ຂ່າວ ພາຍໃນປະເທດ

ແຈ້ງການ!!! ໃຫ້ກວດຄືນການຂຶ້ນທະບຽນທຸລະກິດ ຮ້ານຂາຍຍົກ – ຍ່ອຍ ສຳລັບຜູ້ລົງທຶນຕ່າງປະເທດ

ລັດຖະບານອອກແຈ້ງການ ໃຫ້ກວດຄືນການຂຶ້ນທະບຽນວິສາຫະກິດ ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ສຳລັບຜູ້ລົງທຶນຕ່າງປະເທດ ວ່າດຳເນີນການຖືກຕ້ອງຕາມເງື່ອນໄຂບໍ່. ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0764/ກທຄວ.ອຄ ນະຄອນຫຼວງວຽງ ລົງວັນທີ 25 ມິຖຸນາ 2019 ເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໃຫ້ກວດກາຄືນກ່ຽວກັບການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍສຳລັບຜູ້ລົງທຶນຕ່າງປະເທດ ໂດຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດັ່ງນີ້: 1. ກວດຄືນການຂຶ້ນທະບຽນວິສາຫະກິດ ກ່ຽວກັບທຸລະກິດຂາຍຍົກ ແລະ ການຂາຍຍ່ອຍໃຫ້ຄົນຕ່າງປະເທດ ໃຫ້ສອດຄ່ອງກັບເງື່ອນໄຂ ມາດຕາ 13 ຂອງຂໍ້ຕົກລົງວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 1005/ອຄ.ຄພນ ລົງວັນທີ ...

Read More »

ສັນຍາຮ່ວມມື ເພື່ອສະໜອງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານ ໃຫ້ກັບສັງຄົມລາວ

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບບໍລິສັດ ຮ້ອຍແປດພັນເກົ້າກຣຸບ ໄດ້ເຊັນບົດບັນທຶກການຮ່ວມມື ກ່ຽວກັບການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຕອບໂຈດໃຫ້ກັບສັງຄົມ ກໍຄືອົງກອນຜູ້ທີ່ຢາກໄດ້ແຮງງານ ແລະ ຜູ້ທີ່ຢາກມີວຽກເຮັດງານທຳ ສາມາດມີຊ່ອງທາງ ແລະ ຂໍ້ມູນ ຄວາມຕ້ອງການໄດ້ເຂົ້າເຖິງໄດ້ງ່າຍ ຜ່ານເວັບໄຊຂອງ 108 Job ພິທີເຊັນບັດບັນທຶກ ການຮ່ວມມືລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108 Job)  ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ີ້ນີ້ ວັນທີ 26 ມິຖຸນາ 2019  ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ.  ໂດຍການປະທານຮ່ວມຂອງທ່ານ ຄຳແສນ ໄຊຍະວົງ  ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາສານ ປະທານບໍລິສັດ ຮ້ອຍແປດພັນເກົ້າ ກຣູບ ແລະ ຮ່ວມເປັນສັກຂີພິຍານ ໂດຍທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ, ພ້ອມມີບັນດາບໍລິສັດຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ...

Read More »

ເທັກຊັດ ຊິກເກັ້ນ ລາວ ສະເຫຼີມສະຫຼອງ ຄົບຮອບ 3 ປີ ແຈກຟຣີ ຂາໄກ່ 100 ຊຸດ ພ້ອມກິດຈະກຳອີກຫຼາກຫຼາຍຢ່າງ.

ຮ້ານ ເທັກຊັດ ຊິກເກັນ (Texas Chicken Laos) ສະເຫຼີມສະຫຼອງ ຄົບຮອບ 3 ປີ ຄືນກຳໄລໃຫ້ກັບລູກຄ້າ ທີ່ໃຫ້ການສະໜັບສະໜູນ ທາງຮ້ານມາໂດຍຕະຫຼອດ 3 ປີ ໂດຍການມອບຂອງຂວັນສຸດປະທັບໃຈກໍຄື ເມນູ ໄກ່ Texas Chicken 100 ຊຸດ ໃຫ້ກັບລູກຄ້າ 100 ທ່ານ.  ນອກຈາກນີ້, ທາງຮ້ານຍັງມີກິດຈະກຳຫຼິ້ນເກມ ຮັບສ່ວນຫຼຸດ ແລະ ແຈກຂອງຂວັນ ໃນລູກຄ້ານຳອີກ 5 ມື້ເຕັມໆນັບແຕ່ມື້ນີ້ເປັນຕົ້ນໄປ. ໃນຕອນບ່າຍ ວັນທີ 26 ມິຖຸນາ 2019 ນີ້, ຢູ່ທີ່ ຮ້ານ Texas Chicken ສາຂາທາດຫຼວງ. ໄດ້ຈັດງານສະເຫຼີມສະຫຼອງ  ຄົບຮອບ 3 ປີ ຂອງຮ້ານ Texas Chicken Laos. ໂດຍກ່າວເປີດງານຢ່າງເປັນທາງການ ຂອງທ່ານ Martin Darby ຜູ້ອຳນວຍ ບໍລິສັດ EFG Holdings ແລະ  ຮອງປະທານ ບໍລິສັດ  EFG  ...

Read More »

ຊົມເຊີຍ!!! ນາຍົກລາວ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຈາກສະຖາບັນຍຸດທະສາດ ຄິງສະລີ

ໃນຕອນຄ່ຳຂອງວັນທີ 23 ມິຖຸນາ 2019, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ຮ່ວມກັນເປັນເຈົ້າພາບຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງ, ປະເທດຈີນ ແລະ ພາກສ່ວນກ່ຽວຂ້ອງອີກຈຳນວນໜຶ່ງ.ໃນງານລ້ຽງດັ່ງກ່າວ, ໄດ້ມີພິທີມອບຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຫຼື Distinguished ASEAN Lifetime Achievement Award ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.   ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ກໍ່ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງໃນການຮັບລາງວັນກຽດຕິຄຸນອັນສູງສົ່ງດັ່ງກ່າວຂອງອາຊຽນ, ຊຶ່ງມອບໂດຍສະຖາບັນຍຸດທະສາດຄິງສະລີ ແລະ ພາກສ່ວນກ່ຽວຂ້ອງ; ທ່ານນາຍົກລັດຖະມົນຕີລາວໄດ້ກ່າວໃນບາງຕອນວ່າ “ລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນລາງວັນນີ້ ມີຄວາມໝາຍບໍ່ສະເພາະແຕ່ສຳລັບຂ້າພະເຈົ້າເທົ່ານັ້ນ ແຕ່ຍັງແມ່ນສຳລັບປະຊາຊົນລາວນຳອີກ, ຊຶ່ງເປັນສະແດງເຖິງການຮັບຮູ້ຜົນງານໃນການປະກອບສ່ວນອັນເລັກນ້ອຍຂອງຂ້າພະເຈົ້າ ເຂົ້າໃນການພັດທະນາລວມຂອງພາກພື້ນ ກໍ່ຄື ການຫຼຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ. ພະນະທ່ານ ທອງລຸນ ສີສຸລິດຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງສະຖາບັນຍຸດທະສາດ ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດພາຍໃນອາຊຽນ, ແລະ ທັງເປັນດັ່ງຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ...

Read More »

ສປປ ລາວ ກຳລັງສຶກສາຄວາມເປັນໄປໄດ້ໃນການຊື້-ຂາຍຜະລິດຕະພັນລາວໂດຍຊຳລະຜ່ານທາງເອເລັກໂຕຣນິກ

ເວັບໄຊ www.plaosme.com ເປັນເວັບໄຊທີ່ເປັນຂົວຕໍ່ລະຫວ່າງຜູ້ຜະລິດສິນຄ້າ ແລະ ລູກຄ້າໃນທົ່ວໂລກໄດ້ເປີດນຳໃຊ້. ເວັບໄຊໄດ້ເປີດນຳໃຊ້ມາແຕ່ປີ 2017 ມາຮອດປັດຈຸບັນມີ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຂົ້າໄປລົງທະບຽນທັງໝົດ 273 ຫົວໜ່ວຍ ແລະ ມີສິນຄ້າທີ່ລົງໂຄສະນາໃນເວັບໄຊຫຼາຍກວ່າ 989 ລາຍການ, ຜະລິດຕະພັນສິນຄ້າໃນ Plaosme ແມ່ນຜະລິດຂຶ້ນໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວທີ່ໄດ້ມີການຈົດທະບຽນ ແລະ ໄດ້ຮັບການຢັ້ງຢືນຈາກໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ທ່ານສາມາດເຮັດການຄ້າໄດ້ຢ່າງໄວ້ວາງໃຈ ແລະ ມີຄວາມປອດໄພ. ເຖິງແມ່ນວ່າປັດຈຸບັນເວັບໄຊຍັງບໍ່ທັນສາມາດເຮັດທຸລະກຳຜ່ານທາງເອເລັກໂຕຣນິກໄດ້ ໃນໄວໆນີ້ສິນຄ້າຈະສາມາດຊື້-ຂາຍຜ່ານລະບົບເອເລັກໂຕຣນິກ ເພື່ອໃຫ້ເປັນບ່ອນເຊື່ອມຕໍ່ SME ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດໄດ້ໂດຍກົງຜ່ານລະບົບຊື້-ຂາຍທາງເອເລັກໂຕຣນິກ. ເວັບໄຊ www.plaosme.com ຈະເປັນເວັບໄຊ E-Commerce ປະເພດທຸລະກິດເຖິງທຸລະກິດ ຫຼື B2B (Business to Business) ທີ່ຮວບຮວມຂໍ້ມູນກ່ຽວກັບຜະລິດຕະພັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ  ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊດັ່ງກ່າວໄດ້ຢ່າງສະດວກ. ນອກຈາກນັ້ນ, ໃນເວັບໄຊຈະມີລະບົບການຊຳລະເງິນທີ່ເຊື່ອຖືໄດ້ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງ ເພື່ອຊ່ວຍໃຫ້ ...

Read More »

ມາຮູ້ຈັກ!!!! ບັນຊີ ປະເພດ ທຸລະກິດເກືອດຫ້າມດຳເນີນການຢູ່ ໃນ ສ ປປ ລາວ

ປັດຈຸບັນແຕ່ລະວັນ ມີບັນດານັກລົງທຶນ ນັກທຸລະກິດເກີດໃໝ່ຕະຫຼອດ ການເຮັດທຸລະກິດກໍມີຫຼາຍຂະແໜງການ ຫຼາຍຢ່າງທີ່ເລືອກເຮັດຂໍພຽງແຕ່ສາມາດສ້າງເງິນສ້າງຖານະຄວາມເປັນຢູ່ ແຕ່ຄິດວ່າຫຼາຍຄົນຍັງບໍ່ຮູ້ວ່າມີທຸລະກິດປະເພດໃດແນ່ທີ່ເກືອດຫ້າມ ຢູ່ ສປປ ລາວ ສະນັ້ນມາຮູ້ໄວ້ບໍ່ເສຍຫາຍ ເພື່ອບໍ່ໃຫ້ທ່ານຫຼົງຜິດໄປເຮັດທຸລະກິດນອກກົດໝາຍ. ທາງກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດເກືອດຫ້າມ ຫຼື ທຸລະກິດໃດແດ່ທີ່ບໍ່ອະນຸຍາດໃຫ້ສ້າງຕັ້ງ ແລະດໍາເນີນທຸລະກິດ ຢູ່ ສ ປປ ລາວ. ຕາມແຈ້ງການສະບັບເລກທີ 1592/ອຄ.ທຄວ ລົງວັນທີ 26 ສິງຫາ 2013 ລະບຸວ່າ ທຸລະກິດປະເພດໃດທີ່ກົດໝາຍເກືອດຫ້າມ ຢູ່ ຊາບ ແລະ ປະຕິບັດ ມີທຸລະກິດໃດແດ່ທີ່ກົດໝາຍເກືອດຫ້າມ ດັ່ງນີ້: 1 ສານເຄມີອັນຕະລາຍປະເພດ1 2 ແຮ່ທາດກໍາມັນຕະພາບລັງສີທຸກຊະນິດ 3 ລູກກະສູນ ແລະ ອາວຸດທຸກຊະນິດ (ຍົກເວັ້ນລະເບີດ ເພື່ອຮັບໃຊ້ອຸດສາຫະກໍາແຕ່ຕ້ອງໄດ້ຮັບອະນຸຍາດສະເພາະ), ພາຫະນະຮັບໃຊ້ສົງຄາມ 4 ຝິ່ນ, ເມັດຝິ່ນ, ດອກຝິ່ນ, ແກ່ນຝິ່ນ, ດອກຝິ່ນແຫ້ງ, ຝິ່ນສໍາເລັດຮູບ, ອື່ນໆທີ່ເຮັດຈາກຝິ່ນ, ໃບໂກໂກ້, ກັນຊາຮູບແບບຕ່າງໆ, ...

Read More »

ຣາຊະອານາຈັກໄທປະກາດຫ້າມນຳເຂົ້າ ແລະ ສົ່ງຜ່ານ ໝູ ຫຼື ຜະລິດຕະພັນໝູຊົ່ວຄາວຈາກ ສປປ ລາວ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການກ່ຽວກັບການກວດພົບເຊື້ອພະຍາດອະຫິວາໝູອາຟຣິິກາ ຢູ່ເມືອງຕູ້ມລານ ແຂວງສາລະວັນ ເລກທີ 1609/ກປລ, ລົງວັນທີ 20 ມິຖຸນາ 2019 ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດອະຫິວາໝູອາຟຣິກາ ແຜ່ລະບາດຢູ່ໃນ ສປປ ລາວ, ເນື່ອງຈາກ ພະຍາດດັ່ງກ່າວແມ່ນພະຍາດລະບາດແຜ່ລາມໄວຢ່າງຮ້າຍແຮງ ແລະ ເປັນຄັ້ງທຳອິດທີ່ກວດພົບຢູ່ ສປປ ລາວ. ໃນວັນທີ 17 ມິຖຸນາ 2019,​ ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ຈຳນວນ 8 ຕົວຢ່າງ ທີ່ສົ່ງມາກວດຈາກ 7 ບ້ານ ທີ່ມີການລະບາດຄື:​ ບ້ານ ສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ນາຮ່ອງ ທີ່ຂຶ້ນກັບ ເມືອງຕູ້ມລານ,​ແຂວງ ສາລະວັນ ເຊິ່ງພະຍາດດັ່ງກ່າວເປັນຄັ້ງທຳອິດທີ່ກວດພົບຢູ່ ສປປ ລາວ. ພະຍາດດັ່ງກ່າວເປັນພະຍາດທີ່ຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ, ທຸກເພດ ແລະ ...

Read More »

ແມ່ຍິງລາວ ເຂົ້າຮ່ວມກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN)

ໃນວັນທີ 20 ມິຖຸນາ 2019, ຢູ່ທີ່ບາງກອກ, ປະເທດໄທ, ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານເປີີດກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ພາຍໃຕ້ແນວຄິດ “ພະລັງແມ່ຍິງປ່ຽນໂລກເສດຖະກິດ ມຸ້ງຂັບເຄື່ອນກ້າວລໍ້າ…ຍຸກປະຕິວັດອຸດສາຫະກຳ 4.0” ໂດຍມີ ທ່ານ ປຣະເມທີ ວິມົນສິຣິ ເລຂາທິການກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ພ້ອມດ້ວຍ ທ່ານ ເລີດປັນຍາ ບູຣະບັນດິດ ອະທິບໍດີກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ຄະນະຜູ້ບໍລິຫານກະຊວງ ການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ເຄື່ອຂ່າຍຜູ້ປະກອບການແມ່ຍິງຂອງປະເທດໄທ ແລະ ສະມາຊິກອາຊຽນ 10 ປະເທດ ໃນນີ້,​ ຜູ້ປະກອບການແມ່ຍິງລາວໄດ້ເຂົ້າຮ່ວມທັງໝົດ 24 ທ່ານ ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງ ຈຳນວນ 300 ທ່ານເຂົ້າຮ່ວມ. ກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ຈັດຂຶ້ນໂດຍການຮ່ວມມືລະຫວ່າງກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໂດຍ ກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ແລະ ເຄື່ອຂ່າຍຜູປະກອບການແມ່ຍິງອາຊຽນ (AWEN)  ນຳໂດຍ ທ່ານ ນາງ ນັດທິກາ ວັດທະນາເວຄິນ ອັງອຸບົນກຸນ ...

Read More »

ຊົມເຊີຍ!!! ນັກທຸລະກິດແມ່ຍິງລາວ 10 ທ່ານ ໄດ້ຮັບລາງວັນ ແມ່ຍິງອາຊຽນດີເດັ່ນ ປະຈຳປີ 2019

ສະມາຄົມນັກທຸກລະກິດແມ່ຍິງລາວ ໄດ້ຮັບລາງວັນຜູ້ປະກອບການແມ່ຍິງອາຊຽນດີເດັ່ນ ປະຈຳປີ 2019 (ASEAN Woman Entrepreneures of the year Award 2019)  ຈຳນວນ 10 ທ່ານ ໃນວັນທີ 21 ມິຖຸນາ 2019 ທີ່ ບາງກອກ ປະເທດໄທ,  ໂດຍການນຳພາຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໃນນີ້ມີຜູ້ຮັບລາງວັນໝົດ 87 ທ່ານ ຈາກ 10 ປະເທດອາຊຽນ. ສຳລັບທຸລະກິດທີ່ຈະໄດ້ຮັບລາງວັນນີ້ ຕ້ອງທຸລະກິດຂະໜາດນ້ອຍ ແລະ ກາງ ຂຶ້ນໄປ, ເປັນບໍລິສັດດຳເນີນກຳຈະການຢ່າງໜ້ອຍ 5 ປີ ຂຶ້ນ, ເປັນທຸລະກິດທີ່ໂດດເດັ່ນ ແລະ ມີການພັດທະນາຢ່າງເນື່ອງເລື້ອຍໆ. ນັກທຸລະກິດແມ່ຍິງລາວ ຈຳນວນ 10 ທ່ານ ທີ່ໄດ້ຮັບລາງວັນ ASEN Award 2019ໄດ້ແກ່: ທ່ານ ນາງ ອໍລະໄທ ສັນຕິຄົງຄາ, ຄະນະບໍລິຫານງານ ສະມາຄົມນັກທຸລະກິດແມ່ຍິງລາວ (ສທຍລ), ...

Read More »

ກົດໝາຍໃໝ່!!! ຂາຍເຄື່ອງອອນລາຍ ແລະ ວຽກອື່ນໆທີ່ມີລາຍຮັບ ກໍ່ຕ້ອງເສຍອາກອນ

ມາຮູ້ຈັກໄວ້!!! ວ່າມີລາຍໄດ້ຫຍັງແດ່ ທີ່ເຮົາຈະຕ້ອງເສຍອາກອນ. ກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ສ້າງຂຶ້ນມາໃໝ່ ເຊິ່ງເປັນການປັບປຸງສ່ວນໃຫຍ່ ໂດຍແຍກເນື້ອໃນອາກອນກຳໄລ, ອາກອນລາຍໄດ້ ແລະອາກອນມອບເໝົາອອກມາຈາກພາກທີ IV ໝວດທີ 1, 2 ແລະ ໝວດທີ 3 ຕາມລຳດັບທີ່ກຳນົດໄວໃນກົດໝາຍວ່າດ້ວຍສ່ວຍສາອາກອນທີ່ໃຊ້ຢູ່ປັດຈຸບັນນີ້ ມາຂະຫຍາຍເປັນກົດໝາຍ,  ກອງປະຊຸມສະແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາແລ້ວໃນວັນທີ 18 ມິຖຸນາ 2019. ລາຍໄດ້ຂອງບຸກຄົນທີ່ມີພູມລຳເນົາ ຫຼື ມີທີ່ຢູ່ແນ່ນອນຢູ່ ສປປ ລາວ ທີ່ຕ້ອງໄດ້ເສຍອາກອນລາຍໄດ້ມີດັ່ງນີ້: 1. ເງິນເດືອນ, ຄ່າແຮງງານ, ເງິນເພີ່ມໂມງ, ເງິນລ່ວງເວລາ, ເງິນຕຳແໜ່ງ, ເງິນໜ້າທີ່, ເງິນບຳເນັດ, ເບັ້ຍປະຊຸມສະພາບໍລິຫານ ຫຼື ສະພາຜູ້ອຳນວຍການ ແລະ ຜົນປະໂຫຍດອື່ນ ເປັນ ເງິນ ຫຼື ວັດຖຸ; 2. ຜູ້ປະກອບອາຊີບອິດສະລະ ທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ເປັນຕົ້ນ ຄ່ານາຍໜ້າ, ຄ່າທີ່ ປຶກສາ, ການບໍລິການ, ການກໍ່ສ້າງ-ສ້ອມແປງ, ການເຄື່ອນໄຫວກິດຈະກຳກິລາ, ການສະແດງ; 3. ການຊື້ ຂາຍອອນລາຍ; ...

Read More »