ມອບ-ຮັບ ສິ່ງເສດເຫຼືອທະຫານອາເມລິກາ ທີ່ຫາຍສາບສູນປາງສົງຄາມຢູ່ລາວ

ໃນວັນທີ 17 ມິຖຸນາ 2019, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ເຊິ່ງສິ່ງເສດເຫຼືອດັ່ງກ່າວແມ່ນຜົນສໍາເລັດ ທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມ ຂອງຄະນະວິຊາການລາວ-ອາເມຣິກາ ໃນການສໍາຫຼວດ, ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 4 ປະຈໍາປີ 2018-2019 ຢູ່ເຂດເມືອງບົວລະພາ ແຂວງຄໍາມ່ວນ ແລະ ເມືອງວິລະບູລີ ເເຂວງສະຫວັນນະເຂດ.

ທີ່ມາ: ຂ່າວສານປະເທດລາວ.

Comments