງນະຄອນຫຼວງ ວຽງຈັນໄດ້ລະບຸໄວ້ວ່າ ຖ້າກວດພົບ ທາດເຫຼົ້າຂອງຜູ້ຂັບລົດຈະໄດ້ກ່າວເຕືອນ ແລະ ປັບໃໝ 20 ເທົ່າ ໂດຍ ອີງໃສ່ດໍາລັດເລກທີ 188/ນຍ, ລົງວັນ ທີ 03 ກໍລະກົດ 2007 ວ່າດ້ວຍການ ປັບໃໝມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍການຈະລາ ຈອນທາງບົກ, ການຂົນສົ່ງທາງບົກ ແລະ ປົກປັກຮັກສາທາງຫຼວງ. ໃນມາດຕາ 13 ຂອງໝວດທີ III ຂອງຂໍ້ຕົກລົງ ເລກທີ 1323 ຂອງເຈົ້າຄອງນະຄອນຫຼວງໄດ້ລະ ບຸໄວ້ວ່າ: ເມື່ອກວດພົບທາດເຫຼົ້າ ແລະ ສິ່ງມຶນເມົາໃນຮ່າງກາຍຂອງຜູ້ຂັບ ຍານພາຫະນະເກີນປະລິມານທີ່ກໍາ ...

Read More »

ກະຊວງສຶກສາ ກຽມຂຶ້ນບັນຊີ 3 ປະເພດ ເພື່ອແກ້ໄຂຄູອາສາສະໝັກ

ກະຊວງສຶກສາທິການ ແລະ ກິລາ ( ສສກ ) ກຽມຂຶ້ນບັນຊີ 3 ປະເພດ ເພື່ອແກ້ໄຂບັນຫາຄູອາສາສະໝັກ ກ່ອນຈະຄ່ອຍໆບັນຈຸເຂົ້າເປັນລັດຖະກອນຕາມໂກຕາທີ່ລັດຖະບານແບ່ງໃຫ້ ແຕ່ຕ້ອງໄດ້ຜ່ານການສອບເສັງຕາມລະບຽບ, ໃນຂະນະທີ່ການຄຸ້ມຄອງຄຸນນະພາບໂຮງຮຽນເອກະຊົນ, ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນປົກກະຕິ ພ້ອມທັງໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນແຕ່ລະປີ. ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການແລະ ກິລາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ເມື່ອວັນທີ 27 ມິຖຸນາຜ່ານມານີ້ ໃຫ້ຮູ້ວ່າ: ການຄຸ້ມຄອງໂຮງຮຽນແຕ່ລະປະເພດແມ່ນໄດ້ມີນິຕິກຳຫຼາຍສະບັບ ເພື່ອເປັນບ່ອນອີງໃນການຄຸ້ມຄອງບັນດາໂຮງຮຽນເອກະຊົນ ແລະ ກໍາລັງສ້າງນິຕິກໍາກ່ຽວກັບການເກັບຄ່າຮຽນ – ຄ່າບໍລິການປະເພດຕ່າງໆຢູ່ສະຖາບັນການສຶກສາເອກະຊົນ. ນອກນັ້ນ, ຍັງມີສູນປະກັນຄຸນນະພາບການສຶກສາທີ່ມີພາລະບົດບາດໃນການກໍານົດມາດຕະຖານຄຸນນະພາບການສຶກສາທຸກຊັ້ນ, ທຸກສາຍທັງພາກລັດ ແລະ ເອກະຊົນ ລວມທັງກໍານົດຂອບວຸດທິການສຶກສາແຫ່ງຊາດ ໃຫ້ເທົ່າທຽມກັບມາດຕະຖານຂອງພາກພື້ນ ແລະ ສາກົນ ຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນປະກັນຄຸນນະພາບການສຶກສາ. ນອກຈາກນີ້, ຍັງມີຫ້ອງການສົ່ງເສີມການສຶກສາພາກເອກະຊົນທີ່ເປັນໜ່ວຍງານຄົ້ນຄວ້າ ແລະ ກໍານົດນະໂຍບາຍສົ່ງເສີມການພັດທະນາວຽກງານສຶກສາພາກເອກະຊົນ ໃຫ້ສອດຄ່ອງກັບການພັດທະນາການສຶກສາ ແລະ ກີລາ ...

Read More »

ດ່ວນ!! ແຈ້ງເຕືອນໄພ ຝົນຕົກໜັກ ລະຫວ່າງວັນທີ 2-5 ກໍລະກົດ 2019

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກົມອຸຕຸນິຍົມ ແລະອຸທົກກະສາດ ແຈ້ງເຕືອນໄຟຝົນຕົກໜັກ: ໃນໄລຍະວັນທີ 2 ຫາ 5 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຫາແຮງພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂື້ນຕື່ມປົກຄຸມຢູ່ພາກເຫນືອ ຫາ ພາກກາງຂອງປະເທດລາວ, ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກຫນັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງ ພາກເຫນືອ ຫາ ພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈື່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ,ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນັບທັງນະຄອນຫລວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງເຫຼື້ອມ, ...

Read More »

ເຈົ້າໜ້າທີ່ຄຸ້ມຄອງສື່ມວນຊົນຮຽກຮ້ອງ ສື່ສັງຄົມອອນລາຍ ມາລົງທະບຽນ ຢ່າງຖືກຕ້ອງຕາມກົດໝາຍ

ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ໄດ້ແຈ້ງໃຫ້ຊາບວ່າ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທີ່ຈະເຄື່ອນໄຫວສະໜອງ, ເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານດ້ານຕ່າງໆ ຫຼື ເອີ້ນວ່າການເຄື່ອນໄຫວວຽກງານສື່ມວນຊົນ ໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຜ່ານພາຫະນະສື່ມວນຊົນທຸກປະເພດ ລວມທັງສື່ອອນລາຍທຸກປະເພດ ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້. ຕໍ່ວຽກງານສື່ມວນຊົນນີ້, ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງ ຖວທ (ເຊິ່ງມີກົມສື່ມວນຊົນເປັນເສນາທິການ) ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ຂະແໜງອື່ນ ແລະ ອົງການປົກຄອງທ້ອງຖິ່ນ. ໃນວັນທີ 27 ມິຖຸນາ 2019 ຜ່ານມານີ້, ສໍານັກຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບ ເຈົ້າໜ້າທີ່ກົມປະຊາສໍາພັນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ໜ້າຂ່າວອອນລາຍໃນເຟດສບຸກ (Facebook) ທີ່ໃສ່ນາມຕົນເອງວ່າ “Support Prime Minister Thongloun Sisoulith” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ...

Read More »

ຍັງອີກ 2 ມື້ເທົ່ານັ້ນ!!! ແຕ່ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ

ລັດຖະບານ ໄດ້ກຳນົດການເສຍຄ່າທຳນຽມທາງໃນປີນີ້ຈະສິ້ນສຸດ ໃນວັນທີ 30 ມິຖຸນາ 2019 ນີ້ ຄືຍັງອີກ 2 ມື້ເທົ່ານັ້ນ.  ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຮ່ວມກັບສ່ວຍສາອາກອນ, ທະນາຄານການຄ້າຕ່າງປະເທດລາວ ມາຫາຊົນ ແລະ ພາກສ່ວນກ່ຽວຂ້ອງເລີ່ມທົດລອງຕັ້ງດ່ານກວດພາຫະນະທີ່ບໍ່ເສຍຄ່າທໍານຽມທາງແລ້ວ ຜ່ານການກວດກາໃນໄລນະເບື້ອງຕົ້ນ ຍັງມີພາຫະນະຫຼາຍກວ່າ 7 ແສນຄັນບໍ່ທັນໄດ້ເສຍຄ່າທຳນຽມທາງ. ດັ່ງນັ້ນ, ຖ້າຫາກວ່າລົດຂອງທ່ານຍັງບໍ່ທັນເສຍຄ່າທຳນຽມທາງ ໃຫ້ຮີບຮ້ອນເຂົ້າໄປພົວພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອປະຕິບັດຕາມແຈ້ງການດັ່ງກ່າວ. ຖ້າລົດຂອງທ່ານມີເອກະສານຖືກຕ້ອງ ແລະ ເສຍຄ່າທຳນຽມທາງແລ້ວ ການເດີນທາງຂອງທ່ານຈະສະດວກສະບາຍຂຶ້ນ ແລະ ຮຽກຮ້ອງໃຫ້ບັນດາທ່ານທີ່ຍັງບໍ່ທັນໄດ້ໄປເສຍຄ່າທຳນຽມທາງ ຈົ່ງສະຫຼະເວລາໃນການເຮັດທຸລະກິດສ່ວນຕົວ ແລະ ສ່ວນລວມໄປຈ່າຍຕາມເວລາທາງລັດຖະການ.

Read More »

ພາບຈຳລອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ- ບຶງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ. -ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019 ມາຮອດວັນທີ 14 ມິຖຸນາ 2019 ທີ່ແຂວງບືງການ ປະເທດໄທ. ຄະນະຜູ້ແທນຝ່າຍ ລາວ ນໍາໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ເຈົ້າແຂວງໆ ບໍລິຄຳໄຊ ພ້ອມຄະນະ ວິຊາການເຂົ້າຮ່ວມ ແລະ ຄະນະຝ່າຍໄທ ນຳໂດຍທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມແຫ່ງຣາຊະນາຈັກໄທ, ...

Read More »

ລັດຖະບານ ກຳລັງພິຈາລະນາ ນໍາໃຊ້ລາຄາໄຟຟ້າໃຫ້ມີລາຄາດຽວ, ພ້ອມຫຼຸດ 50% ສຳລັບຜູ້ມີລາຍຮັບຕ່ຳ

ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ໂດຍຈະນໍາໃຊ້ລາຄາໄຟຟ້າທີ່ມີລາຄາດຽວຄື 700 ກີບ/ກິໂລວັດໂມງ ສຳລັບປະເພດທີ່ຢູ່ອາໃສ, ພ້ອມຈະຫຼຸດລາຄາ 50% ສຳລັບຜູ້ທີ່ມີລາຍຮັບຕ່ຳ. ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດ ໃນວັນທີ 27 ມິຖຸນາ 2019 ນີ້ວ່າ: ການປັບປຸງລາຄາໄຟຟ້າຄືນໃໝ່ນີ້ ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນໃຫ້ລາຄາໄຟຟ້າມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນໃນການພັດທະນາໄຟຟ້າ, ຊຶ່ງລາຄາໃໝ່ນີ້ ຄາດວ່າຈະມີການປະກາດໃຊ້ໃນໄວໆ ພາຍຫຼັງມີແຈ້ງການຂອງລັດຖະບານອອກມາ. ໃນປັດຈຸບັນ, ການຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໃສມີ 6 ຂັ້ນ, ຊຶ່ງແຕ່ລະຂັ້ນມີລາຄາທີ່ແຕກຕ່າງກັນ ຈາກລາຄາຕ່ຳສຸດ 348 ກີບ/ກິໂລໂວນ ຈົນໄປຮອດ 999 ກີບ/ກິໂລໂວນ. ການປັບປຸງຄາລາໄຟຟ້າໃນຄັ້ງນີ້ ສ່ວນໃຫຍ່ແມ່ນຫຼຸດລົງ, ບໍ່ມີການເພີ່ມຂຶ້ນໃນປະເພດໃດໆເລີຍ ແຕ່ຈະມີຈຳນວນໜຶ່ງທີ່ຍັງຮັກສາໄວ້ຄືເກົ່າ ເນື່ອງຈາກວ່າເປັນການດຳເນີນທຸລະກິດທີ່ເຫັນວ່າມີປະສິດທິຜົນຢູ່. ໂດຍ: ຊາຍຄົນເດີມ ທີ່ມາ: ຂ່າວສານປະເທດລາວ.

Read More »

ຈະຢຸດຮັບຄູອາສາ, ສ່ວນຜູ້ທີ່ສອນມາຫຼາຍປີແມ່ນຈັດເປັນສອງບຸລິມະສິດ

ຍັງເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີຄູເຫຼືອບໍ່ພໍ, ຄູອາສາທີ່ສອນມາຫຼາຍປີແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນເທື່ອ ບັນຫານີ້ກະຊວງໄດ້ຫາທາງອອກໂດຍຈະລົງກວດຕົວຈິງ ແລະ ຈົດເປັນບັນຊີບຸລິມະສິດທີ່ແຕກຕ່າງກັນອີງໃສ່ຄວາມຂະຫຍັນໝັ່ນພຽນ, ສອນດີສອນເກັ່ງ ແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະໂຮງຮຽນເປັນຫຼັກ. ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ປັດຈຸບັນມີຄູອາສາສະໝັກຈຳນວນຫຼາຍພັນຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງນັ້ນມັນເປັນບັນຫາ ແລະ ສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ກໍຄືລັດຖະບານຕ້ອງໄດ້ສືບຕໍ່ແກ້ໄຂໂດຍໄວ. ສາເຫດທີ່ພາໃຫ້ເກີດມີຂໍ້ຄົງຄ້າງໃນຂະແໜງການຄູ ແມ່ນດຳລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177/ລບ ກໍານົດການບັນຈຸລັດຖະກອນຄູ ໂດຍອີງໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ໂດຍບໍ່ໄດ້ຄຳນຶງເຖິງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ; ການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ, ຕົວເລກໂກຕາທີ່ໄດ້ຮັບມີໜ້ອຍກວ່າຈຳນວນຄູທີ່ສູນເສຍໃນຮູບການຕ່າງໆເຊັ່ນ: ໂກຕາຄູທີ່ລັດຖະບານອະນຸມັດໃນສົກປີ 2017 – 2018 ມີທັງໝົດ 1.850 ຄົນ, ແຕ່ສູນເສຍ ຈຳນວນ 2.750 ຄົນ ແລະ ໃນສົກປີ 2018 – ...

Read More »