ຂ່າວດີ !!! ແຂວງຊຽງຂວາງ ເຮັດໜັງສື ຜ່ານແດນ ( Passport) ຢູ່ໃນແຂວງໄດ້ແລ້ວ… 

ພະແນກການຕ່າງປະເທດແຂວງຊຽງຂວາງ ອອກໜັງສືແຈ້ງການ  ເລື່ອງ ການເປີດນຳໃຊ້ ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ແຂວງຊຽງຂວາງ ຢູ່ທີ່ບ້ານນາລີ ເມືອງແປກ ແຂວງຊຽງຂວາງ.

ການສ້າງສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ (Passport) ຂອງກະຊວງການຕ່າງປະເທດ ໄດ້ສຳເລັດ ແລະ ພ້ອມຈະເປີດໃຫ້ບໍລິການ ຮັບໃຊ້ສັງຄົມ ແລະ ເພື່ອເຮັດໃຫ້ການອອກໜັງສືຜ່ານແດນ ຖືກຕ້ອງຕາມເຕັກນິກການເກັບກຳຂໍ້ມູນຂອງສາກົນ ເຊິ່ງຈະເພີ່ມຄວາມສະດວກສະບາຍ ແລະ ປະຢັດລາຍຈ່າຍ ໃຫ້ປະຊາຊົນຢູ່ບັນດາແຂວງ ພາກເໜືອ ຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ. ກະຊວງການຕ່າງປະເທດ ຈະໄດ້ເປີດບໍລິການຮັບຄໍາຮ້ອງຂໍໜັງສືຜ່ານແດນເລີ່ມວັນທີ 1​ ກໍລະກົດ 2019 ເປັນຕົ້ນໄປ ຢູ່ທີ່ສູນຮັບຄໍາຮ້ອງ ເຮັດໜັງສືຜ່ານແກນ ບ້ານລີ່ ເມືອງແປກ ແຂວງຊຽງຂວາງ ຢ່າງເປັນທາງການ.

Comments