ແລນໂລເວີລາວ ເປີດຕົວລົດໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ

ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ  ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ນັກສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ.

RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. ສຳຫຼັບ NEW RANGE ROVER EVOQUE ໄດ້ປັບຄວາມສວຍງາມແຕກຕ່າງຈາກເກົ່າໂດຍການເພີ່ມຄວາມກວ້າງຂອງໂຕລົດຂຶ້ນນເປັນ 96 ມິນລີແມັດ ແລະ ຄວາມສູງ ຂອງຕົວລົດຂຶ້ນເປັນ 14 ມິນລີແມັດ, ນອກນີ້ ມາພ້ອມຫ້ອງໂດຍສານທາງດ້ານຫຼ້ງໃຫ້ຄວາມສະດວກສະບາຍເພິ່ມຂຶ້ນ 21 ມິລິນແມັດ.

ສຳລັບຈັກ ມາພ້ອມຈັກ 2,000 ກາຊວນ ແລະ 180 ແຮງມ້າ  4 ສູບ , ແຮງບິດຢູ່ທີ່  430 ນິວເຕີນແມັດ, ຄວາມໄວສູງສຸດຢູ່ທີ່ 195 ກມ/ຊົ່ວໂມງ, ອັດຕາເລັ່ງ ຈາກ 0 ຫາ 100 ແມ່ນ 9 ວິນາທີ

ລະບົບພວງມະໄລແບບ FULL DIGITAL TOUCH  12.3  ນິ້ວ ແລະ ເປັນແບບໄຟຟ້າທີ່ຊ່ວຍໃຫ້ທ່ານສາມາດອອກຈາກພື້້ນທີ່ແຄບໄດ້ງ່າຍ ແລະ ໃນຂະນະທີ່ຂັບໄວຈະຊ່ວຍໃຫ້ທ່ານຄວບຄຸມລົດໄດ້ຢ່າງແໝ້ນຢຳ. ເພີ່ມຄວາມສະດວກດ້ວຍຈໍ HUD. ແວ່ນເບິ່ງຫຼັງມີຟັງຊັ່ນເຊື່ອມຕໍ່ກັບກ້ອງຫຼັງເຊິ່ງສາມາດສະແດງພາບມຸມກວ້າງຜ່ານແວ່ນເບິ່ງຫຼັງໄດ້, ຈໍກາງປ່ຽນເປັນແບບ WILD SCREEN 10 ນິ້ວ, ມາພ້ອມກັບລະບົບເຄື່ອງສຽງ  Meridian sound system ລຳໂພງ 10 ໂຕ 380 ວັດ.

ມາພ້ອມກັບລະບົບການຂັບຂີ່ທີ່ສາມາດປັບໃຫ້ເຂົ້າກັບທຸກສະພາບຖະໜົນເຊັ່ນວ່າ: , ຕົມ ຫຼື ຊາຍ. ນອກຈາກນັ້ນຍັງສາມາລຸຍນໍ້າເລິກສຸດເຖິງ 23.6 ນິ້ວ.ລະບົບຄວບຄຸບເກ້ຍແບບໃຫ່ມ ຈາກລຸ້ນກ່ອນໜ້ານີ່ທີ່ເປັນເກ້ຍໂອໂຕ້ແບບໝູນ ປ່ຽນມາເປັນລະບົບຄັນເກ້ຍໂອໂຕ້ ທີ່ຊ່ວຍເພື່ອຄວາມຮູ້ສືກແບບສະປອດ ແລະ ການຂັບຂີ່ແບບສະປອດຫຼາຍຂື້ນເຊິ່ງເປັນເອກະລັກຂອງລົດ ​Sport SUV

ຈຸດເດັ່ນທີ່ມາໃຫມ່ໄດ້ແກ່ຟັງຊັ່ນ ClearSight Ground View ໃຊ້ກ້ອງດ້ານລຸ້ມສະແດງພາບທັດສະນະວິໃສກ້ອງລົດຜ່ານຈໍກາງພ້ອມສະແດງພາບຈຳລອງລໍ້ຄູ່ໜ້າເພື່ອໃຫ້ຜູ້ຂັບສາມາດເລືອກຕຳແໜ່ງການວາງລໍ້ທີ່ເໝາະສົມໄດ້ທັງການຂັບຜ່ານພື້ນທີ່ແຄບໃນເມືອງ ຫຼື ເສັ້ນທາງ OFF ROAD.

ລາຄາເລີ່ມຕົ້ນ 105,000 ໂດລາ
 ຮັບປະກັນ 3 ປີ
 5 ປີ ບໍລິການບຳລຸງຮັກສາຟຣີ
 3 ປີ ບໍລິການສຸກເສີນຕາມທ້ອງຖະໜົນຕະຫຼອດ 24 ຊົ່ວໂມງ.
ພຽງແຕ່ທ່ານເຂົ້າມາຢ້ຽມຊົມລົດ ທີ່ຫ້ອງການຂາຍ ບໍລິສັດ ຈາກົວ ແລນໂລເວີລາວ ມີສິດລຸ້ນຮັບລາງວັນທຸກໆທ້າຍເດືອນ.
ລາຍລະອຽດເພີ່ມເຕີມໂທ : 021 419310-5

Comments