ແຂວງຜົ້ງສາລີ ມີສິນຄ້າໂອດ໋ອບແລ້ວ 8 ລາຍການ

ແຫຼ່ງຂ່າວຈາກແຂວງຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີ ໄດ້ຖືເອົາວຽກງານອຸດສາຫະກຳ-ການຄ້າ ເປັນວຽກປາຍແຫຼມໃນການພັດທະນາເສດຖະກິດ-ສັງຄົມ, ເຊິ່ງໄລຍະຜ່ານມາ ພະແນກອຸດສາຫະກຳ-ການຄ້າແຂວງ ກໍໄດ້ສົມທົບກັບພາກສວ່ນກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ທີ່ມີເອກກະລັກສະເພາະ ແລະ ມີຄຸນະພາບສູງ ບວກກັບການຍົກລະດັບສີນຄ້າໃຫ້ກາຍເປັນສິນຄ້າໂອດ໋ອບ, ມາຮອດປັດຈຸບັນ ແຂວງຜົ້ງສາລີ ມີສິນຄ້າໂອດ໋ອບແລ້ວ 8 ລາຍການຄື: ຫັດຖະກຳຕ່ຳຫູກທໍໄໝບ້ານ ຫ້ວຍດອຍ ເມືອງໃໝ່, ຜະລິດຕະພັນນໍ້າເຜິ້ງ ບ້ານແສນລາດ ເມືອງຂວາ, ຫັດຖະກໍາແຜນແພ ບ້ານລ້ອງນາຍ ເມືອງບຸນໃຕ້, ຊາພະຍາສີ ເມືອງຜົ້ງສາລີ, ຊາຂຽວຜົ້ງສາລີ ເມືອງຜົ້ງສາລີ, ຊາພຽງໂມຢາ ບ້ານບໍ່ກົ້ງ ເມືອງຜົ້ງສາລີ, ຊາທ່ອນ ບ້ານລຸງຈິງ ເມືອງຜົ້ງສາລີ ແລະ ຫັດຖະກຳໄມ້ປ່ອງ ບ້ານຕ້າງ ເມືອງຍອດອູ. ນອກນີ້, ຍັງມີແຜນຈະປະກາດເປັນສິນຄ້າໂອດ໋ອບເພີ່ມອີກ 2 ລາຍການຄື: ຜະລິດຕະພັນເຫຼົ້າຂຽວ ບ້ານຂຸນສຸກ ເມືອງຜົ້ງສາລີ ແລະ ໄຄແຜນ ປາກນ້ຳນ້ອຍ ເມືອງຂວາ.

ທີ່ມາ: ຂ່າວສານປະເທດລາວ

Comments