ຂ່າວ ພາຍໃນປະເທດ

ມາເບິ່ງ!!!! ສາເຫດຂອງການອອກໃບຕາດິນຊໍ້າຊ້ອນ….

ຖືເປັນສິ່ງທີ່ຕິດພັນກັບການດໍາລົງຊີວິດ ພົວພັນກັບການເປັນຢູ່ຂອງປະຊາຊົນທຸກຄົນທີ່ໜ້າຕິດຕາມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກມວນຊົນ ໂດຍສະເພາະການອອກໃບທະບຽນທີ່ດິນຊໍ້າຊ້ອນ ມີຄຳຖາມອອກມາຫຼວງຫຼາຍຈົນຫຼາຍຄົນໄດ້ຖົກຖຽງກັນຍ້ອນເກີດຂຶ້ນຊຳເຮື້ອມາດົນ.ຕໍ່ກັບບັນຫາດັ່ງກ່າວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດສຸດທີ VIII ຄັ້ງວັນທີ 10 ມິຖຸນາ 2019 ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນ ສັງລວມໄດ້ ດັ່ງນີ້: 1. ກວດກາ ແລະ ການເກັບຂໍ້ມູນທີ່ດິນ ບໍ່ຊັດເຈນ. 2 ການເກັບກໍາຂໍ້ມູນເອກະສານທີ່ພົວພັນກັບທີ່ດິນ ຍັງບໍ່ເປັນລະບົບ. 3 ການອອກໃບຕາດິນ ບໍ່ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເປັນຕົ້ນ ມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2003. ການອອກໃບຕາດິນ ບາງກໍລະນີ ບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນ ຊຶ່ງເປັນສາເຫດໜຶ່ງ ທີ່ພາໃຫ້ມີການນໍາເອົາເອກະສານທີ່ດິນ ໄປອອກໃບຕາດິນຊໍ້າຊ້ອນ. 4 ຍັງບໍ່ມີເຄື່ອງມືທີ່ທັນສະໄໝ ໃນການສໍາຫຼວດ, ວັດແທກ ແລະ ອອກໃບຕາດິນ. ...

Read More »

ຂ່າວດີ……ມີທຶນໃຫ້ຮຽນຟຣີ ສ້າງໂອກາດໃຫ້ຜູ້ບໍ່ມີວຽກເຮັດໄດ້ມີອາຊີບມີວຽກງານທຳ

ເລີ່ມສະໝັໄດ້ແຕ່ມື້ນີ້ໄປປິດຮັບເອກະສານວັນທີ 18.6.2019 ນີ້ເທົ່ານັ້ນ ທຶນມີຈຳກັດ ສະໝັກ່ອນມີສິດກ່ອນ ?? ມາແລ້ວທຶນຮຽນຟຣີ…….ບໍ່ໄດ້ເສຍຄ່າຮຽນ ແລະ ອຸປະກອນການຮຽນ ?? ໄລຍະຮຽນ 3 ເດືອນ ແລະ ໄປເຮັດວຽກຕໍ່ເອົາປະສົບການຕົວຈິງ. ມີ 2 ສາຂາວິຊາ 1.ວິຊາການໂຮງແຮມ 2. ວິຊາ ປຸງແຕ່ງອາຫານ ສະໜັບສະໜູນທຶນໂດຍ ໂຄງການລາວ/029 ?? ເງື່ອນໄຂຜູ້ສະໝັກ ? 1. ຕ້ອງຈົບປະຖົມ ແຕ່ບໍ່ຈົບມັດທະຍົມຕົ້ນ 2. ຄອບຄົວຂາດເຂີນທຶນໃຫ້ລູກຫລານຮຽນ 3. ຕ້ອງເປັນບຸກຄົນສັນຊາດລາວ ຢູ່ໃນນະຄອນຫຼວງວຽງຈັນ ຫລືຕ່າງແຂວງກໍ່ໄດ້ ?ແຕ່ຕ້ອງມີພາຫະນະ ເພື່ອຖຽວຕອນໄປເຮັດວຽກ? 4. ເປັນບຸກຄົນທີ່ບໍ່ມີຄະດີ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດຜິດກົດຫມາຍ 5. ທີ່ສຳຄັນທີ່ສຸດຄືຄົນທີ່ວ່າງງານ ຮຽນເພື່ອຢາກໄປເຮັດວຽກແທ້ ເພາະຫຼັຈາກຮຽນຈົບທາງໂຮງຮຽນຈະຊອກວຽກເຮັດໃຫ້ພ້ອມ ? ມາຮຽນເພື່ອຢາກຮູ້ ຮຽນເພື່ອມາເອົາໃບປະກາດ ບໍ່ເອົາ? ຮຽນຈົບຕ້ອງໄປເຮັດວຽກຕາມສັນຍາເບື້ອງຕົ້ນ 6. ຕ່າງແຂວງ ແລະຄົນບ້ານໄກມີຫໍພັກໃຫ້ຢູ່ຟຣີໃນໄລຍະຮຽນ 3 ເດືອນ ແລະໄລຍະຊອກຫາງານອີກ 1 ເດືອນ 7. ອາຍຸ 18-35 ປີ ບໍ່ຈຳກັດເພດ ສົນໃຈໂທສອບຖາມ 021 540545. 021 261566 ...

Read More »

ບົດລາຍງານຂອງທ່ານ ນາຍົກ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ

ນາຍົກລັດຖະມົນຕີລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສຳລັບ 4 ເດືອນຕົ້ນປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII: ເສດຖະກິດຂອງລາວ ໂດຍລວມ ຍັງສືບຕໍ່ເຕີບໂຕໃນລະດັບດີ, ອີງຕາມບົດລາຍງານຂອງທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໄລຍະ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການສຳລັບ 6 ເດືອນທ້າຍປີ 2019 ຕໍ່ມື້ທຳອິດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019. ໃນບົດລາຍງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ລົງເລິກແຕ່ລະບັນຫາດັ່ງນີ້: 1. ສະພາບການຂອງພາກພື້ນ ແລະ ສາກົນ ໃນ 4 ເດືອນຜ່ານມາໄດ້ຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນບັນຫາເສດຖະກິດຂອງໂລກ ທີ່ຍັງບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງດ້ານການຄ້າ ລະຫວ່າງປະເທດມະຫາອຳນາດ ທາງດ້ານເສດຖະກິດ. ອັດຕາການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນຫຼຸດລົງ ຈາກລະດັບ 5,9% ໃນປີ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2019

ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນເດືອນເມສາ ປີ 2019 ປະຕິບັດໄດ້ປະມານ 852 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 493 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 358 ລ້ານໂດລາສະຫະລັດ. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນເມສາ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ມັນຕົ້ນ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ,  ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໜາກໄມ້ ແລະ ໜາກໄມ້ເປືອກແຂງທີ່ບໍລິໂພກໄດ້, ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 41.08% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ). ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ...

Read More »

ນາຍົກລາວ ສົ່ງສານຊົມເຊີຍເຖິງ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ດຳລົງຕຳແໜງນາຍົກໄທ ອີກສະໄໝ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ພົນ​ເອກ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ແຫ່ງ ລາຊະ​ອານາຈັກ​ໄທ ທີ່​ບາງກອກ. “ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບເລືອກຕັ້ງ ແລະ ໄດ້ຮັບການສະໜັບສະໜູນ ຈາກລັດຖະສະພາຢ່າງຖ້ວມລົ້ນ ເພື່ອໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງທ່ານ”. “ຂ້າພະເຈົ້າຍິນດີ ທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ...

Read More »

ກຽມພົບກັບ ງານຕະຫຼາດນັດແຮງງານ (Job Fair 2019) ຈະຈັດຂຶ້ນໃນກາງ ເດືອນຕຸລານີ້

ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ  ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້  5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, ຈະໄດ້ຊົມບູດງານວາງສະແດງຈາກສຳນັກງານ,​ອົງກອນຕ່າງໆທີ່ຕ້ອງການຮັບພະນັກງານເພີ່ມແລ້ວ ພາຍໃນງານນີ້,​ຍັງມີກິດຈະກຳຫຼາກຫຼາຍກ່ຽວກັບເລື່ອງແຮງງານດັ່ງນີ້: ຈັດເວທີສົນທະນາໃນຫົວຂໍ້ຕ່າໆເຊັ່ນ:  1. ຮຽນຫຍັງ? ຈຶ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈໃຫ້ຊີວິດ), 2 ຫົວຂໍ້: ຫຼຸດຜ່ອນການວ່າງງານ ...

Read More »

ສສຊ ສະເໜີລັດຖະບານກວດກາຄືນໂຄງການລົງທຶນຂອງລັດ ແລະ ເອກະຊົນໃນທົ່ວປະເທດ

ເຖິງວ່າການຈັດຕັ້ງປະຕິບັດແຜນງົບປະມານໃນງວດທີ 1 ຂອງລັດຖະບານ ຈະບໍ່ໄດ້ຕາມແຜນກໍຕາມ ແຕ່ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ກໍໄດ້ສະເໜີທາງອອກໃຫ້ເລັ່ງກວດກາຄືນບັນດາໂຄງການລົງທຶນຂອງລັດ, ເອກະຊົນສໍາປະທານ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ສະເພາະໂຄງການທີ່ສະພາຮັບຮອງ ແລະ ໂຄງການທີ່ໃກ້ຈະສໍາເລັດ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນ. ສະພາແຫ່ງຊາດ ໄດ້ປະເມີນເຖິງຜົນການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຖະບານ ເຫັນວ່າຍັງຊັກຊ້າ ເນື່ອງຈາກໃນງວດ 1 ບໍ່ສາມາດຈັດຕັ້ງປະຕິບັດຕາມແຜນທີ່ສະພາຮັບຮອງທີ່ກໍານົດໄວ້ລວມທັງການນໍາໃຊ້ທຶນຍັງບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕາມມະຕິຂອງສະພາແຫ່ງຊາດ. ນອກນັ້ນ, ການປະຕິບັດການຊົດເຊີຍ, ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ກໍ່ສ້າງສໍາເລັດແລ້ວ ແລະ ກໍາລັງກໍ່ສ້າງມາຮອດປັດຈຸບັນຍັງມີຄວາມຊັກຊ້າ ຈຶ່ງເຮັດໃຫ້ ສສຊ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍຈຸດສໍາຄັນ ຕະຫຼອດກອງປະຊຸມໃນ 2 ມື້. ທ່ານ ຈັນສີ ແສງຊົມພູ ສສຊ ເຂດ 2 ແຂວງຜົ້ງສາລີ ປະກອບຄຳເຫັນວ່າ: ຢາກໃຫ້ລັດຖະບານກວດກາຄືນໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແຕ່ລັດບໍ່ສາມາດຊໍາລະສະສາງຕາມແຜນງົບປະມານລາຍຈ່າຍຕົວຈິງເຮັດໃຫ້ພາກເອກະຊົນເດືອດຮ້ອນມີໜີ້ສິນຄຸມເຄືອ, ຂາດສະພາບຄ່ອງທາງດ້ານການເງິນ ແລະ ອື່ນໆ. ນອກຈາກນັ້ນ, ບັນຫາທີ່ເກີດຂຶ້ນໃນໂຄງການກໍ່ສ້າງເທສະບານແຂວງຜົ້ງສາລີໃໝ່ ຕັ້ງຢູ່ເມືອງບຸນເໜືອ ທີ່ຖືກຈັດຕັ້ງປະຕິບັດໄປແລ້ວ ແຕ່ບໍ່ໄປຕາມແຜນຜັງເມືອງ ແລະ ເຕັກນິກການກໍ່ສ້າງ ເນື່ອງຈາກມີການກໍ່ສ້າງຊະຊາຍເຮັດໃຫ້ປະຊາຊົນຖືກຜົນກະທົບ ແລະ ອັບປະໂຫຍດ ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາຊ່ວຍທາງແຂວງພວກເຮົາ. ທ່ານ ທິບພະຈັນ ...

Read More »

ສະຖານທູດໄທ ຮ່ວມກັບ ເອັດສຊີຈີ ຈັດໂຄງການຮັກສາສຸຂະພາບແຂ້ວໃຫ້ແກ່ ພຣະສົງ 999 ອົງ

ເອັດສຊີຈີ ໄດ້ມອບເງິນຈໍານວນ 850.000 ບາດ ເພື່ອເປັນຄ່າອຸປະກອນການແພດ ແລະ ການຈັດໂຄງການກິດຈະກໍາ ແລະ ຈະມີພຣະພິຂຸສົງ ແລະ ສໍາມະເນນຈາກທົ່ວນະຄອນຫຼວງວຽງຈັນ ເດີນທາງມາຮັບບໍລິການຮັກສາທາງທັນຕະກໍາຫຼາຍກວ່າ 999 ອົງ. ສະຖານເອກອັກຄະຣາຊະທູດໄທປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ.  ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ...

Read More »

ນາຍົກ ຕອບຄວາມຫ່ວງໃຍ ຂອງນາໆຊາດກ່ຽວກັບບັນຫາໜີ້ສິນຂອງປະເທດລາວ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕອບຄວາມເປັນຫວ່ງ ຂອງນາໆຊາດກ່ຽວກັບບັນຫາໜີ້ສິນຂອງປະເທດ, ທີ່ກອງປະຊຸມ THE FUTURE OF ASIA 2019 ,ທີ່ ຍີ່ປຸ່ນ ວັນສຸກ ວັນທີ 7 ມິຖຸນາ 2019 ທີ່ຜ່ານມາ, ນາຍົກລັດຖະມົນຕີທອງລຸນ ໄດ້ກ່າວວ່າ: ປະເທດລາວ ໄດ້ຮັບການຊຸກຍູ້ການພັດທະນາຈາກສາກົນ ເປັນຕົ້ນປະເທດຈີນ ແລະ ຜູ້ໃຫ້ກູ້ຍືມຫຼາຍໆອົງການ, “ແຕ່ວ່າຄວາມໜັກແໜ້ນແມ່ນພາໃຫ້ມີການຄຸ້ມຄອງຫຼາຍຂຶ້ນ ແລະ ສປປລາວ ສາມາດຈັດການໄດ້ ” ແລະ ກ່າວເນັ້ນຕື່ມວ່າ “ຖ້າພວກເຮົາບໍ່ກູ້ຢືມ, ປະເທດລາວຈະບໍ່ພັດທະນາຕື່ມອີກ ແລະ ຈະບໍ່ສາມາດນໍາປະເທດຫຼຸດພົ້ນຈາກສະພາວະດ້ອຍພັດທະນາ.” , ເຊິ່ງໃນປີ 2018 ຜ່ານມາ ທ່ານກໍໄດ້ກ່າວໃນທີ່ປະຊຸມວ່າ: ທ່ານບໍ່ໄດ້ກັງວົນເລື່ອງໜີ້ສິນຂອງປະເທດ ແຕ່ຢ່າງໃດ. “ສປປລາວ ມີມາດຕະການຂອງຕົນເອງໃນການຄຸ້ມຄອງໜີ້ສິນ ແລະ ຮັບປະກັນຄວາມສົມດຸນໃນຂະແໜງການໜີ້ສາທາລະນະ”, ທ່ານກ່າວເພີ່ມ ເຊິ່ງນາໆຊາດໄດ້ຊັກຖາມເຖິງການກູ້ຢືມຕ່າງປະເທດຫຼາຍຄໍາຖາມເປັນຕົ້ນການລິເລີ່ມໂຄງການໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປຈີນ ທ່ານກ່າວວ່າ “ເປັນກົນໄກໃໝ່ທີ່ມີຄຸນຄ່າສໍາລັບການຮ່ວມມືລະຫວ່າງປະເທດລາວ ທີ່ມີຊາຍແດນຕິດກັບ ສປຈີນ ແລະ ໄດ້ສະໜັບສະໜູນການລົງທຶນດ້ານໂຄງສ້າງພື້ນຖານ”. ເຊິ່ງໃນປີນີ້ເອງ ຄະນະກວດກາ ...

Read More »

ລາວສະເໜີໃຫ້ກຳປູເຈຍ ສະໜັບສະໜູນການລົງທຶນນັກທຸລະກິດລາວ, ຢູ່ກຳປູເຈຍ

ໃນໂອກາດເຂົ້າຢ້ຽມຂຳນັບ ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 4 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະເໜີໃຫ້ ກຳປູເຈຍສະໜັບສະໜູນການລົງທຶນຂອງນັກລົງທຶນລາວຢູ່ໃນກຳປູເຈຍ. ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ທຳການຢ້ຽມຢາມ ກຳປູເຈຍ ເພື່ອສຶກສາ-ແລກປ່ຽນ ການພັດທະນາທາງເສດຖະກິດ-ສັງຄົມຂອງກຳປູເຈຍ. ໃນໂອກາດດຽວກັນນີ້ ທ່ານ ນາຍົກ ກຳປູເຈຍ ກໍໄດ້ສະເໜີໃຫ້ສອງປະເທດຄວນສືບຕໍ່ສົ່ງເສີມການທູດທາງດ້ານພະລັງງານ, ເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳໃຫ້ຫຼາຍຂຶ້ນ. ທີ່ມາ: Support Prime Minister Thongloun Sisoulith

Read More »