
ອີງຕາມໜັງສືແຈ້ງການສະບັບເລກທີ 1735/ມຊ ນະຄອນຫຼວງວຽງຈັນ ລົງວັນທີ 3 ມິຖຸນາ 2019 ເລື່ອງການຈັດຕັ້ງປະຕິບັດການລົງທະບຽນ ເພື່ອຮັບສະໝັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ສົກສຶກສາ 2019-2020 ໂດຍການລົງທະບຽນສອບເສັງປີນີ້ ມຊ ຈະໄດ້ປະຕິບັດການສອບເສັງຄັດເລືອກເອົານັກຮຽນ ເພື່ອເຂົ້າສຶກສາຕໍ່ຢູ່ ມຊ ໂດຍໄດ້ກຳນົດວັນສອບເສັງ ວັນທີ 3 ສິງຫາ 2019 ເຊິ່ງຈະເປີດລົງທະບຽນອອນລາຍ ເລີ່ມແຕ່ວັນທີ 1-30 ກໍລະກົດ 2019 ແລະ ນຳເອກະສານມາສະເໜີ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ ແຕ່ວັນທີ 8-30 ກໍລະກົດ 2019 ຢູ່ ມຊ (ສະໂມສອນໃຫຍ່) ກໍລະນີຜູ້ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ສາມາດລົງທະບຽນທາງອອນລາຍ ຢູ່ ມຊ ແຕ່ວັນທີ 8-30 ກໍລະກົດ 2019.
ເວລາສອບເສັງ ວັນທີ 3 ສິງຫາ 2019 ກຸ່ມ A ເວລາ 9:00-11:00 ໂມງ ສອບເສັງວິຊາຄະນິດສາດ ກຸ່ມ A+ ພາສາລາວ-ວັນນະຄະດີ ເວລາ 14:00-16:00ໂມງ ສອບເສັງວິຊາຟີຊິກສາດ+ເຄມີສາດ+ຊີວະສາດ ກຸ່ມສອບເສັງ ກຸ່ມ B ເວລາ 14:00-16:00 ໂມງ ສອບເສັງວິຊາຟີຊິກສາດ+ເຄມີສາດ+ຊີວະສາດ ເວລາ 9:00-11:00 ໂມງ ສອບເສັງວິຊາຄະນິດສາດ ກຸ່ມ B+ ພາສາລາວ+ວັນນະຄະດີ ເວລາ 14:00-15:30 ໂມງ ສອບເສັງວິຊາພູມສາດ+ປະຫັວດສາດ ກຸ່ມ C ເວລາ 9:00-11:00 ໂມງ ສອບເສັງວິຊາຄະນິດສາດ ກຸ່ມ C+ ເຄມີສາດ+ຊີວະສາດ ເວລາ 14:00-15:30 ໂມງ ສອບເສັງວິຊາພູມສາດ+ປະຫວັດສາດ+ພາສາລາວ+ວັນນະຄະດີ.
ສຳລັບເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະໝັກສອບເສັງ ປະກອບມີສຳເນົາບັດເຂົ້າຫ້ອງເສັງ ມ 7 ສົກຮຽນ 2018-2019 (1 ສະບັບ) ສຳເນົາປະກາສະນິຍະບັດ ມ7 ກ່ອນສົກຮຽນ 2018-2019 (1 ສະບັບ) ສຳເນົາບັດປະຈຳຕົວ ຫຼື ສຳເນົາປື້ມສຳມະໂນຄົວທີ່ມີຮູບຜູ້ສະໝັກຕິດຢູ່ (1 ສະບັບ) ຮູບ 3X4 (ຖ່າຍບໍ່ເກີນ 3 ເດືອນ) 2 ໃບ ສຳລັບນັກຮຽນ ມ7 ສົກຮຽນ 2018-2019 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງ ມ7 ໂດຍເອກະສານທຸກຊະນິດຕ້ອງມີຕົ້ນສະບັບມາຢັ້ງຢືນ ເພື່ອກວດສອບຄວາມຖືກຕ້ອງ ນັກສຶກສາສາມາດຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງ ໃນວັນທີ 2 ສິງຫາ 2019 ໂດຍລາຍລະອຽດເພີ່ມເຕີມ ສາມາດເຂົ້າເບິ່ງໄດ້ທີ່ http://entrance.nuol.edu.la.