ຕໍາຫຼວດ ທຸກທ່ານ ຕ້ອງອ່ານ ແລະ ປະຕິບັດຢ່າງເຄັ່ງຄັດ! ລະເມີດ ຖືກລົງວິໄນໜັກ! ບໍ່ມີຂໍ້ຍົກເວັ້ນ

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2019, ຢູ່ສະໂມສອນຊັ້ນ 4 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທ່ານ ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນວ ໄດ້ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫົງບ ສະບັບເລກທີ 564/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ພະນັກງານຂັ້ນບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ບັນດາ ປກສ ເມືອງ 9 ເມືອງໄດ້ເຊື່ອມຊຶມ-ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຂໍ້ຕົກລົງດັ່ງກ່າວປະກອບມີ 6 ໝວດ, ມີ 21 ມາດຕາຄື: ໝວດທີ 1 ວ່າດ້ວຍບັນຍັດທົ່ວໄປ , ໝວດທີ 2 ຂໍ້ຫ້າມ ຕໍ່ ນາຍ ແລະ ພົນຕໍາຫຼວດ, ໝວດທີ 3 ມາດຕະການຕໍ່ຜູ້ລະເມີດ, ໝວດທີ 4 ການພິຈາລະນາ, ໝວດທີ 5 ອົງການກວດກາ ແລະ ໝວດທີ 6 ບົດບັນຍັດສຸດທ້າຍ; ໃນນີ້, ໃນໝວດທີ 2 ມາດຕາທີ 4 ຂໍ້ຫ້າມລວມມີ:  ນອກຈາກຂໍ້ຫ້າມທີ່ກໍານົດໄວ້ໃນໝວດທີ 5 ມາດຕາທີ 38 ແລະ 39 ຂອງກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບເລກທີ 20/ສພຊ, ລົງວັນທີ 9 ພຶດສະພາ 2017 ແລ້ວ ຫ້າມນາຍ ແລະ ພົນຕໍາຫຼວດມີພຶດຕິກໍາຄື:

1. ຫ້າມໃຫ້ ຫຼື ຮັບສີນບົນໃນທຸກກໍລະນີ
2. ຫ້າມເຂົ້າຮ່ວມ ແລະ ພົວພັນກັບການຜະລິດ, ຄ້າ-ຂາຍ, ຂົນສົ່ງ, ອໍານວຍຄວາມສະດວກ, ຊຸກເຊື່ອງ ແລະ ເສບສິ່ງເສບຕິດທຸກປະເພດ ທີ່ກົດໝາຍເກືອດຫ້າມ,
3. ຫ້າມສວຍໃຊ້ໜ້າທີ່ອອກ ແລະ ນໍາໃຊ້ປ້າຍລົດ ທີ່ບໍ່ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້,
4. ຫ້າມພົວພັນສັງຄົມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ເປັນຕົ້ນ ສ້າງຄອບຄົວໂດຍບໍ່ໄດ້ຮັບອະນຸຍາດ, ທໍາມິດສະຈານ, ພົວພັນແບບຊູ້ສາວທີ່ບໍ່ເໝາະສົມ, ພົວພັນກັບບຸກຄົນ ຫຼື ກຸ່ມແກ້ງ ທີ່ມີພຶດຕິກໍາລະເມີດລະບຽບກົົດໝາຍ,
5. ຫ້າມວິ້ງເຕັ້ນ, ເປັນນາຍໜ້າ, ປົກປ້ອງ, ແຊກແຊງ ການແກ້ໄຂຄະດີ ແລະ ບັນຫາອື່ນໆ ທີ່ຜິດຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ,
6. ຫ້າມເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນຂ່າວສານທາງລັດຖະບານ, ຄວາມລັບ ແລະ ສິ່ງຕ່າງໆ ທີ່ພາໃຫ້ເສື່ອມເສຍພາບພົດ, ບົດບາດ ຂອງກໍາລັງເປັນຕົ້ນ ເອກະສານ, ຮູບພາບໃນເຄື່ອງແບບ, ພາບເຄື່ອນໄຫວວຽກງານ, ຂໍ້ຄວາມສຽງ, ລົງຄໍາເຫັນ ທີ່ບໍ່ເໝາະສົມ ຫຼື ສົ່ງຕໍ່ຂໍ້ມູນດັ່ງກ່າວ ລົງສື່ເອເລັກໂຕນີກ, ສື່ສິ່ງພີມ ແລະ ດ້ວຍຮູບການອື່ນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ,

7. ຫ້າມສວຍໃຊ້ໜ້າທີ່ເອົາເງິນຂອງລັດ, ລວມໝູ່, ບຸກຄົນ ແລະ ຂອງກາງຄະດີ ເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທໍາ,

8. ຫ້າມປ່ອຍເງິນກູ້ນອກລະບົບ ແລະ ກູ້ຢືມ, ຊື້-ຂາຍເປັນເງິນຜ່ອນ, ເຂົ້າຫວຍເກີນຄວາມສາມາດຂອງຕົນ,
9. ຫ້າມສວຍໃຊ້ໜ້າທີ່ເກັບຄ່າຄຸ້ມຄອງນໍາຄົນຕ່າງປະເທດ ແລະ ເປົ້າໝາຍເຄື່ອນໄຫວລະເມີດລະບຽບກົດໝາຍເຊັ່ນ: ຮ້ານບັນເທີງ, ການພະນັນ, ໂສເພນີ, ຄ້າຂາຍຜິດກົດໝາຍ ແລະ ອື່ນໆ,
10. ຫ້າມນໍາໃຊ້ລົດລວມ ເຄື່ອນໄຫວທຸກກໍລະນີ ທີ່ຜິດຕໍ່ກົດໝາຍ ແລະ ລະບຽບຂອງກໍາລັງ,
11. ຫ້າມນໍາໃຊ້ອາວຸດ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະນາບຂູ່ ຫຼື ເຄື່ອນໄຫວເຮັດສິ່ງບໍ່ດີລະເມີດລະບຽບກົດໝາຍເດັດຂາດ;
12. ຫ້າມເມີນເສີຍ, ລະເລີຍໃນເວລາປະຕິບັດໜ້າທີ່ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ເປັນຕົ້ນການຫຼີ້ນໂທລະສັບ, ເຄື່ອງມືສື່ສານ, ອັດສຽງໂດຍບໍ່ໄດ້ຮັບອະນຸຍາດ;
13. ຫ້າມເອົາ ຫຼື ຢັ້ງຢືນເອົາຄົນຕ່າງປະເທດ, ຄົນບໍ່ມີສັນຊາດເປັນຍາດພີ່ນ້ອງ, ຮັບປະກັນເຂົ້າສໍາມະໂນຄົວ ແລະ ອອກບັດປະຈໍາຕົວພົນລະເມືອງລາວ ຫຼື ບັດຕ່າງດ້າວ ທີ່ຂັດກັບກົດໝາຍ ແລະ ລະບຽບການ;
14. ຫ້າມເຮັດສັນຍະກໍາ ເປັນຕົ້ນ ດັດແປງໃບໜ້າ, ເສີມດັງ, ດັດແຂ້ວ, ສັກລາຍ, ຍ້ອມສີຜົມ ( ຍົກເວັ້ນສີດໍາ );
15. ຫ້າມນໍາໃຊ້ເຄື່ອງແບບຂອງກໍາລັງປ້ອງກັນຄວາມສະຫງົບ ເຄື່ອນໄຫວກິດຈະກໍາຕ່າງໆ ທີ່ບໍ່ເໝາະສົມເປັນຕົ້ນ ເຂົ້າຮ້ານບັນເທີງ, ຫຼີ້ນການພະນັນ, ດື່ມສິ່ງມຶນເມົາທຸກປະເພດ;
16. ຫ້າມວິພາກວິຈານ ແລະ ຫາຄວາມບໍ່ຈີງ ໃສ່ການນໍາພັກ-ລັດ, ການຈັດຕັ້ງ, ນາຍ ແລະ ພົນຕໍາຫຼວດ ທີ່ເປັນການສ້າງຄວາມປັ່ນປ່ວນ, ທໍາລາຍພາບພົດ, ບົດບາດຂອງລັດ ແລະ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ;

17. ຫ້າມໃຊ້ກິລິຍາມາລະຍາດທ່າທີ, ປາກເວົ້າ ທີ່ບໍ່ສຸພາບ ແລະ ການນຸ່ງຖື, ໃຊ້ເຄື່ອງປະດັບເອຢ້ອງ ທີ່ບໍ່ເໝາະສົມ ໃນເວລາປະຕິບັດໜ້າທີ່.

ສໍາລັບ ໝວດທີ 3 ມາດຕາທີ 11 ມາດຕະການທາງວິໄນ ນາຍ ແລະ ພົນຕໍາຫຼວດ ທີ່ລະເມີດຂໍ້ຕົກລົງສະບັບນີ້ ສ້າງຄວາມເສື່ອມເສຍຕໍ່ບົດບາດ, ກຽດສັກສີ, ຊື່ສຽງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈະຖືກປະຕິບັດມາດຕະການທາງວິໄນ ຕາມລະດັບແຕ່ເບົາ ຫາ ໜັກຄື:
1. ສືກສາອົບຮົມ, ຕິຕຽນ ໂດຍບັນທຶກຄວາມຜິດໄວ້ເປັນຫຼັກຖານ;
2. ກ່າວເຕືອນ ໂດຍໃຫ້ຂຽນໃບສໍາຫຼວດຂອງຕົນເອງຜ່ານການຈັດຕັ້ງ ແລະ ບັນທືກຄວາມຜິດໄວ້ເປັນຫຼັກຖານ;
3. ງົດການປະຕິບັດນະໂຍບາຍຍ້ອງຍໍ, ເລື່ອນຊັ້ນແຕ່ໜຶ່ງປີ ຫາ ໜຶ່ງສະໄໝ ໂດຍໃຫ້ຂຽນໃບສໍາຫຼວດຕົນເອງ ແລະ ບັນທືກຄວາມຜິດໄວ້ເປັນຫຼັກຖານ;
4. ປົດຊັ້ນ, ປົດຕໍາແໜ່ງ ແລະ ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ຕໍ່າກ່ວາເກົ່າ ໂດຍໃຫ້ຂຽນໃບສໍາຫຼວດຕົນເອງ ພ້ອມທັງ ບັນທືກໄວ້ໃນເອກະສານປະຫວັດຂອງນາຍ ແລະ ພົນຕໍາຫຼວດ;
5. ວິໄນອອກຈາກກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ, ພ້ອມສົ່ງຄືນວັດຖຸສິ່ງຂອງປະກອບ ເຊັ່ນ: ອາວຸດຍຸດໂທປະກອນ, ບັດປືນ, ບັດປະຈໍາຕົວຂອງກໍາລັງ, ພາຫະນະ, ນາມມະຍົດ, ເອກະສານວິຊາສະເພາະ ແລະ ເຄື່ອງແບບທາງການຄົບຊຸດທີ່ຍັງສາມາດນໍາໃຊ້ໄດ້ ສໍາລັບສະມາຊີກພັກ ຈະຖືກປະຕິບັດມາດຕະການທາງວິໄນຄື: ກ່າວເຕືອນຄວາມຜິດ, ປົດຕໍາແໜ່ງພັກ, ໂຈະການຮ່ວມຊີວິດພັກ 6 ເດືອນ, ເອົາອອກຈາກການເປັນສະມາຊີກພັກ; ສະມາຊີກສໍາຮອງ ຈະຖືກກ່າວເຕືອນຄວາມຜິດ, ລືບຊື່ອອກຈາກພັກ; ສະມາຊີກອົງການຈັດຕັ້ງມະຫາຊົນ ຍັງຖືກປະຕິບັດວິໄນ ຕາມລະບຽບການສະເພາະ.

Comments