ການປູກກ້ວຍ ເພື່ອການຄ້າໃນລາວ ໄດ້ສ້າງຊື່ສຽງອັນບໍ່ເພິ່ງປາຖະໜາຕໍ່ຄົນລາວ

ການປູກກ້ວຍ ເພື່ອການຄ້າໃນ ສປປລາວ ໄດ້ສ້າງຊື່ສຽງອັນບໍ່ເພິ່ງປາຖະໜາຕໍ່ຄົນລາວ ເລື່ອງຂອງການ ນຳໃຊ້ສານເຄມີ ທີ່ເປັນພິດ ທີ່ຮ້າຍແຮງ ຕໍ່ສະພາບແວດລ້ອມ ບໍ່ວ່າ ດິນ, ແຫຼ່ງນໍ້າ ແລະ ຮວມທັງຊີວິດ ຂອງຄົນ. ເຊິ່ງການສູນເສຍນີ້ ແມ່ນຍາກທີ່ຈະຟື້ນຟູ ຄືນສູ່ສະພາບເດີມໄດ້ ໃນໄລຍະຈໍ້ໆ.

 

ແຕ່ແນວໃດກໍດີ ໝາກກ້ວຍ ໄດ້ສ້າງລາຍຮັບເຂົ້າປະເທດຫຼາຍສົມຄວນ, ອີງຕາມກະຊວງ ອຸດສາຫະກຳ ແລະການຄ້າ ລາຍງານວ່າ ປີ 2017 ສປປລາວ ສາມາດລາຍຮັບ ຈາກການສົ່ງອອກກ້ວຍໄດ້ 169.7 ລ້ານໂດລາ ສະຫະລັດ ອາເມລິກາ ແລະ ເຖິງວ່າ ລັດຖະບານ ຈະສັ່ງໂຈະ ການຂະຫຍາຍ ເນື້ອທີ່ການປູກກ້ວຍ ໃນປີດັ່ງກ່າວ ແຕ່ ກ້ວຍກໍຍັງເປັນ ພືດເສດຖະກິດທີ່ສຳຄັນຂອງປະເທດ.

ໃນເວລາດຽວກັນນັ້ນ ສະຖາບັນ ການຄົ້ນກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ລາຍງານ ປີ 2016​ ນັ້ນວ່າ ການປູກກ້ວຍ ເພື່ອການຄ້າ ໃນ ສປປລາວ ແມ່ນມີຜົນກະທົບດ້ານລົບຫຼາຍສົມຄວນ ໂດຍສະເພາະ ຄຸນນະພາບ ຂອງດິນ, ນໍ້າ ແລະສຸຂະພາບຂອງຄົນ.

ແຕ່ເຖິງວ່າ ມີການຄົ້ນຄວ້າດັ່ງກ່າວ ແລະລັດຖະບານໄດ້ສັ່ງໂຈະນັ້ນ ແຕ່ໂຄງການປູກກ້ວຍ ບາງຈຳນວນ ຍັງໜ້າດ້ານ ຕ້ານຄຳສັ່ງຂອງລັດຖະບານ ໂດຍໂຮຍສານເຄມີ ຕາມໃຈ ເພື່ອໃຫ້ໄດ້ຜົນຜະລິດສູງ ໃນບາດໜຶ່ງຍາມດຽວ ໂດຍບໍ່ຫຼຽວເບິ່ງຜົນກະທົບທີ່ຕາມມາ ຕໍ່ປະຊາຊົນ ແລະ ສະພາບແວດລ້ອມ ດັ່ງທີ່ພວກເຮົາ ເຫັນ ຢູ່ເມືອງສັງທອງ, ແຂວງບໍ່ແກ້ວ ແລະ ຂົງເຂດອື່ນໆ ຕຶ່ມອີກ.

ມາຮອດດຽວນີ້ ລັດຖະບານໄດ້ມີຄວາມຈິງຈັງຍິ່ງຂຶ້ນ ທີ່ຈະປາບບັນດານັກລົງທຶນ ທີ່ຂາດ ຄວາມຮັບຜິດຊອບ, ເມື່ອ ວັນທີ 21 ພຶດສາພາ 2019 ທີ່ຜ່ານ ມາ ທ່ານ ບຸນຂວາງ ຄຸບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້ ກໍໄດ້ລະບຸວ່າ “ທຸກໂຄງການທີ່ບໍ່ໄດ້ຮັບອະນຸຍາດ ຫ້າມປູກເດັດຂາດ, ສຳລັບ ໂຄງການທີ່ປູກແລ້ວ ແມ່ນໃຫ້ຫັນ ເປັນກະສິກຳ ສະອາດ, ຖ້າລະເມີດ ຫຼື ສືບຕໍ່ປູກ ຈະໄດ້ຕັດຖິ້ມ ພ້ອມທັງປັບໄໝ ຕາມລະບຽບ ກົດໝາຍຂອງ ສປປລາວ ຢ່າງເຂັ້ມງວດ”.

ພ້ອມດຽວກັນນັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ກໍຍັງກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ ຂອງສະພາແຫ່ງຊາດຊຸດທີ 8 ເມື່ອວັນ ທີ 7 ມິຖຸນາ ທີ່ຜ່ານມາ ໂດຍຕັ້ງຄຳຖາມວ່າ “ພວກເຮົາສາມາດຫັນການປູກກ້ວຍ ໃຫ້ເປັນແບບປອດສານພິດໄດ້ບໍ່?” ນອກນັ້ນ ທ່ານຍັງ ມີຄວາມກັງວົນ ນຳການນຳເຂົ້າ ຢາປາບສັດຕະພືດ ແລະ ຢາຂ້າຫຍ້າ ໂດຍໄດ້ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ກວດກາຄືນ ເພາະເຫັນວ່າ ດິນທີ່ອຸດົມສົມບູນ ແລະຍັງສົດ ໃນ ສປປລາວ ນັ້ນ ຈະກາຍເປັນດິນ ທີ່ເຈືອປົນໄປດ້ວຍ ສານເຄມີ ໃນບໍ່ຊ້າ.

ເມື່ອທ່ານຜູ້ນຳ ເພິ່ນໃຫ້ທິດທາງຢ່າງຈິງຈັງດັ່ງນີ້ ແລ້ວກໍເຊື່ອໝັ້ນວ່າການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈະສາມາດ ເຮັດໃຫ້ການປູກກ້ວຍ ແລະ ພືດຊະນິດອື່ນໆນັ້ນ ມີຄວາມປອດໄພ ຕໍ່ ດິນ, ນໍ້າ, ສັດສາວາສິ່ງ ແລະ ຄົນ ຫຼາຍກວ່ານີ້.

ແນ່ນອນໃນປັດຈຸບັນ ພວກເຮົາເຫັນວ່າ ກ້ວຍແມ່ນສິນຄ້າ ທີ່ສຳຄັນທີ່ມີຕະຫຼາດຮອງຮັບ ແລະ ສາມາດສ້າງລາຍຮັບ ແກ່ປະເທດ ແຕ່ການຮັກສາສະພາບແວດລ້ອມ ແລະສັງຄົມໄປຄຽງຄູ່ກັນນັ້ນ ບໍ່ແມ່ນແຕ່ວ່າ ເປັນໜ້າທີ່ ແຕ່ມັນຍັງຈະຊ່ວຍເຮັດໃຫ້ການພັດທະນາທີ່ຍືນຍົງ ຕາມທິດທາງການພັດທະນາສີຂຽວ ເປັນຈິງໄດ້.

ທີ່ມາ: Support Prime Minister Thongloun Sisoulith

Comments