ສ້າງໃໝ່!!! ອີກໜຶ່ງ ກົດໝາຍ ວ່າດ້ວຍອາກອນລາຍໄດ້

ດ້ວຍການເຕີບໃຫຍ່ຂະຫຍາຍຕົວຂອງສະພາບເສດຖະກິດ-ສັງຄົມໃນປັດຈຸບັນທີ່ມີຂະແໜງການແຍກຍ່ອຍຫຼາຍ. ສະນັ້ນ, ຈິ່ງມີຄວາມຈຳເປັນສ້າງກົດໝາຍໃໝ່ຂຶ້ນມາເພື່ອເປັນເຄື່ອງມືໃນການກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມວຽກງານອາກອນລາຍໄດ້ ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ.

ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍວ່າດ້ວຍສ່ວຍສາອາກອນ ເພື່ອຊຸກຍູ້ສົ່ງເສີມການດໍາເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ດັດສົມລາຍໄດ້ໃນສັງຄົມ, ແນ່ໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ,ໂປ່ງໃສ ແລະ ຍຸດຕິທໍາ, ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ປະກອບມີ IX ພາກ, 6 ໝວດ ແລະ 76 ມາດຕາ.

ອາກອນລາຍໄດ້ແມ່ນອາກອນທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການດໍາເນີນທຸລະກິດ ຫຼື ມີລາຍໄດ້ຈາກການປະກອບອາຊີບ ລ້ວນແຕ່ມີພັນທະເສຍອາກອນລາຍໄດ້ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ຕ້ອງມີເລກປະຈໍາຕົວເສຍອາກອນ.

ກົດໝາຍວ່າດ້ວຍອາກອນລາຍໄດ້ ຖືກນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 18 ມິຖຸນາ 2019 ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຊ່ວຍປະກອບຄຳຄິດເຫັນ ແລະຮັບຮອງເອົາ. ການຄິດໄລ່ອັດຕາອາກອນລາຍໄດ້ໃນຮ່າງກົດໝາຍສະບັບນີ້ມີອັດຕາທະວີຄູນແຕ່ 0-28 ສ່ວນຮ້ອຍ ໃນນີ້ຜູ້ທີ່ມີລາຍຮັບແຕ່ 1.300.000 ກີບຂຶ້ນໄປຫາ 5.000.000 ກີບ ຈະໄດ້ເສຍອາກອນ 5% ສູງສຸດແມ່ນ 45 ລ້ານກີບຈະໄດ້ເສຍອາກອນລາຍໄດ້ 28%.

ໃນອັດຕາຕ່ຳສຸດຂອງການເສຍອາກອນລາຍໄດ້ທີ່ 1.300.000 ກີບ ມີສະມາຊິກສະພາແຫ່ງຊາດຫຼາຍທ່ານເຫັນວ່າຍັງບໍ່ທັນເໝາະສົມ ເນື່ອງຈາກເງິນໃນສ່ວນນີ້ຍັງບໍ່ສາມາດກຸ້ມຊີວິດການເປັນຢູ່ຂອງພະນັກງານ-ກຳມະກອນ ກ່ອນຫັກອາກອນ ໂດຍສະເພາະຜູ້ອາໄສຢູ່ໃນເມືອງໃຫຍ່. ແນວໃດກໍ່ຕາມຄະນະອະນຸກຳມະການສ້າງຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ຊີ້ແຈງວ່າ: ຖານລາຍຮັບດັ່ງກ່າວແມ່ນໄດ້ປັບປຸງຈາກ 1.000.000 ກີບໃນປັດຈຸບັນຂຶ້ນເປັນ 1.300.000 ກີບ ແລ້ວເນື່ອງຈາກ ອີງຕາມການກຳນົດຄ່າແຮງງານຂັ້ນຕ່ຳສຸດ 1.100.000 ກີບ ຕໍ່ເດືອນໃນປັດຈຸບັນຈິ່ງຖືວ່າຢູ່ໃນອັດຕາທີ່ພໍເໝາະແລ້ວ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments