ຄົນລາວຫຼັ່ງໄຫຼໄປຮຽນ ຢູ່ ສປ ຈີນ ເພີ່ມຂຶ້ນເຖິງ 7.000 ກວ່າຄົນ ຍ້ອນ….

ນັກສຶກສາລາວຫຼັ່ງໄຫຼເຂົ້າໄປສຶກສາຮໍ່າຮຽນຢູ່ປະເທດຈີນເພີ່ມຂຶ້ນແບບກ້າວກະໂດດ ເຖິງປັດຈຸບັນ ມີຕົວເລກສູງເຖິງ 7.000 ກວ່າຄົນ ເຫດຜົນຍ້ອນຄຸນນະພາບ-ມາດຕະຖານການສຶກສາສູງກວ່າບາງປະເທດພວມພັດທະນາ ແລະ ເທົ່າທຽມກັບບາງປະເທດພັດທະນາແລ້ວ, ຂະນະທີ່ ນັກສຶກສາລາວຈໍານວນບໍ່ໜ້ອຍເຊື່ອວ່າລະບົບການປົກຄອງ-ການເມືອງຄ້າຍຄືກັນ ຍິ່ງກວ່ານັ້ນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໄດ້ກາຍເປັນສິ່ງດຶງດູດເຮັດໃຫ້ເຂົາເຈົ້າຕ້ອງເລືອກສະແຫວງຫາເຂົ້າມາຮຽນ ສປ ຈີນ ເພີ່ມຂຶ້ນ ເຊິ່ງຈະເປັນໂອກາດໃຫ້ປະສົບຜົນສໍາເລັດໃນອາຊີບຫຼາຍກວ່າ.

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວປະຈໍາ ສປ ຈີນໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະຊາວໜຸ່ມສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນໃນວັນທີ 15 ມິຖຸນາ 2019 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍເປັນປະທານຂອງ ສະຫາຍ ສະເຫຼີມໄຊ ທະທົງສັກ ຄະນະພັກ, ຫົວໜ້າຫ້ອງການສະຖານທູດ ສປປ ລາວ ປະຈໍາ ສປ ຈີນ, ພ້ອມ ສະຫາຍ ວົງສິນ ໃຊຍະວົງ ເລຂາຄະນະຊາວໜຸ່ມ, ເລຂາເອກຝ່າຍສຶກສາ ແລະ ວັດທະນະທໍາສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ລວມທັງນັກສຶກສາລາວເຂົ້າຮ່ວມ 124 ຄົນ (ຍິງ 51).

ສະຫາຍ ວົງສິນ ໃຊຍະວົງ ເລຂາຄະນະຊາວໜຸ່ມໄດ້ເປີດເຜີຍລະຫວ່າງກອງປະຊຸມຄັ້ງນີ້: ທ່າອ່ຽງນັກສຶກສາລາວເຂົ້າມາຮຽນຢູ່ ສປ ຈີນມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງສະເພາະສົກປີ 2018-2019 ນີ້ເຫັນວ່າຈໍານວນສຶກສາລາວທີ່ຂຶ້ນກັບຄຸ້ມຄອງຕົວຈິງຂອງສະຖານທູດລາວທີ່ປັກກິ່ງມີປະມານ 7.271 ຄົນ ໃນນັ້ນປະລິນຍາຕີ 3.000 ກວ່າຄົນ, ປະລິນຍາໂທ 900 ກວ່າຄົນ, ປະລິນຍາເອກ 100 ກວ່າຄົນ ແລະ ອື່ນໆ ແນວໃດກໍດີ ຕາມຂອບການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສປ ຈີນ ຍັງລະບຸວ່າຝ່າຍລາວຈະໄດ້ຮັບທຶນການສຶກສາຈາກ ສປ ຈີນປະມານ 350 ທຶນຕໍ່ປີ ນອກຈາກນັ້ນຍັງມີທຶນຊັ້ນສູງ, ເຝິກອົບຮົມວິຊີບໄລຍະສັ້ນ-ຍາວ ແລະ ແລກປ່ຽນການຢ້ຽມຢາມອື່ນໆ ພິເສດ ທາງລັດຖະບານ ສປ ຈີນຍັງສະໜັບສະໜູນທຶນການສຶກສາດ້ານພັດທະນາເສັ້ນທາງລົດໄຟປະມານ 20 ກວ່າທຶນ ເຊິ່ງເປັນໜຶ່ງໃນວຽກງານສໍາຄັນເພື່ອຍົກລະດັບ ແລະ ປັບປຸງດ້ານວິຊາການໃຫ້ມີຄວາມເຂັ້ມແຂງດ້ານບຸກຄະລາກອນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຮອບດ້ານໂດຍສະເພາະວຽກງານປິ່ອ້ອມເສັ້ນທາງລົດໄຟ ແລະ ຍັງເປັນການຕອບສະໜອງເຈຕະນາລົມ-ຄວາມມຸ່ງໝັ້ນສອງປະເທດລາວ-ຈີນໃຫ້ມີຄວາມໝັກແໜ້ນຍິ່ງໆພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.

ທ່ານ ສອນໄຊ ພົມພິດາ ນັກສຶກສາປະລິນຍາເອກປີທີ 2 ສາຂາເສດຖະສາດແຫ່ງຊາດ ທີ່ ມະຫາວິທະຍາໄລຊານຕົງ ສປ ຈີນໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວວ່າຕົນກໍາເນີດໃນຄອບຄົວຖານະປານກາງ ແລະ ມີນ້ອງຫຼາຍຄົນ ໃນຊີວິດຕົວຈິງໄຝຝັນຢາກໄປຮໍ່າຮຽນໃນຕ່າງປະເທດໂດຍສະເພາະປະເທດທີ່ມີລະບົບການສຶກສາທີ່ມີຄຸນນະພາບສູງ ແລະ ມີລະບົບການເມືອງຄ້າຍຄືກັນກັບປະເທດຕົນເອງເຊັ່ນປະເທດຈີນ ສຸດທ້າຍກໍຕັດສິນໃຈເຂົ້າຮ່ວມສອບເສັງເອົາທຶນມາຮຽນປະເທດຈີນ ຜ່ານການສອບເສັງຄັດເລືອກໃນຈໍານວນຮຽນຫຼາຍຮ້ອຍຄົນຕົນເອງໄດ້ອັນດັບທີ 2. ພາຍຫຼັງໄດ້ມາຮຽນຢູ່ມະຫາວິທະຍາໄລຊານຕົງຢູ່ ສປ ຈີນ ເຫັນວ່າສິ່ງຫຍຸ້ງຍາກ ແລະ ເປັນອຸປະສັກຫຼາຍກວ່າໝູ່ແມ່ນການຮຽນພາສາຈີນ ແລະ ການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມຂອງປະເທດຈີນ ແຕ່ສຸດທ້າຍກໍຜ່ານໄປໄດ້ດ້ວຍດີ. ລາວຍັງກ່າວວ່າການໄດ້ມາຮຽນຢູ່ຈີນເປັນສິ່ງພູມໃຈ ແລະ ສໍາຄັນທີ່ສຸດໃນຊີວິດ. ຕົນເອງຢືນຢັນວ່າໃນໄລຍະທີ່ສຶກສາຢູ່ທີ່ນີ້ຈະສືບຕໍ່ບຸກບືນ ແລະ ສູ້ຊົນທຸກຄວາມພະຍາຍາມເພື່ອຮຽນຮູ້ເອົາບົດຮຽນອັນລໍ້າຄ່າຂອງ ຈີນໂດຍສະເພາະການພັດທະນາ, ຄວາມທັນສະໄໝ, ແບບແຜນການດໍາລົງຊີວິດຂອງຊາວຈີນທີ່ໄດ້ບົ່ມສອນໃຫ້ມີຄວາມດຸໝັ່ນ-ຫ້າວຫັນໂດຍບໍ່ທໍ້ແທ້ ແລະ ກ້າຮັບເອົາສິ່ງໃໝ່ເພື່ອປັບໃຊ້ໃຫ້ຖືກຍຸກຖືກສະໄໝ ຖ້າຫາກສໍາເລັດຈາກສຶກສາຕາມຄວາມຝັນວ່າຢາກເຂົ້າເຮັດວຽກຢູ່ກະຊວງການຕ່າງປະເທດ.

ນາງ ຄານສະຫວັນ ສະເຫຼີມສັກ ນັກສຶກສາປະລິນຍາໂທ ທີ່ມະຫາໄລເສດຖະສາດ ແລະ ການຄ້ານະຄອນຫຼວງປັກປິ່ງເປີດເຜີຍຕໍ່ນັກຂ່າວເຊັ່ນກັນວ່າ: ຕົນເອງສອບເສັງໄດ້ທຶນລັດຖະບານ ສປ ຈີນ ເຊິ່ງເປັນສິ່ງວິເສດ ແລະ ດີໃຈຢ່າງລົ້ນເຫຼືອຫາທີ່ປຽບບໍ່ໄດ້ໃນຊີວິດໂດຍໄຝຝັນໄວ້ວ່າຖ້າໄດ້ມາຮຽນ ທີ່ ສປ ຈີນຄືການເດີນທາງມາຖືກແລ້ວ ເນື່ອງຈາກວ່າ ສປ ຈີນເປັນປະເທດບ້ານໄກ້ເຮືອນຄຽງກັນໂດຍມີຊາຍແດນຕິດຈອດກັນ, ລະບົບການປົກຄອງຄ້າຍຄືກັນ, ການໄປມາຫາສູ່ກັນລະຫວ່າງລາວ-ຈີນກໍມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຫລາຍທີ່ສຸດ.


ໃນໄລຍະມາຮຽນທໍາອິດບໍ່ຊິ້ນເຄີຍກັບສະພາບແວດລ້ອມໃນປະເທດຈີນປານໃດເພາະຈີນປະເທດກວ້າງໃຫຍ່, ທັນສະໄໝ ແລະ ອື່ນໆ ແຕ່ໃນທີ່ສຸດປັບໂຕເຂົ້າກັບສະພາບເຫລົ່ານັ້ນໄດ້ແບບງ່າຍດາຍ ເຊິ່ງຈົນກາຍເປັນຄວາມຮູ້ສຶກວ່າປະເທດຈີນປຽບເໜືອນເຮືອນຫລັງທີສອງຂອງຕົນເອງ.

ທີ່ມາ: ຂ່າວສານປະເທດລາວ.

ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ (ປັກກິ່ງ)

Comments